ວັນທີ 22 ຕຸລານີ້, ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ນໍາພາບັນດາຜູ້ແທນທີ່ຫາກໍສໍາເລັດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ທີ່ ສປປລາວ ເປັນເຈົ້າພາບ ຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກ.
ຄະນະຜູ້ແທນໄດ້ຢ້ຽມຊົມບັນດາປູສະນີຍະສະຖານ ທີ່ມີປະຫວັດອັນຍາວນານ ແລະ ເປັນທີ່ຮູ້ຈັກກັນດີເຊັ່ນ: ວັດຊຽງທອງ ຊຶ່ງເປັນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຂອງຫຼວງພະບາງ, ຄັ້ງໜຶ່ງໃນອະດີດແມ່ນວັດຫຼວງປະຈຳລາຊະວົງ ລ້ານຊ້າງ, ລາຊະວົງຫຼວງພະບາງ ແລະ ລາຊະວົງລາວ, ສ້າງຂຶ້ນປະມານປີ ຄ.ສ1560 ໂດຍສົມເດັດພະເຈົ້າໄຊຍະເຊດຖາທິລາດ ກະສັດຜູ້ປົກຄອງລາຊະອານາຈັກລ້ານຊ້າງ, ຕັ້ງຢູ່ໃກ້ແມ່ນໍ້າຂອງ ເປັນວັດທີ່ມີສະຖາປັດຕະຍະກຳແບບລ້ານຊ້າງ ພາກເໜືອທີ່ງົດງາມຫຼາຍ ຈົນຖືກຂະໜານນາມວ່າ "ອັນຍະມະນີຂອງສິລະປະລ້ານຊ້າງ".
ຄະນະຜູ້ແທນຍັງໄດ້ຢ້ຽມຊົມຫໍພະບາງ,ຫໍພິພິທະພັນຫຼວງພະບາງ ຫຼື ພະລາຊະວັງເກົ່າ ແລະ ສະຖານທີ່ທ່ອງທ່ຽວ ທໍາມະຊາດຕາດກວາງຊີ.
(ຂ່າວ: ບຸນເກີດ ວົງໄຊຍາສພຊ)