
ໂດຍ: ພູວັນ
ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້ ແລະບາງວຽກງານມີຄວາມຄືບໜ້າຫຼາຍດ້ານ ໂດຍມອບໝາຍໃຫ້ບັນດາທ່ານຮອງເຈົ້າແຂວງຊີ້ນຳແຕ່ລະຂົງເຂດວຽກງານເປັນຜູ້ຕິດຕາມຊຸກຍູ້ຊ່ວຍໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.
ທ່ານ ຄຳຜອຍ ວັນນະສານ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໃນວັນທີ 15 ມັງກອນຜ່ານມາວ່າ: ໃນປີ 2024 ເສດຖະກິດຂອງແຂວງຂະຫຍາຍຕົວ 6% ລື່ນແຜນການປີ 12.81% ລວມຍອດຜະລິດຕະພັນພາຍໃນ(GDP)ບັນລຸໄດ້ 6,716.36 ຕື້ກີບ, ລື່ນແຜນການປີ 32.28% ສະເລ່ຍໃສ່ຫົວຄົນໜຶ່ງບັນລຸ 1,530 ໂດລາ ຫຼືເທົ່າກັບ 33.46 ລ້ານກີບ, ໃນນັ້ນຂະແໜງກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 9.35%, ຂະແໜງອຸດສາຫະກໍາ 6.57% ແລະຂະແໜງການບໍລິການ 2.26%, ໂຄງປະກອບເສດຖະກິດ (ອັດຕາສ່ວນກວມມູນຄ່າ GDP) ບັນລຸໄດ້ຂະແໜງກະສິກຳ-ປ່າໄມ້ ກວມເອົາ 49.72%, ຂະແໜງອຸດສາຫະກຳ-ຫັດຖະກຳກວມເອົາອັດຕາສ່ວນ 20.02%,ຂະແໜງການບໍລິການ ກວມ 28.24% ແລະຂະແໜງພາສີ, ອາກອນ ແລະ ຂາເຂົ້າສຸດທິກວມ 2.02%.
ໃນດ້ານການລົງທຶນແຂວງສາມາດປຸກລະດົມຂົນຂວາຍແລະນໍາໃຊ້ບັນດາແຫຼ່ງທຶນແລະກອງທຶນຕ່າງໆເຂົ້າໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມທັງໝົດ354ໂຄງການມູນຄ່າ1,317.05ຕື້ກີບ,ລື່ນແຜນ21.21% (ມະຕິສະພາ1,086.58ຕື້ກີບ) ມາຈາກ(1) ການລົງທຶນຂອງລັດ (PIP)82.52 ຕື້ກີບ ແລະ ລາຍຮັບເກີນແຜນປີ 2023 ມາຈັດຕັ້ງປະຕິບັດໃນປີ 2024 ຈໍານວນ 18 ໂຄງການ ມູນຄ່າ 14.37 ຕື້ກີບ; (2)ຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)36ໂຄງການ,ມູນຄ່າ81.02ຕື້ກີບ, ລື່ນແຜນ18.77% (ແຜນການ68.21ຕື້ກີບ)ນອກຈາກນີ້ມາຈາກການຊ່ວຍເຫຼືອຂອງສສຫວຽດນາມ 0.48ຕື້ກີບ, ຈາກສປຈີນ31.75ຕື້ກີບແລະມາຈາກການຊ່ວຍເຫຼືອຂອງການຈັດຕັ້ງທີ່ບໍ່ສັງກັດລັດຖະບານມີ36.13ຕື້ກີບ; (3) ຈາກການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງປະເທດ(FDI) ທີ່ໄດ້ນໍາທຶນເຂົ້າມາປະຕິບັດຕົວຈິງ727.97 ຕື້ກີບ; (4) ການລົງທຶນໃນຮູບແບບການປ່ອຍສິນເຊື່ອຈາກບັນດາທະນາຄານ323.49ຕື້ກີບເທົ່າກັບ79.79% ຂອງແຜນ, ໃນນີ້ປ່ອຍສິນເຊື່ອໃນຂະແໜງກະສິກໍາແລະປ່າໄມ້120.47ຕື້ກີບ, ຂະແໜງອຸດສາຫະກໍາ-ຫັດຖະກຳ57.44ຕື້ກີບແລະຂະແໜງການບໍລິການ189.80ຕື້ກີບ,
