ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025ແລະ ມອບ-ຮັບໃບປະກາສະນີຍະບັດໃຫ້ຜູ້ສໍາເລັດການສຶກສາປະຈໍາສົກສຶກສາ 2023-2024ຂຶ້ນໃນວັນທີ 23ຕຸລາ ນີ້ ທີ່ຄະນະດັ່ງກ່າວ ໂດຍການເຂົ້າຮ່ວມແລະ ມອບໃບປະກາສະນີຍະບັດ ຂອງທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ມີຮອງຄະນະບໍດີ ຄສບ, ຄູ-ອາຈານ, ນັກສຶກສາ, ຜູ້ປົກຄອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ວາດສະໜາ ຈັນທະນະສິນ ຮອງຄະນະບໍດີ ຄສບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການສົກປີ 2023-2024ແລະ ທິດທາງແຜນການ ສົກປີ 2024-2025 ວ່າ:ທົ່ວ ຄສບ ມີຄູອາຈານ-ພະນັກງານທັງໝົດ 86 ຄົນຍິງ 45 ຄົນຍັງສຶກສາຮຽນຕໍ່ຢູ່ຕ່າງປະເທດ 5 ທ່ານຍິງ 4 ທ່ານ; ຄູ-ອາຈານມີວຸດທິການສຶກສາໃນລະດັບປະລິນຍາເອກ 15 ຄົນຍິງ 3 ຄົນ, ໃນລະດັບປະລິນຍາໂທມີ 69 ຄົນ ຍິງ 41 ຄົນແລະປະລິນຍາຕີມີ 2 ຄົນເປັນຍິງ 1 ຄົນ; ຄູ-ອາຈານມີວິທະຍານາມມະຍົດຄື: ຮອງສາດສະດາຈານມີ 13 ຄົນ ຍິງ 5 ຄົນ,ອາຈານມີ 37 ຄົນຍິງ 21 ຄົນແລະຜູ້ຊ່ວຍອາຈານມີ 21 ຄົນ ຍິງ 13 ຄົນ. ພ້ອມນັ້ນ, ທົ່ວ ຄສບ ມີນັກສຶກສາທັງໝົດ 4.125 ຄົນຍິງ 2.777 ຄົນ. ໃນນີ້, ມີສຶກສາປາລິນຍາເອກ 12 ຄົນຍິງ 4 ຄົນ, ນັກສຶກສາປະລິນຍາໂທ 157 ຄົນຍິງ 74 ຄົນ, ນັກສຶກສາປາລິນຍາຕີ 3.954 ຄົນຍິງ 2.700 ຄົນ.
ໃນສົກຮຽນປີ 2023-2024 ພະນັກງານ, ຄູ-ອາຈານມີແນວຄິດຫຼັກໝັ້ນການເມືອງດີ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງດີ, ມີຄວາມດຸໝັ່ນຄົ້ນຄວ້າແລະພັດທະນາຕົນເອງ, ມີຄວາມສາມັກຄີເປັນເອກກະພາບກັນດີ, ປະກອບສ່ວນທຸກການເຄື່ອນໄຫວວຽກງານຂອງການຈັດຕັ້ງມອບໝາຍໃຫ້; ໄດ້ເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ຄູ-ອາຈານ, ນັກສຶກສາໃນການປະຕິບັດຕາມແນວທາງຂອງພັກແລະກົດໝາຍຂອງລັດຢ່າງເຂັ້ມງວດຊຶ່ງສະແດງອອກເຊັ່ນ:ຄູ-ອາຈານໄດ້ມີຜົນການໃນການສອນດີ-ສອນເກັ່ງແລະນັກສຶກສາໄດ້ມີຜົນງານໃນການຮຽນດີຮຽນເກັ່ງ.
