ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994 - 7 ຕຸລາ 2024) ຂຶ້ນໃນວັນທີ 23 ຕຸລາ ນີ້ ທີ່ສູນການຄ້າລາວ-ໄອເຕັກ ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ,ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍອະດີດການນຳ, ຫົວໜ້າ-ຮອງຫົວໜ້າພະແນກ ຫ້ອງການ, ຮອງຫ້ອງການສຶກສາທິການ ແລະ ກິລາເມືອງ, ພະນັກງານອາວຸໂສບຳນານ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນໄດ້ເລົ່າປະຫວັດວັນຄູ ແລະ ຜົນງານຂອງຂະແໜງການສຶກສາ ແລະ ກິລາໃນໄລຍະຜ່ານມາບາງຕອນວ່າ: ຄູ ເປັນບຸກຄົນທີ່ມີຄວາມສໍາຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ ເຮັດໜ້າທີ່ເປັນເຈົ້າການໃນການຖ່າຍທອດວິຊາຄວາມຮູ້ ເຮັດໜ້າທີ່ໃນການພັດທະນາບຸກຄົນໃນສັງຄົມ ເປັນຜູ້ທີ່ມີຄວາມຮອບຮູ້ ມີທັດສະນະຄະຕິທີ່ຖືກຕ້ອງ ແລະ ມີທັກສະຄວາມຊຳນານສູງສົ່ງ ໃນກົດໝາຍວ່າດ້ວຍການສຶກສາແຫ່ງ ສປປ ລາວ (ສະບັບປັບປຸງ) ໄດ້ກຳນົດວ່າ ຄູ ໝາຍເຖິງຜູ້ປະຕິບັດໜ້າທີ່ສິດສອນ ຖ່າຍທອດຄວາມຮູ້ ສຶກສາອົບຮົມຜູ້ຮຽນຢູ່ໃນໂຮງຮຽນ, ນອກໂຮງຮຽນ, ສູນ ແລະ ສະຖາບັນການສຶກສາຕ່າງໆ ເພື່ອລະລຶກເຖິງຄຸນງາມຄວາມດີ ແລະ ມູນເຊື້ອຕໍ່ສູ້ອັນອົງອາດກ້າຫານຂອງປະຊາຊົນ ພາຍໃຕ້ການນຳພາຂອງນາຍຄູ ຄຳ, ພັກ ແລະ ລັດຖະບານຈຶ່ງໄດ້ອອກດຳລັດວ່າດ້ວຍວັນຄູແຫ່ງຊາດ ຊຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກໆປີເປັນວັນຄູແຫ່ງຊາດລາວຕະຫຼອດມາ.
ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວມາຮອດປັດຈຸບັນວຽກງານການສຶກສາ ພາຍໃຕ້ການນຳພາຂອງອົງຄະນະພັກ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ກະຊວງສຶກສາທິການ ແລະ ກິລາເຮັດໃຫ້ພະແນກສຶກສາທິການ ແລະ ກິລາ ນວ ແມ່ນໄດ້ຮັບການພັດທະນາທາງດ້ານປະລິມານ ແລະ ຄຸນນະພາບເປັນກ້າວໆມາສະແດງອອກພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນສົກຮຽນ 1975-1976 ໃນນະຄອນຫຼວງວຽງຈັນມີໂຮງຮຽນອະນຸບານ ພຽງແຕ່ 2 ແຫ່ງ ມີ 4 ຫ້ອງຮຽນ, ໂຮງຮຽນປະຖົມ 328 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 12 ແຫ່ງ ແລະ ໂຮງຮຽນອຸດົມມີພຽງແຕ່ 2 ແຫ່ງ ນັກຮຽນແຕ່ຊັ້ນອະນຸບານຮອດຊັ້ນອຸດົມມີພຽງແຕ່ 68,092 ຄົນ ຄູ-ອາຈານ 