ຂ່າວສານຊີອາໄອ ລາຍງານວ່າ:ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນວັນທີ 8 ຕຸລາ ຜ່ານມາ, ທ່ານ ເຈີ້ງຊ່ານເຈຍ ປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ: ຖ້າສັງເກດຈາກດ້ານມະຫາພາກແລ້ວ, ໂດຍປະເຊີນໜ້າກັບສະພາບແວດລ້ອມທັງພາຍໃນແລະຕ່າງປະເທດທີ່ມີຄວາມສັບສົນຫຼາຍຂຶ້ນກວ່າເກົ່າ, ການເຄື່ອນໄຫວດ້ານເສດຖະກິດຂອງຈີນໄດ້ຮັກສາສະພາບໝັ້ນທ່ຽງໂດຍລວມແລະໄດ້ຮັບຄວາມກ້າວໜ້າ, ກຳລັງການຜະລິດໃນຄຸນນະພາບໃໝ່ໄດ້ເກີດຂຶ້ນຢ່າງວ່ອງໄວ,ການພັດທະນາທີ່ມີຄຸນນະພາບສູງໄດ້ຮັບການຊຸກຍູ້ລົງສູ່ລວງເລິກ.
ຂ່າວລະບຸວ່າ: ຖ້າສັງເກດຈາກດ້ານທ່ວງທ່າການພັດທະນາແລ້ວ, ສະພາບພື້ນຖານດ້ານການພັດທະນາເສດຖະກິດຂອງຈີນບໍ່ໄດ້ມີການປ່ຽນແປງ,ຕະຫຼາດມີກຳລັງບົ່ມຊ້ອນທີ່ໃຫຍ່ຫຼວງ,ເສດຖະກິດມີຄວາມຕ້ານທານທີ່ເຂັ້ມແຂງແລະເງື່ອນໄຂທີ່ມີຜົນປະໂຫຍດອື່ນໆລ້ວນແຕ່ບໍ່ໄດ້ມີການປ່ຽນແປງ. ຈີນມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການບັນລຸໜ້າທີ່ແລະເປົ້າໝາຍໃນປີນີ້, ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການຮັກສາການພັດທະນາເສດຖະກິດໃຫ້ມີຄວາມໝັ້ນທ່ຽງແລະປອດໃສຢ່າງຕໍ່ເນື່ອງ.