ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງ ສ ຣັດເຊຍ, ທ່ານທອງລຸນສີສຸລິດເລຂາທິການໃຫຍ່ ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ນຳພາຄະນະຜູ້ແທນສປປລາວເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະປະເທດກຳລັງພັດທະນາໃນເຂດໂລກໃຕ້ ຫຼື BRICS Plus/ Outreach ພາຍໃຕ້ຫົວຂໍ້: “ປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້: ຮ່ວມກັນສ້າງໂລກທີ່ດີກວ່າ” (BRICS and Global South: Building a Better WorldTogether) ໂດຍການເປັນປະທານຂອງທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍຊຶ່ງຈັດຂຶ້ນຄຽງຄູ່ກັບກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 16 ໃນໄລຍະວັນທີ 22-24 ຕຸລາ 2024 ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງແຮງຊຸກຍູ້ໃຫ້ແກ່ບັນດາປະເທດກຸ່ມ BRICS ແລະປະເທດກໍາລັງພັດທະນາໃນເຂດໂລກໃຕ້ ແນໃສ່ການແກ້ໄຂບັນຫາຕົວຈິງຂອງພາກພື້ນກໍຄືທົ່ວໂລກລວມທັງການສ້າງຄວາມເຂັ້ມແຂງແລະຄວາມພະຍາຍາມຮ່ວມກັນໃນການເສີມຂະຫຍາຍສາຍພົວພັນແລະສ້າງລະບຽບໂລກທີ່ມີຄວາມເທົ່າທຽມ, ຍຸຕິທຳແລະເປັນປະຊາທິປະໄຕ. ກອງປະຊຸມສຸດຍອດດັ່ງກ່າວມີຂັ້ນປະມຸກລັດແລະຫົວໜ້າລັດຖະບານຈາກ 25 ປະເທດໃນຈໍານວນ 36 ປະເທດທີ່ຖືກເຊີນແລະ 2 ອົງການຈັດຕັ້ງສາກົນຄື: ອົງການສະຫະປະຊາຊາດແລະທະນາຄານພັດທະນາໃໝ່ (New Development Bank) ເຂົ້າຮ່ວມ.
ໂອກາດນີ້, ທ່ານປະທານປະເທດໄດ້ກ່າວຄຳເຫັນຕໍ່ກອງປະຊຸມໂດຍໄດ້ຍົກໃຫ້ເຫັນວ່າສປປລາວໃຫ້ຄວາມສໍາຄັນຕໍ່ການຮ່ວມມືຫຼາຍຝ່າຍເພື່ອການພັດທະນາແບບຍືນຍົງແລະການສົ່ງເສີມການຮ່ວມມືກັບບັນດາປະເທດໃນພາກພື້ນແລະໃນໂລກໂດຍຢຶດຖືຫຼັກການການຮ່ວມມືຫຼາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງແລະການພັດທະນາຢ່າງເທົ່າທຽມ. ພ້ອມນີ້, ຍັງໄດ້ຕີລາຄາເຖິງຄວາມສຳຄັນຂອງກຸ່ມBRICS ຊຶ່ງເປັນກົນໄກການຮ່ວມມືໜຶ່ງທີ່ເຂັ້ມແຂງ, ມີບົດບາດແລະອິດທິພົນໃນເວທີສາກົນ, ພ້ອມທັງໄດ້ສະເໜີຕໍ່ກຸ່ມBRICS ເພື່ອເພີ່ມບົດບາດຂອງຕົນໃນການຂັບເຄື່ອນໂລກໃຫ້ເກີດການພັດທະນາຢ່າງເທົ່າທຽມ ໄປຄຽງຄູ່ກັບການຍົກສູງການຮ່ວມມືໃນລະດັບຕ່າງໆ ທັງໃນຂອບສອງຝ່າຍແລະຫຼາຍຝ່າຍລະຫວ່າງກຸ່ມBRICSແລະປະເທດກໍາລັງພັດທະນາແລະເອົາໃຈໃສ່ສືບຕໍ່ຊ່ວຍເຫຼືອຊຶ່ງກັນແລະກັນໂດຍສະເພາະຊ່ວຍເຫຼືອປະເທດໃນພາກພື້ນເຂດໂລກໃຕ້ ລວມທັງເປີດກວ້າງການຮ່ວມມືໃນບັນດາຂົງເຂດບຸລິມະສິດເຊັ່ນ: ການຄ້າ-ການລົງທຶນ, ການທ່ອງທ່ຽວ, ການເຊື່ອມຈອດ, ການຫັນເປັນດີິຈີຕອນ, ພະລັງງານສະອາດ, ສິນເຊື່ອກາກບອນ, ການສຶກສາແລະການພັດທະນາຊັບພະຍາກອນມະນຸດໃຫ້ນັບມື້ນັບກວ້າງຂວາງແລະເຂົ້າສູ່ລວງເລິກເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຈັດຕັ້ງປະຕິບັດແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030 ໃຫ້ປະກົດຜົນເປັນຮູບປະທໍາໂດຍບໍ່ປະຖິ້ມໃຜໄວ້ເບື້ອງຫຼັງ. ໃນໂອກາດກອງປະຊຸມສຸດຍອດBRICS ຄັ້ງນີ້, ສປປລາວຍັງໄດ້ສະແດງເຈດຈຳນົງໃນການສະໝັກເຂົ້າເປັນສະມາຊິກຂອງກຸ່ມBRICSເພື່ອສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ຮ່ວມກັບບັນດາປະເທດສະມາຊິກ.
ໃນໂອກາດດັ່ງກ່າວ, ທ່ານປະທານປະເທດແຫ່ງສປປລາວຍັງໄດ້ພົບປະສອງຝ່າຍກັບທ່ານວະລາດີເມຍປູຕິນປະທານາທິບໍດີແຫ່ງສະຫະພັນຣັດເຊຍ, ທ່ານສີຈິ້ນຜິງປະທານປະເທດແຫ່ງສປຈີນ, ທ່ານປະທານາທິບໍດີກາຊັກສະຖານ, ທ່ານປະທານາທິບໍດີອາແຊັກບາຍຊານ, ທ່ານນາຍົກລັດຖະມົນຕີສສຫວຽດນາມແລະບັນດາປະເທດສະມາຊິກກຸ່ມ BRICS ເພື່ອສືບຕໍ່ຍົກລະດັບການຮ່ວມມືສອງຝ່າຍແລະຫຼາຍຝ່າຍ.
ກອງປະຊຸມສຸດຍອດປະເທດກຸ່ມ BRICS ແມ່ນຈັດຂຶ້ນເປັນປະຈໍາທຸກປີຊຶ່ງເລີ່ມມາແຕ່ປີ 2009, ກອງປະຊຸມຄັ້ງຜ່ານມາແມ່ນຄັ້ງທີ 15 ຈັດຂຶ້ນຢູ່ ປະເທດອາຟຣິກາໃຕ້. ປັດຈຸບັນ, ກຸ່ມ BRICS ປະກອບດ້ວຍສະມາຊິກ 9 ປະເທດຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປຈີນ, ອາຟຣິກາໃຕ້, ເອຢິບ, ເອທິໂອປີ, ອີຣານ, ແລະສະຫະນະຄອນອາຣັບອາເມຣັດແລະມີອີກຫຼາຍກວ່າ 45 ປະເທດທີ່ສະແດງເຈດຈຳນົງໃນການເຂົ້າຮ່ວມກຸ່ມດັ່ງກ່າວ. ກອງປະຊຸມສຸດຍອດກຸ່ມ BRICS ຄັ້ງທີ 17 ຈະຈັດຂຶ້ນຢູ່ ປະເທດບຣາຊິນ.
ຂ່າວ: ກະຊວງການຕ່າງປະເທດ