ໃນວັນທີ 24 ຕຸລານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນຳຂອງແຂວງໄດ້ລົງເຄື່ອນໄຫວຊຸກຍູ້ພົບປະໂອ້ລົມປະຊາຊົນບ້ານລູສະເລຍ ແລະ ບ້ານຕະປ໋ອງ ທີ່ຂຶ້ນກັບຈຸດສຸມຈຽງຕູບເມືອງເຊໂປນ ແຂວງສະຫວັນນະເຂດ; ບ້ານລູສະເລຍ ມີທັງໝົດ 170 ຄົນ, ຍິງ 81 ຄົນ, ມີ 27 ຫຼັງຄາເຮືອນ, 28 ຄອບຄົວ. ໃນນັ້ນ,ມີຄອບຄົວອານາຖາ 5 ຄອບຄົວ, ທິດເໜືອຕິດກັບແຂວງກວາງບິ່ງສສຫວຽດນາມ, ທິດໃຕ້ຕິດກັບບ້ານສົບສະລູ, ທິດຕາເວັນອອກຕິດກັບບ້ານຕະປ໋ອງ, ທິດຕາເວັນຕົກຕິດກັບບ້ານລະເວີນ.
ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ຖາມເຖິງຄວາມຮຽກຮ້ອງຕ້ອງການຂອງພໍ່ແມ່ປະຊາຊົນ, ເພື່ອສ້າງເສດຖະກິດຄອບຄົວໃຫ້ມີລາຍໄດ້, ເພື່ອໃຫ້ທາງຄະນະນຳຂອງແຂວງໄດ້ຊຸກຍູ້ສົ່ງເສີມໃຫ້ຄອບຄົວປະຊາຊົນມີລາຍຮັບ. ໃນນີ້, ປະຊາຊົນສ່ວນໃຫຍ່ມີຄວາມຕ້ອງໃຫ້ທາງຄະນະນໍາຂອງແຂວງ ສະໜອງສັດລ້ຽງ (ແບ້ຫຼືງົວ) ເພາະເງື່ອນໄຂການລ້ຽງງົວ ແລະ ແບ້ຢູ່ເຂດນີ້ແມ່ນເໝາະສົມຫຼາຍ, ຊຶ່ງທ່ານເຈົ້າ ກໍເຫັນດີສະໜອງຕາມເງື່ອນໄຂທີ່ປະຊາຊົນຮຽກຮ້ອງຕ້ອງການ, ພ້ອມນັ້ນທາງແຂວງມີແຜນຈະຕິດຕັ້ງໄຟແສງຕາເວັນໃຫ້ປະຊາຊົນ ແລະ ຈະສ້າງລະບົບນໍ້າສະອາດ, ສ້າງວິດຖ່າຍ ແລະ ຈະສົ່ງເສີມທາງດ້ານການຮຽນ-ການສອນພາຍໃນໂຮງຮຽນຂອງບ້ານໃຫ້ດີຂຶ້ນ.
ຈາກນັ້ນ,ທ່ານເຈົ້າແຂວງ ພ້ອມຄະນະໄດ້ລົງພົບປະຢ້ຽມຢາມອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຕະປ໋ອງຂຶ້ນກັບຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ, ຊຶ່ງບ້ານຕະປ໋ອງມີ 233 ຄົນ, ຍິງ 113 ຄົນ, ມີ 54 ຫຼັງເຮືອນ, ມີ58 ຄອບຄົວ, ເປັນຊົນເຜົ່າຕຼີ 100%.
ໂອກາດນີ້, ເຈົ້າແຂວງໄດ້ຖາມເຖິງບັນຫາຕ່າງໆຢ່າງໃກ້ຊິດກັບພໍ່ແມ່ປະຊາຊົນ, ພ້ອມຖາມເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ທາງການນໍາຂອງແຂວງ ຍິນດີຈະແກ້ໄຂໃຫ້ ແລະ ຈະສະໜອງສັດລ້ຽງໃຫ້ປະຊາຊົນຕາມສະພາບຕົວຈິງຂອງແຕ່ລະຄອບຄົວ. ໂອກາດດຽວກັນ, ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ມອບຊຸດກັນໜາວໃຫ້ປະຊາຊົນຢ່າງທົ່ວເຖິງ ແລະ ມອບອຸປະກອນການຮຽນ, ມອບເງິນສົດໃຫ້ນາຍບ້ານເພື່ອເປັນຄັງບ້ານ.
(ແຫຼ່ງຂ່າວ: ສະຫວັນນະເຂດ)