ຂ່າວສານຊີອາໄອລາຍງານ ວ່າ: ກອງປະຊຸມລັດຖະມົນຕີພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ຢູ່ນະຄອນຊິງຕາວແຂວງຊ່່ານຕົ່ງຂອງຈີນ, ໃນກອງປະຊຸມຄັ້ງນີ້ໄດ້ປະກາດ “ແຜນດຳເນີນງານການຮ່ວມມືດ້ານພະລັງງານສີຂຽວ “ໜຶ່ງແລວໜຶ່ງເສັ້ນທາງ”(2024-2029)”.
ຂ່າວແຈ້ງໃຫ້ຮູ້ວ່າ: ນັບແຕ່ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ອອກມາເປັນເວລາ 11 ປີ, ຈີນໄດ້ດຳເນີນການຮ່ວມມືໃນໂຄງການພະລັງງານສີຂຽວກັບ 100 ກວ່າປະເທດແລະເຂດແຄ້ວນ. ປັດຈຸບັນນີ້, ຈຳນວນປະເທດພາຄີການພົວພັນຄູ່ຮ່ວມມືດ້ານພະລັງງານ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນມີເຖິງ 34 ປະເທດ, ການພົວພັນຄູ່ຮ່ວມມືແມ່ນສຸມໃສ່ຄວາມປອດໄພດ້ານພະລັງງານ, ການປ່ຽນແປງຮູບແບບຂອງພະລັງງານແລະຫົວຂໍ້ອື່ນໆ, ໄດ້ປະກອບສ່ວນແຜນການຂອງຈີນເຂົ້າໃນການບໍລິຫານແລະການປະຕິຮູບດ້ານພະລັງງານຂອງໂລກ.