ສໍາລັບວຽກງານວິຊາການ: ວຽກງານປະລິນຍາຕີແລະຫຼັງປະລິນຍາຕີ ຄສບ ໄດ້ຈັດຕັ້ງການຮຽນ-ການສອນໄປຕາມປະຕິທິນການສຶກສາຂອງມຊວາງອອກ; ໄດ້ສໍາເລັດການປະເມີນ 10 ຫຼັກສູດເພື່ອເປັນບ່ອນອີງໃນການປັບປຸງຄືນ; ຄສບໄດ້ຮັບການຢັ້ງຢືນແລະຜ່ານການປະເມີນມາດຕະຖານຄຸນນະພາບຂອງ 3 ຫຼັກສູດຄື:ການຄ້າ, ບໍລິຫານທຸລະກິດແລະເສດຖະສາດພັດທະນາແລະວາງແຜນຈາກເຄືອຄ່າຍມະຫາວິທະຍາໄລອາຊຽນ (AUN); ຈັດແລະເຂົ້າຮ່ວມການຝຶກອົບຮົມ 24 ຄັ້ງໃນຫົວຂໍ້ຕ່າງໆ (Leadership, Gender, ການນໍາໃຊ້ເຄື່ອງມືທາງເສດຖາມິຕິ, ຫຼັກການເຮັດຄົ້ນຄວ້າ, AI, ການນໍາໃຊ້ເຄື່ອງມືOnline, ການວາງແຜນການເງິນກ່ອນໄວກະສຽນ, ສອນນ້ອງສ້າງອອມປັບປຸງຫຼັກສູດຄືນ, ການກວດສອບທາງບັນຊີ; ຈັດກອງປະຊຸມສໍາມະນາທາງວິຊາການພາຍໃນຈໍານວນ 59 ຄັ້ງແລະຢູ່ຕ່າງປະເທດຈຳນວນ 18 ຄັ້ງ; ໄດ້ຈັດການສອບເສັງເພື່ອຄັດເລືອກເອົານັກສຶກປະລິນຍາຕີໄປຮຽນຕໍ່ໃນຫຼັກສູດ 2+2 ຢູ່ເມືອງໂຕກຽວປະເທດຍີ່ປຸ່ນ; ໃນແຕ່ລະປີຄສບໄດ້ລົງໄປໂຄສະນາເຜີຍແຜ່ຫຼັກສູດໃຫ້ກັບນັກສຶກສາທີ່ໂຮງຮຽນມັດທະຍົມຕອນປາຍຕ່າງໆເພື່ອກຽມພ້ອມເລືອກສາຂາວິຊາຮຽນ ແລະ ອື່ນໆ.
ໃນສົກຮຽນ 2023-2024 ມີນັກສຶກສາປາລິນຍາໂທເສດຖະສາດຮຸ່ນທີ 15 ບໍລິຫານທຸລະກິດແລະການບັນຊີຮຸ່ນທີ 14 ໄດ້ສໍາເລັດການສຶກສາທັງໝົດ 150 ຄົນຍິງ 76 ຄົນ;ນັກສຶກສາປາລິນຍາເອກ 14 ຄົນ,ສໍາເລັດການສຶກສາ 2 ຄົນ. ສ່ວນນັກສຶກສາປາລິນຍາຕີໄດ້ສໍາເລັດການສຶກສາມີຈໍານວນ 969 ຄົນຍິງ 678 ຄົນ.ໃນນັ້ນ,ນັກສຶກສາຕ່າງປະເທດ 17 ຄົນຍິງ 10 ຄົນ,ພະ 2 ອົງ. ໃນນັ້ນ, ນັກສຶກສາທີ່ໄດ້ຮັບກຽດນິຍົມປະຈໍາຊຸດສຶກສາປີ 2020-2024 ມີທັງໝົດ 17 ຄົນຍິງ 14 ຄົນ; ມີນັກສຶກສາຊັ້ນປາລິນຍາຕີແລະປາລິນຍາໂທໄດ້ຮັບການຍ້ອງຍໍຈາກຄະນະບໍດີໃນຜົນງານຮຽນດີ-ຮຽນເກັ່ງ, ບົດດີເດັ່ນແລະປະກອບສ່ວນເຄື່ອນໄຫວກິດຈະກຳນອກຫຼັກສູດດີເດັ່ນເປັນຕົ້ນ.
ໃນໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີດັ່ງກ່າວຕື່ມອີກ.
(ຂ່າວ-ພາບ: ວັນເພັງ)