2,079 ຄົນ. ຈາກນັ້ນຕາໜ່າງການສຶກສາໄດ້ມີການຂະຫຍາຍຕົວເປັນກ້າວໆມາໃນສົກຮຽນ 2023-2024 ໂຮງຮຽນທົ່ວນະຄອນຫຼວງວຽງຈັນມີ 1,141 ແຫ່ງ, ນັກຮຽນ 210,265 ຄົນ, ຄູ-ອາຈານ 10,679 ຄົນ ຊຶ່ງສະແດງໃຫ້ເຫັນວ່າມາຮອດປັດຈຸບັນຕາໜ່າງການສຶກສາຂອງນະຄອນຫຼວງວຽງຈັນໄດ້ຂະຫຍາຍອອກຢ່າງທົ່ວເຖິງເຮັດໃຫ້ເດັກໃນເກນອາຍຸເຂົ້າຮຽນໄດ້ເຂົ້າຮຽນ ສະແດງອອກໃນອັດຕາການເຂົ້າຮຽນຂອງເດັກອະນຸບານ 5 ປີ ປັດຈຸບັນສາມາດປະຕິບັດໄດ້ເຖິງ 99.8% ອັດຕາເຂົ້າຮຽນສຸດທິຊັ້ນປະຖົມສຶກສາປະຕິບັດໄດ້ 101% ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ 101.4% ແລະ ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ 90.1% ໄປຄຽງຄູ່ກັບການຂະຫຍາຍຕົວດ້ານປະລິມານແລ້ວດ້ານຄຸນນະພາບກໍໄດ້ປັບປຸງໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.
ໃນໂອກາດນີ້,ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ໂອ້ລົມຕໍ່ພິທີຄັ້ງນີ້ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງຄູ-ອາຈານກໍຄືວຽກງານການສຶກສາໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ການສຶກສາແມ່ນພື້ນຖານໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດສິນທຳປະຕິວັດ ສຳລັບອົງການປົກຄອງ ນວ ໄດ້ກຳນົດເອົາທິດທາງການພັດທະນາຊັບພະຍາກອນມະນຸດຕ້ອງສອດຄ່ອງກັບເນື້ອໃນ 4 ບຸກທະລຸຂອງພັກຕິດພັນກັບ 3 ລັກສະນະ 5 ຫຼັກມູນການສຶກສາດ້ວຍການຂະຫຍາຍໂອກາດໃຫ້ນັກຮຽນໃນເກນອາຍຸເຂົ້າຮຽນໃນທຸກຂົງເຂດ ທຸກກຸ່ມຄົນໂດຍບໍ່ຈຳແນກເພດ, ເຜົ່າ, ສາສະໜາ ໃຫ້ມີຄວາມສະເໝີພາບ ແລະ ເທົ່າທຽມກັນໃນການເຂົ້າເຖິງລະບົບການສຶກສາ, ຊຸກຍູ້ສົ່ງເສີມໃຫ້ຈົບຊັ້ນມັດທະຍົມຕອນປາຍເປັນພື້ນຖານ ແລະ ມີລະດັບພາສາຕ່າງປະເທດຢ່າງໜ້ອຍ 1 ພາສາ, ສົ່ງເສີມການເຂົ້າເຖິງ ICT ໃນຂະແໜງການສຶກສາ ເອົາໃຈໃສ່ພັດທະນາບຸກຄະລາກອນໃຫ້ມີຄວາມທັນສະໄໝເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ ກໍຄື ນວ ໃຫ້ທັນຍຸກ ທັນສະໄໝ. ນອກຈາກນີ້, ໃນພິທີກໍໄດ້ມອບໃບຢັ້ງຢືນນາມມະຍົດພັດທະນາດີເດັ່ນໃຫ້ອະດີດການນຳ ແລະ ພະນັກງານອາວຸໂສບຳນານ ຄະນະນຳພະແນກສຶກສາທິການ ແລະ ກິລາ ນວ ຫ້ອງການສຶກສາ 9 ຕົວເມືອງ ແລະ ຄູ-ອາຈານອີກດ້ວຍ.
(ຂ່າວ-ພາບ:ນາງ ອົນ)