ໃນວັນທີ 22 ຕຸລາ ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປ ຈີນ ແລະ ຄະນະ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ ສ ຣັດເຊຍ.
ໃນໂອກາດນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບ, ມາດຕະຖານ ແລະ ລະດັບສູງກວ່າເກົ່າ ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຂອງແຕ່ລະຝ່າຍຢ່າງໝັ້ນຄົງ.ສອງຜູ້ນໍາ ລາວ-ຈີນ ເຫັນດີຈະສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ເປັນເອກະພາບຮ່ວມກັນ ໂດຍສະເພາະແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ, ພ້ອມທັງສືບຕໍ່ປຶກສາຫາລື ກ່ຽວກັບການເຊື່ອມໂຍງເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ, ການຄົມມະນາຄົມທາງບົກ ແລະ ທາງລົດໄຟ, ດ້ານເສດຖະກິດ, ການຄ້າ, ພະລັງງານ ແລະ ອື່ນໆ ເພື່ອສ້າງເງື່ອນໄຂໃຫ້ ສປປ ລາວ ສາມາດກາຍເປັນປະເທດເຊື່ອມຈອດຂອງພາກພື້ນ.