ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມຖະແຫຼງຂ່າວປະຈຳໄຕມາດທີ 3 ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 23 ຕຸລາ ຜ່ານມາຢູ່ນະຄອນຫຼວງຮ່າໂນ້ຍ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:ວົງເງິນການສົ່ງອອກ, ນຳເຂົ້າສິນຄ້າ ຄາດວ່າບັນລຸເກືອບ 580 ຕື້ໂດລາ, ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໃນນັ້ນການສົ່ງອອກເພີ່ມຂຶ້ນ 15,4%. ບັນດາໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ GDP ໃນໄລຍະ 9 ເດືອນຜ່ານມາ.
ຂ່າວລະບຸວ່າ: ທ່ານ ບຸຍຮຸຍເຊີນ ຫົວໜ້າກົມແຜນການການເງິນກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມເດືອນທີ່ຍັງເຫຼືອຂອງປີນີ້, ຂະແໜງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຈະສຸມໃສ່ບັນດາມາດຕະການແກ້ໄຂ ເພື່ອຂຸດຄົ້ນຕະຫຼາດຢູ່ພາຍໃນປະເທດ, ກະຕຸ້ນການໃຊ້ສອຍ, ທ່ອງທ່ຽວ, ພັດທະນາການຄ້າເອເລັກໂຕຣນິກ, ພະຍາຍາມນຳການເຕີບໂຕ GDP ຂອງໝົດປີ 2024 ໃຫ້ບັນລຸ 7% ຄືດັ່ງເປົ້າໝາຍຂອງລັດຖະບານ. ກ່ຽວກັບການເຄື່ອນໄຫວສົ່ງອອກ, ທ່ານ ບຸຍຮຸຍເຊີນເນັ້ນໜັກວ່າ: ສືບຕໍ່ຜັນຂະຫຍາຍບັນດາມາດຕະການເພື່ອຊ່ວຍເຫຼືອວິສາຫະກິດສົ່ງອອກ ແລະ ພິເສດແມ່ນຍູ້ແຮງລາຍການສົ່ງອອກຕາມໂກຕ້າ. ທາງກະຊວງຈະສືບຕໍ່ເຈລະຈາ ແລະ ລົງນາມໃນບັນດາສັນຍາການຄ້າເສລີ (FTA) ໂດຍໄວ ເພື່ອສ້າງກອບນິຕິກຳ ແລະ ພິເສດແມ່ນອອກສູ່ຕະຫຼາດໃຫ້ບຸລິມະສິດສູງ ແລະ ມີສະຖຽນລະພາບ, ມີລັກສະນະຜູກມັດດ້ານນິຕິກຳໃຫ້ແກ່ບັນດາວິສາຫະກິດ.