ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ແລະ ຫວຽດນາມ ຄັ້ງທີ 2 ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ ນີ້, ໂດຍການເປັນປະທານຮ່ວມຂອງສະຫາຍ ພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ, ມີຄະນະຜູ້ແທນຂັ້ນສູງຂອງກະຊວງປ້ອງກັນປະເທດ ທັງສອງຝ່າຍເຂົ້າຮ່ວມ.
ກ່ອນການພົບປະດັ່ງກ່າວ, ສອງຝ່າຍໄດ້ຈັດກິດຈະກໍາຮ່ວມກັນຢູ່ເຂດບໍລິເວນຫຼັກໝາຍຊາຍແດນ 255 ເບື້ອງຫວຽດນາມ ດ່ານສາກົນລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບຢູ່ເບື້ອງຫວຽດນາມ, ຮັບຊົມການສະແດງຊ້ອມຮົບຮ່ວມ ກ່ຽວກັບການສະກັດກັ້ນ ຈັບກຸມອາຊະຍາກໍາຢາເສບຕິດຂ້າມຊາຍແດນ, ເຄື່ອນໄຫວຢ້ຽມຢາມຄ້າຍປ້ອງກັນຊາຍແດນ ດ່ານລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ເຂົ້າຮ່ວມພິທີເປີດການນໍາໃຊ້ໂຄງການເຂດໂຮງຮຽນປະຖົມ-ມັດທະຍົມ ລ້ອງເຊີບ ເມືອງມົກເຈົາ ແຂວງເຊິນລາ.
ຈາກນັ້ນ, ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ຊຶ່ງໄດ້ຈັດຂຶ້ນທີ່ໂຮງແຮມ ເມືອງແທ່ງ ເມືອງມົກເຈົາ ແຂວງເຊິນລາ ສສ ຫວຽດນາມ, ໃນພິທີ ສະຫາຍ ພົນເອກ ຟານວັນຢາງ ໄດ້ຕີລາຄາຜົນສໍາເລັດຂອງການປະຕິບັດເນື້ອໃນອະນຸສັນຍາການຮ່ວມມືຊ່ວຍເຫຼືອ ລະຫວ່າງ ສອງກະຊວງປ້ອງກັນປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຊຸມປີຜ່ານມາ.
ຂະນະດຽວກັນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນວ່າ: ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ເປັນນິມິດໝາຍສໍາຄັນຍິ່ງ ໃນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນແຜນການຮ່ວມມື ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມກັນນັ້ນ, ຍັງໄດ້ຕີລາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງກອງທັບ ເປັນຕົ້ນແມ່ນໄດ້ພົບປະແລກປ່ຽນກ່ຽວກັບແຜນການຮ່ວມມືຍຸດທະສາດປ້ອງກັນຊາດເປັນປະຈໍາ, ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການທະຫານ, ໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ, ການຮ່ວມມືໃນການກໍ່ສ້າງກໍາລັງ, ການຮ່ວມມືຊອກຄົ້ນ, ທ້ອນໂຮມ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ແລະ ການຮ່ວມມືທາງດ້ານເສດຖະກິດ ກັບການປ້ອງກັນຊາດ. ໂດຍສັງລວມແລ້ວ, ໃນຊຸມປີຜ່ານມາ ການປະຕິບັດອະນຸສັນຍາຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໄດ້ບັນລຸໝາກຜົນໜ້າພາກພູມໃຈ, ກົນໄກການຈັດຕັ້ງປະຕິບັດອະນຸສັນຍາ ໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ອັນແທ້ຈິງຊຶ່ງເປັນພື້ນຖານອັນໜັກແໜ້ນ ໃນການສືບຕໍ່ເສີມຂະຫຍາຍການຮ່ວມມືກັນໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ, ສະຫາຍ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ຍັງໄດ້ແລກປ່ຽນບົດຮຽນຫຼາຍຂົງເຂດທີ່ສໍາຄັນກ່ຽວກັບວຽກງານປ້ອງກັນຊາດ ເພື່ອສືບຕໍ່ເສີມຂະຫຍາຍ, ຮັດແໜ້ນຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຂຶ້ນເລື້ອຍໆ. ພາຍຫຼັງສໍາເລັດພິທີພົບປະສອງຝ່າຍ, ສະຫາຍ ພົນເອກ ຟານວັນຢາງ ແລະ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ກໍໄດ້ເຂົ້າຮ່ວມຊົມການຖ່າຍທອດສົດງານສະແດງສິລະປະ, ງານພົບປະແລກປ່ຽນວຽກງານການເມືອງ ແລະ ນາຍທະຫານໜຸ່ມ ສອງກອງທັບ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້ "ຄວາມເຊື່ອໝັ້ນທີ່ບໍລິສຸດ ຢ່າງສະເໝີຕົ້ນສະເໝີປາຍ" ຕື່ມອີກ.
ກ່ອນຈັດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນຂັ້ນລັດຖະມົນຕີ ລາວ-ຫວຽດນາມ ຄັ້ງທີ 2 ໃນຄັ້ງນີ້, ສອງກອງທັບລາວ-ຫວຽດນາມ ໄດ້ເຄື່ອນໄຫວຫຼາຍກິດຈະກຳທີ່ປິ່ນອ້ອມຮ່ວມກັນ ເຊັ່ນ: ແຂ່ງຂັນກິລາແລ່ນມາລາທອນນາຍທະຫານໜຸ່ມ, ມອບແນວພັນງົວ ໃຫ້ຄອບຄົວທີ່ທຸກຍາກ, ເຄື່ອນໄຫວກວດສຸຂະພາບ, ປິ່ນປົວພະຍາດ ແລະ ຈ່າຍຢາໂດຍບໍ່ເສຍຄ່າ ໃຫ້ປະຊາຊົນເມືອງສົບເບົາ ແຂວງຫົວພັນ ແລະ ປະຊາຊົນບໍລິເວນດ່ານລ້ອງເຊິບ ເມືອງມົກເຈົາ ແຂວງເຊິນລາ, ເຄື່ອນໄຫວສະແດງແລກປ່ຽນສິລະປະ-ວັດທະນະທໍາ ຢູ່ ເມືືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ ແຂວງຫົວພັນ ແລະ ເມືອງມົກເຈົາ ແຂວງເຊິນລາ.
(ຂ່າວ-ພາບ:ເຄນໄຊ)