ໃນວັນທີ24 ຕຸລາ ນີ້ທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນແລະສະພາດັດສົມໂທລະຄົມມະນາຄົມອາຊຽນຄັ້ງທີ2 ປະຈຳປີ2024 (2nd ASEAN Digital Senior Officials ' Meeting _ ASEAN TelecommunicationRegulators ' Council Leaders ' Retreat of 2024), ໂດຍປະຕິບັດການເປັນເຈົ້າພາບໝູນວຽນຂອງສປປລາວໂດຍທ່ານນາງ​ ພາວັນນາດວງບຸບຜາຮອງຫົວໜ້າອົງການດັດສົມໂທລະຄົມປະທານເຈົ້າໜ້າທີ່ອາວໂສດັດສົມໂທລະຄົມມະນາຄົມອາຊຽຊຶ່ງໄດ້ມີຜູ້ແທນຕາງໜ້າຈາກ10 ປະເທດສະມາຊິກອາຊຽນພ້ອມດ້ວຍກອງເລຂາອາຊຽນຫົວໜ້າສູນກອງທຶນອາຊຽນໄອຊີທີ(AICTC )ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລືບັນດາວາລະວຽກທີ່ສຳຄັນແລະການກະກຽມເນື້ອໃນສໍາລັບກອງປະຊຸມລັດຖະມົນຕີດີຈີຕອນອາຊຽນ(ADGMIN) 2025 ທີ່ ຣາຊະອານາຈັກໄທຈະເປັນເຈົ້າພາບແຜນການຮ່ວມມືກັບບັນດາປະເທດຄູ່ຮ່ວມເຈລະຈາແລະວາລະສໍາຄັນສະເພາະເຊັ່ນ: ຄວາມຄືບໜ້າບັນດາກິດຈະກໍາປະຈໍາປີ2024, (ສປປລາວມີ1 ກິດຈະກຳ),ແຜນການຮ່ວມມືແລະກິດຈະກໍາສໍາລັບສົກປີ2025; ວຽກງານທີ່ຕິດພັນກັບຄວາມປອດໄພທາງໄຊເບີ,ການປະເມີນແລະສະຫຼຸບການຈັດຕັ້ງປະຕິບັດແຜນແມ່ບົດADM2025, ພິຈາລະນາກ່ຽວກັບຮ່າງຖະແຫຼງການຮ່າງບົດຖະແຫຼງຂ່າວ(JMS) ແລະບັນດາເອກສານສໍາຄັນຕ່າງໆທີ່ ຈະສະເໜີຮັບຮອງໃນກອງປະຊຸມລັດຖະມົນຕີດີຈີຕອນອາຊຽນADGMINແລະອື່ນໆ.
ຂ່າວ:ກຕສ