ວຽກງານການໂຄສະນາສື່ສານ, ການເຜີຍແຜ່ຂໍ້ມູນ ລວມເຖິງພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ໃນໄລຍະຜ່ານມາ ແມ່ນໄດ້ເຜີຍແຜ່ຜ່ານຊ່ອງທາງເວັບໄຊແລະ ການພິມເປັນວາລະສານ ເທົ່ານັ້ນຊຶ່ງມີລາຍເດືອນ, ລາຍໄຕມາດ, ແຕ່ດ້ວຍສະພາບການຫັນປ່ຽນຂອງເຄື່ອງມືສື່ມວນຊົນໃນປັດຈຸບັນ ບໍລິສັດໄດ້ຫັນມານໍາໃຊ້ເຄື່ອງມືໂຄສະນາສື່ສານ ຜ່ານຫຼາຍຊ່ອງທາງໂດຍສະເພາະ ທາງສື່ສັງຄົມອອນລາຍເຊັ່ນ: Facebook, tiktok, zalo, youtube ແລະ website ເພື່ອເປັນຊ່ອງທາງໃນການປະຊາສໍາພັນ, ເຜີຍແຜ່ບັນດາຂໍ້ມູນ, ພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງກຸ່ມບໍລິສັດ EVN ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.
ທ່ານ ຈິງມາຍເຟືອງ ຫົວໜ້າຄະນະປະຊາສຳພັນ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ໄດ້ກ່າວໃນໂອກາດທີ່ຄະນະຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຊົນລາວຊຶ່ງນຳໂດຍທ່ານ ເລ ດຶກ ຮວາ ຮອງຄະນະວິຊາສື່ມວນຊົນ ແລະ ໂຄສະນາ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບການດຳເນີນວຽກງານສື່ສານມວນຊົນ ຂອງກຸ່ມບໍລິສັດດັ່ງກ່າວ ໃນວັນທີ 23 ຕຸລາຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍວ່າ: ປັດຈຸບັນການນໍາໃຊ້ຊ່ອງທາງໂຄສະນາ ປະຊາສຳພັນ ຜ່ານທາງສື່ສັງຄົມອອນລາຍ ແມ່ນສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ໄວ ແລະ ທັນສະພາບການຊຶ່ງເນື້ອໃນຂ່າວທີ່ບໍລິສັດຂຽນສ່ວນຫຼາຍແມ່ນເນັ້ນໃສ່ໜ້າທີ່ວຽກງານ, ຄວາມປອດໄພ ໃນການຊົມໃຊ້ໄຟຟ້າ ແລະ ການປະຢັດພະລັງງານໄຟຟ້າ, ການນໍາໃຊ້ພະລັງງານສະອາດ ແລະ ພະລັງງານ ແບບຍືນຍົງ ໂດຍສົ່ງລາຍງານຫາພາກສ່ວນທີ່ກ່ຽວຂ້ອງ ແລະ ປະສານສົມທົບກັບບັນດາອົງການສື່ມວນຊົນ ເພື່ອອອກຂ່າວ ແລະ ໂຄສະນາຕໍ່ໃຫ້ສັງຄົມໄດ້ຮັບຊາບ.
ພ້ອມດຽວກັນນີ້, ທ່ານ ຈິງມາຍເຟືອງຍັງໄດ້ລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ EVN ຊຶ່ງບໍລິສັດດັ່ງກ່າວເປັນບໍລິສັດແມ່ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ທີ່ຮັບຜິດຊອບໂດຍກົງ ໃນການບໍລິຫານການຜະລິດ, ການນໍາສົ່ງ, ການບໍລິການແຈກຢາຍ ແລະ ທຸລະກິດຊື້-ຂາຍທາງດ້ານພະລັງງານໄຟຟ້າ ໂດຍປະກອບມີ 17 ກົມກອງທີ່ຂຶ້ນກັບບໍລິສັດແມ່ໂດຍກົງ, ໃນນັ້ນມີ 8 ບໍລິສັດທີ່ຖືຫຸ້ນ 100%, 5 ບໍລິສັດຖືຫຸ້ນ 50% ແລະ ມີ 3 ບໍລິສັດຖືຫຸ້ນຕໍ່າກວ່າ 50%. ປັດຈຸບັນ, ພະນັກງານໃນກຸ່ມບໍລິສັດໄຟຟ້າຫວຽດນາມມີທັງໝົດ 96,300 ຄົນ, ມີກໍາລັງການຜະລິດໄຟຟ້າ 84.360 MW.ໃນນີ້, ພະລັງງານໄຟຟ້າຈາກນໍ້າກວມ 28%, ພະລັງງານຈາກຖ່ານຫີນ 33%, ພະລັງງານຈາກແສງແດດ ແລະ ລົມ 27%. ໃນປີ 2023 ສາມາດສ້າງລາຍຮັບໄດ້ 23 ຕື້ໂດລາ. ສຳລັບການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຂົງເຂດການຜະລິດໄຟຟ້າໃນໄລຍະຜ່ານມາ ມີພຽງ 35kv ແລະ 22kv ຢູ່ລຽບຕາມຊາຍແດນເທົ່ານັ້ນ ແລະ ໃນປີ 2016 ໄດ້ເຊັນສັນຍາຮ່ວມມືພັດທະນາພະລັງງານໄຟຟ້າຢູ່ລາວ ເພື່ອຂາຍໃຫ້ຫວຽດນາມ ໃນຈໍານວນ 200kv ຫາ 500kv.
(ຂ່າວ-ພາບ: ນາງມະນີທອນ)