ຂ່າວສານຫວຽດນາມລາຍງານວ່າ: ຄວາມກົດດັນຂອງການຊື້ - ຂາຍນໍ້າມັນໃນອາທິດຜ່ານມາ (21-27 ຕຸລາ), ໄດ້ດຶງ MXV-Index ເພີ່ມຂຶ້ນເກືອບ 1,7% ເປັນ 2,193 ຈຸດ. ຫຼັງຈາກການຂາຍອອກຢ່າງແຂງແຮງໃນອາທິດກ່ອນ, ລາຄານ້ໍາມັນຂອງໂລກໄດ້ຟື້ນຕົວຫຼາຍກວ່າ 4% ໃນອາທິດຜ່ານມາ.
ຂ່າວລະບຸວ່າ: ສະເພາະ, ລາຄາ​ນ້ຳມັນ WTI ​ເພີ່ມ​ຂຶ້ນ 4,5%, ເປັນ 71,78 ໂດລາ/ບາເຣນ, ​ໃນ​ຂະນະ​ທີ່​ລາຄາ​ນ້ຳມັນ ເບຣນ ກໍ​ເພີ່ມ​ຂຶ້ນ 4,09% ​ເປັນ 76,05 ໂດລາ/ບາເຣນ. ຄວາມ​ເຄັ່ງ​ຕຶງ​ດ້ານ​ພູມ​ສາດ​ໃນ​ຕາ​ເວັນ​ອອກ​ກາງ​ໄດ້​ຖືກ​ກ່າວ​ວ່າ​ເປັນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດໃຫ້​ລາ​ຄາ​ນໍ້າມັນ ເພີ່ມຂຶ້ນ.
ກ່ຽວກັບຄວາມຕ້ອງການ, ບັນດານັກວິເຄາະຂອງທະນາຄານ JP Morgan (ສະຖາບັນການເງິນທີ່ມີມູນຄ່າຫຼາຍທີ່ສຸດໃນໂລກ) ໃຫ້ຮູ້ວ່າ: ຄວາມຕ້ອງການນ້ໍາມັນກັ່ນທີ່ແຂງແຮງໄດ້ສະໜັບສະໜູນບາງສ່ວນຂອງລາຄານ້ໍາມັນ. ສັງເກດເຫັນໄດ້ເຖິງຄວາມຕ້ອງການໃນການເດີນທາງໃນອາຊີທີ່ເພີ່ມຂຶ້ນ ແລະ ການຫຼຸດລົງຢ່າງຕໍ່ເນື່ອງຂອງປະລິມານນ້ຳມັນໃນຕະຫຼາດຫຼັກຫຼາຍແຫ່ງ. ຄວາມຕ້ອງການນ້ຳມັນກັ່ນໃນໄຕມາດທີ 4 ອາດເກີນຄວາມຄາດໝາຍຂອງຕະຫຼາດ.