ເມື່ອບໍ່ດົນມານີ້, ຄະນະຜູ້ແທນສາມະຄົມ ມິດຕະພາບລາວ-ຫວຽດນາມ ນະຄອນໂຮ່ຈີມິນ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ແຂວງຈໍາປາສັກ ຊຶ່ງນໍາໂດຍທ່ານ ຈາງ ຮື້ວ ເງ້ຍ ຮອງປະທານ ສະມາຄົມມິດຕະພາບຫວຽດນາມ-ລາວ ນະຄອນໂຮ່ຈິມິນ ໂດຍການຕ້ອນຮັບຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ປະທານສະມາຄົມມິດຕະພາບລາວ-ຫວຽດນາມແຂວງຈໍາປາສັກ ພ້ອມຄະນະ, ທີ່ສໍານັກງານຫ້ອງວ່າການແຂວງ.
ໃນໂອກາດນີ້, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ຈໍາປາສັກ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນໂຮ່ຈີມິນ ທີ່ໄດ້ເປັນເຈົ້າການໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ, ພ້ອມກ່າວໃຫ້ຮູ້ເຖິງຈຸດພິເສດທີ່ຕັ້ງ ບັນດ່າທ່າແຮງຂອງແຂວງ, ສະພາບການເຄື່ອນໄຫວໂດຍຫຍໍ້ຂອງສະມາຄົມມິດຕະພາບລາວ-ຫວຽດ ແຂວງຈໍາປາສັກ ມີພາລະບົດບາດໃນການເສີມສ້າງ ແລະ ເພີ່ມທະວີຄວາມສາມັກຄີ ລະຫວ່າງສອງຊາດລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນແຂວງຈໍາປາສັກ ແລະ ນະຄອນໂຮ່ຈີມິນ ເພື່ອຜົນປະໂຫຍດແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ, ສອງພັກ-ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ
ທ່ານ ຈາງ ຮື້ວ ເງ້ຍ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ອັນສະໜິດສະໜົມຂອງຄະນະສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງຈໍາປາສັກ. ຍາມໃດກໍໄດ້ຮັກສາຄວາມສາມັກຄີອັນພິເສດຂອງສອງຊາດ ການຮ່ວມມືໃນຫຼາຍດ້ານຂອງນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ, ຊຶ່ງນະຄອນໂຮ່ຈີມິນ ໃຫ້ຄວາມສົນໃຈ ແລະ ສຶກສາກ່ຽວກັບບັນດາຜະລິດຕະພັນຂອງລາວ, ສົ່ງເສີມການລົງທຶນຂອງນັກລົງທືນ ໂຮ່ຈີມິນ ຢູ່ແຂວງຈໍາປາສັກ, ດຶງດູດສິນຄ້າຄຸນນະພາບຂອງແຂວງຈໍາປາສັກ ສູ່ ນະຄອນໂຮ່ຈີມິນ; ເຊື່ອໜັ້ນວ່າການຢ້ຽມຢາມຄັ້ງນິ້ຈະເປັນການເສີມສ້າງສາຍພົວພັນການຮ່ວມມືລະຫວ່າງສອງຊາດ ໂດຍສະເພາະກໍ່ແມ່ນນະຄອນໂຮ່ຈີມິນ ແລະ ແຂວງຈໍາປາສັກ. ຈາກນັ້ນ ທັງສອງຝ່າຍກໍຕີລາຄາສູງຕໍ່ການຮ່ວມມືອັນຮັດແໜ້ນຂອງສອງຝ່າຍ, ສືບຕໍ່ຂະຫຍາຍສາຍພົວພັນ ສ້າງທຸກເງື່ອນໄຂ ກາລະໂອກາດເພື່ອເຮັດໃຫ້ສອງສະມາຄົມມິດຕະພາບແຂວງຈໍາປາສັກ-ນະຄອນໂຮ່ຈີມິນ ໄດ້ມີການໄປມາຫາສູ່ ພົບປະແລກປ່ຽນບົດຮຽນຮ່ວມກັນສະໝໍ່າສະເໝີ ເພື່ອຮັດແໜ້ນສາຍພົວພັນອັນຫຍິ່ງໃຫ່ຍຂອງສອງສະມາຄົມ ໃຫ້ຂຽວສົດງົດງາມ.
(ແຫຼ່ງຂ່າວ: ແຂວງຈໍາປາສັກ)