ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2024ຂຶ້ນໃນວັນທີ23 ຕຸລານີ້ທີ່ເດີ່ນຂອງສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ.
ເປັນກຽດໃນພິທີ ໂດຍມີ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ມາຕິນ ເທເລີຜູ້ຕາງໜ້າ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ; ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ ອາຫານ ແລະ ການກະເສດ (FAO) ປະຈຳສປປ ລາວ, ບັນດາທ່ານ ເອກອັກຄະລັດຖະທູດ, ທູຕານຸທູດ ແລະ ຄູ່ຮ່ວມພັດທະນາ;ໃນພິທີ ທ່ານ ລິນຄໍາ ດວງສະຫວັນລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມເປັນປະທານ ພິທີໂຮມຊຸມນຸມວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈຳປີ 2024. ຕະຫຼອດໄລຍະຜ່ານມາ, ໂລກຂອງພວກເຮົາ ໄດ້ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ: ການປ່ຽນແປງທາງດ້ານດິນຟ້າ-ອາກາດຂອງໂລກ, ໄພພິບັດທາງທຳມະຊາດ, ໄພນໍ້າຖ້ວມ-ໄພແຫ້ງແລ້ງ,ການລະບາດຂອງພະຍາດ, ຂໍ້ຂັດແຍ່ງຕ່າງໆໃນບາງພູມີພາກ ເຮັດໃຫ້ລາຄາສິນຄ້າ, ວັດຖຸ-ອຸປະກອນ ແລະ ນໍ້າມັນເຊື້ອໄຟ ສູງຂຶ້ນ ພ້ອມທັງສົ່ງຜົນກະທົບຕໍ່ປະຊາກອນໂລກ ປະສົບກັບຄວາມອຶດຫິວ, ຂາດສານອາຫານ ຫຼາຍກວ່າ 800 ລ້ານຄົນ ແລະ ມີທ່າອ່ຽງເພີ່ມຂຶ້ນສູງແຕ່ລະປີ. ເຫັນໄດ້ບັນຫາດັ່ງກ່າວ, ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກປີ ເປັນວັນອາຫານໂລກ, ເລີ່ມແຕ່ ປີ 1980 ເປັນຕົ້ນມາ ແລະ ອົງການ ສະຫະປະຊາຊາດ ກໍໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ ປີ 1992 ເປັນຕົ້ນມາ, ເຫັນໄດ້ຄວາມສໍາຄັນຂອງວຽກງານດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ; ການໂຮມຊຸມນຸມຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ບໍ່ສະເພາະແຕ່ແນໃສ່ປູກຈິດສໍານຶກ ໃຫ້ປະຊາຊົນໃນທົ່ວໂລກເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫີວ: “ຄວາມທຸກຍາກນີ້ ແມ່ນປະກົດການທາງສັງຄົມ ທີ່ສາມາດແກ້ໄຂໄດ້” ໃຫ້ປະຊາຊົນມີກຳລັງໃຈ, ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫີວໄດ້. ພ້ອມນີ້ກໍຖືໂອກາດນີ້ ສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມ ໃນການຜະລິດອາຫານ ທີ່ຫຼາກຫຼາຍ, ມີຄຸນນະພາບ ແລະ ຍືນຍົງ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະການກະເສດ ໄດ້ຈັດງານເພື່ອສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນທີ່ວ່າ: “ສິດໃນການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປໜ້າ” “Right tofoods for a better life and a better future. Leave no one behind" ແລະ ລະນຶກຖຶງວັນສາກົນແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ: "ຢຸດຕິການປະຕິບັດທີ່ບໍ່ຖືກຕ້ອງ ຂອງສັງຄົມ ແລະ ສະຖາບັນ ຕໍ່ຜູ້ທຸກຍາກ, ຈົ່ງຮ່ວມກັນ ສ້າງສັງຄົມທີ່ມີສ່ວນຮ່ວມ, ມີຄວາມສະຫງົບສຸກ ແລະ ຍຸຕິທຳ” “Ending Social and Institutional Maltreatment Acting together for just, peaceful and inclusive societies".
ການສະເຫຼີມສະຫຼອງວັນອາຫານໂລກ ຄັ້ງທີ 44 ແລະ ການລະນຶກວັນສາກົນ ເພື່ອລຶບລ້າງ ຄວາມທຸກຍາກ ຄົບຮອບ 32 ປີ ໃນປີ 2024 ນີ້ ແມ່ນຢູ່ໃນໄລຍະເວລາທີ່ທົ່ວພັກ ທົ່ວລັດທົ່ວສັງຄົມ ພວມຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຫ່ງລັດ ຄັ້ງທີ 9; ຜັນຂະຫຍາຍຈັດຕັ້ງປະຕິບັດເນື້ອໃນກອງປະຊຸມ ສະຫຼຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ທີ່ຜ່ານມາ.
ເນື່ອງໃນໂອກາດດັ່ງກ່າວ, ທ່ານ ລິນຄໍາ ດວງສະຫວັນ ໄດ້ເຊີນຊວນທຸກພາກສ່ວນໃນທົ່ວໂລກ ຮ່ວມແຮງຮ່ວມໃຈ ສຸມທຸກທຶນຮອນ, ສະຕິປັນຍາ, ເຕັກໂນໂລຊີທັນສະໄໝ ເຂົ້າໃນການຜະລິດສະບຽງອາຫານ ໂດຍສະເພາະ ໃນເຂດທີ່ມີຄວາມທຸກຍາກ, ເຂດທີ່ມີຄວາມອຶດຫີວ ໃຫ້ຫຼຸດພົ້ນຈາກໄພອຶດຫີວດັ່ງກ່າວ ແລະ ພ້ອມທັງຖືໂອກາດນີ້ ເຊີນຊວນບັນດາທ່ານ ມີສ່ວນຮ່ວມບໍລິຈາກທຶນຮອນຕາມຄວາມເໝາະສົມ ແລະ ເງື່ອນໄຂສະດວກ ເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ-ໂພຊະນາການ ແລະ ແກ້ໄຂຄວາມທຸກຍາກ. ທຶນດັ່ງກ່າວ ແມ່ນຈະໄດ້ນໍາໃຊ້ເຂົ້າໃນການຈັດຫາແນວພັນພືດ ແລະ ແນວພັນສັດ ເພື່ອຊ່ວຍເຫຼືອປະຊາຊົນ ທີ່ຖືກຜົນກະທົບຈາກ ການລະບາດຂອງສັດຕູພືດ,ພະຍາດສັດ, ໄພນໍ້າຖ້ວມ ແລະ ອື່ນໆ.
(ຂ່າວ-ພາບ: ແສງຈັນ)