ຂ່າວຕ່າງປະເທດລາຍງານ ຫວ່າງບໍ່ດົນມານີ້ວ່າ: ລາ​ຄາສະເລ່ຍຂອງຄອນໂດມິນຽມໃໝ່​ໃນ​ນະຄອນຫຼວງ​ໂຕ​ກຽວ ແລະ​ແຂວງໃກ້ຄຽງອີກ 3 ແຫ່ງ​ເຊັ່ນ: ໄຊຕາມະ, ຄາກາວະ ແລະ ຊິບະ ເພີ່ມຂຶ້ນສູງທີ່ສຸດແບບບໍ່ເຄີຍມີມາກ່ອນ ຢູ່ທີ່ 79.53 ລ້ານ​ເຢນ ໃນໄລຍະເຄິ່ງທຳອິດຂອງປີງົບປະມານ 2024.
ສະຖາບັນເສດຖະສາດອະສັງຫາລິມະຊັບ ຂອງຍີ່ປຸ່ນ ເປີດເຜີຍວ່າ: ລາຄາສະເລ່ຍຂອງຄອນໂດມິນຽມ ໃນພື້ນທີ່ດັ່ງກ່າວເພີ່ມຂຶ້ນ 1.5% ຈາກປີກ່ອນ ເນື່ອງຈາກຄ່າໃຊ້ຈ່າຍໃນການກໍ່ສ້າງເພີ່ມສູງຂຶ້ນຈາກຕົ້ນທຶນວັດສະດຸ ແລະ ຄ່າແຮງງານ.
ເມື່ອແບ່ງຕາມພື້ນທີ່ລາຄາສະເລ່ຍຂອງຄອນໂດມິນຽມ ໃນ 23 ເຂດຂອງນະຄອນຫຼວງໂຕກຽວ ເພີ່ມຂຶ້ນ 4.5%ຢູ່ທີ່ 110.51 ລ້ານເຢນ ໃນໄລຍະເດືອນເມສາ - ກັນຍາ ສ່ວນລາຄາສະເລ່ຍໃນຊິບະ ແລະ ຄານາກາວະ ເພີ່ມຂຶ້ນ 17.3% ແລະ 10.7% ຕາມລໍາດັບ.
ຂະນະດຽວກັນ, ຈໍານວນຄອນໂດມິນຽມໃໝ່ໃນເຂດນະຄອນຫຼວງໂຕກຽວຫຼຸດລົງ 29.7% ເຫຼືອ 8,238unitsໂດຍຈຳນວນຄອນໂດມິນຽມໃໝ່ໃນ 23 ເຂດຂອງນະຄອນຫຼວງໂຕກຽວຫຼຸດລົງ 42.9% ເຫຼືອ 3,24units ເນື່ອງຈາກຂາດແຄນແຮງງານ ຈຶ່ງເຮັດໃຫ້ການກໍ່ສ້າງຊັກຊ້າ.