ຫວ່າງບໍ່ດົນມານີ້ທີ່ພະຣາຊະວັງເຈົ້າຊີວິດນະຄອນຫຼວງສະຕ໋ອກໂຮມປະເທດຊູແອດ, ທ່ານບຸນທະວີ ວິລະວົງໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຄາຣ ກຸດສະຕາບຟ໊ທີXVIແຫ່ງຣາຊະອານາຈັກ ຊູແອດເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົນໃໝ່ປະຈຳຣາຊະອານາຈັກ ຊູແອດ.
ໃນໂອກາດດັ່ງກ່າວ, ພະຣາຊາຄາຣກຸດສະຕາບຟ໊ທີXVI, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານບຸນທະວີ ວິລະວົງໃນການມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງສປປລາວຄົນໃໝ່ປະຈຳຣາຊະອານາຈັກ ຊູແອດ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນດ້ວຍຜົນສຳເລັດອັນຈົບງາມເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ຊູແອດ ໃຫ້ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດທີ່ມີມາດົນນານແລ້ວນັ້ນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.​
ທ່ານບຸນທະວີ ວິລະວົງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ພອນໄຊອັນປະເສີດຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ເຖິງສົມເດັດພະຣາຊາຄາຣກຸດສະຕາບຟ໊ທີXVI ຂອງປະເທດຊູແອດ. ພ້ອມດຽວກັນນັ້ນ, ສົມເດັດພະຣາຊາຄາຣກຸດສະຕາບຟ໊ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ອວຍພອນໄຊອັນປະເສີດມາຍັງທ່ານປະທານປະເທດ ແຫ່ງ ສປປລາວ ເຮົາເຊັ່ນດຽວກັນ. ໃນໂອກາດດຽວກັນນີ້, ທ່ານເອກອັກຄະລັດຖະທູດກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ຊູແອດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕໍ່ ສປປລາວ ຫຼາຍດ້ານໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງລາວແລະ ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ແລກປ່ຽນສະພາບການຂອງໂລກ ແລະ ພາກພື້ນ ແລະ ປຶກສາຫາລືຊອກທ່າແຮງ ຊຸກຍູ້ສົ່ງເສີມການພົວພັນ ແລະ ຮ່ວມມືຂອງສອງປະເທດໃນຂະແໜງການຄ້າ ແລະ ການລົງທຶນ, ການສຶກສາ ແລະ ການທ່ອງທ່ຽວຕື່ມອີກ.
ສປປ ລາວ ແລະ ຣາຊະອານາຈັກຊູແອດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 10 ຕຸລາ 1964ຊຶ່ງປີນີ້ ຄົບຮອບ 60 ປີ. ສອງປະເທດໄດ້ມີການພົວພັນນຳກັນໃນລະດັບປົກກະຕິໂດຍໄດ້ແລກປ່ຽນການຢ້ຽມຢາມຊຶ່ງກັນ ແລະ ກັນໃນຫຼາຍລະດັບໃນໄລຍະຜ່ານມາ. ຣາຊະອານາຈັກ ຊູແອດ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ, ນັບຕັ້ງແຕ່ປີ 1974 ເປັນຕົ້ນມາ, ຕະຫຼອດໄລຍະຫຼາຍປີທີ່ຜ່ານມາ,ລັດຖະບານຊູແອດໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວໃນຫຼາຍດ້ານ ເປັນຕົ້ນດ້ານຄົມມະນາຄົມ,ກະສິກຳ-ປ່າໄມ້,ສິ່ງແວດລ້ອມ,ພະລັງງານໄຟຟ້າ,ສາທາລະນະສຸກ, ກົດໝາຍ ແລະ ອື່ນໆ. ມາເຖິງປັດຈຸບັນ, ການພົວພັນ ແລະ ຮ່ວມມືຂອງສອງປະເທດຍັງສືບຕໍ່ຊ່ວຍເຫຼືອຊຶ່ງກັນ ແລະ ກັນເປັນປົກກະຕິ.
ຂ່າວ:ກະຊວງການຕ່າງປະເທດ