ຂຶ້ນທະບຽນໃໝ່ແລະດັດແກ້ທະບຽນວິສາຫະກິດໄດ້326ຫົວໜ່ວຍ, ໃນນີ້ຂຶ້ນໃໝ່271ຫົວໜ່ວຍ ແລະດັດແກ້ເພີ່ມທຶນປ່ຽນແປງເນື້ອໃນ55ຫົວໜ່ວຍ, ມາຮອດປັດຈຸບັນທົ່ວແຂວງມີທະບຽນວິສາຫະກິດທັງໝົດ3,280ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 2,822.81ຕື້ກີບ; ໄປຄຽງຄູ່ກັບການຊຸກຍູ້ສົ່ງເສີມຜູ້ປະກອບການ, ກຸ່ມຜະລິດ ແລະ ຜູ້ຜະລິດໃນການສ້າງ ແລະ ພັດທະນາສິນຄ້າໂອດັອບ ແລະ ສ້າງສິນຄ້າໂອດັອບໄດ້3 ກາໝາຍ 16 ຜະລິດຕະພັນ ເຮັດໃຫ້ທົ່ວແຂວງມີ 30 ຫົວໜ່ວຍ 134 ຜະລິດຕະພັນ ຊຶ່ງໄດ້ສ້າງມູນຄ່າການຜະລິດທັງໝົດ 18.78 ຕື້ກີບ ແລະ ມູນຄ່າການຈໍາໜ່າຍ23.65ຕື້ກີບແລະ ໄດ້ສົ່ງເສີມສິນຄ້າທ່າແຮງ 9ຫົວໜ່ວຍ; ດ້ານການສຶກສາທົ່ວແຂວງມີໂຮງຮຽນທັງໝົດ 652 ແຫ່ງຄື:ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ 1 ແຫ່ງ, ສູນການສຶກສານອກໂຮງຮຽນ 1 ແຫ່ງ, ໂຮງຮຽນກ່ອນໄວຮຽນແລະສາຍສາມັນສຶກສາທັງໝົດ 650 ແຫ່ງ, ໃນນີ້ໂຮງຮຽນເອກະຊົນ 6 ແຫ່ງ, 1,998 ຫ້ອງ, ມີຄູສອນທັງໝົດ 2,595ຄົນ, ຍິງ 1,789 ຄົນສາມາດບັນລຸ 6 ໃນ 12 ໂຕເລກຄາດໝາຍSDGsແລະບັນລຸ 9 ໃນ 17 ຄາດໝາຍດ້ານອື່ນໆ; ທົ່ວແຂວງມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍຊຸມຊົນ 6 ແຫ່ງ, ໂຮງໝໍທະຫານ 1 ແຫ່ງ, ສຸກສາລາ 50 ແຫ່ງສາມາດບັນລຸ 4 ໃນ 10 ຄາດໝາຍ SDGs, ບັນລຸໄດ້ 6 ໃນ 9 ຄາດໝາຍອື່ນໆ ຂອງຂົງເຂດສາທາລະນະສຸກ,ວຽກທີ່ພົ້ນເດັ່ນແມ່ນໄດ້ຈັດພິທີມອບ-ຮັບຖາວອນຜົນສໍາເລັດຂອງໂຄງການກໍ່ສ້າງໂຮງໝໍເມືອງຍອດອູແລະປະກາດຢຸດຕິການຖ່າຍຊະຊາຍຢູ່ທົ່ວແຂວງ.ມາຮອດທ້າຍປີ 2024 ບ້ານໃນທົ່ວແຂວງມີເສັ້ນທາງເຂົ້າເຖິງ100% ໃນນີ້ສາມາດທ່ຽວໄດ້ 2 ລະດູເພີ່ມຂຶ້ນ 2 ບ້ານເຮັດໃຫ້ບ້ານທີ່ມີເສັ້ນທາງສາມາດທຽວໄດ້ 2 ລະດູມີ335ບ້ານ ກວມ66.6%ຂອງຈໍານວນບ້ານໃນທົ່ວແຂວງ, 7 ເທດສະບານເມືອງມີນ້ຳປະປາຊົມໃຊ້ ແລະ ພວມສຸມໃສ່ກໍ່ສ້າງນໍ້າປະປາຊຸມຊົນເປົ້າໝາຍຕົວເມືອງນ້ອຍໃນຊົນນະບົດ 5 ຈຸດ, ມີ 7,794 ຄົວເຮືອນທີ່ໄດ້ຊົມໃຊ້ນໍ້າປະປາ ກວມ20.62% ຂອງຈໍານວນຄົວເຮືອນໃນທົ່ວແຂວງ;ກໍ່ສ້າງ-ສ້ອມແປງລະບົບຊົນລະປະທານໃຫ້ສາມາດຫົດນໍ້ານາໃນລະດູຝົນໄດ້8,068ເຮັກຕາ ເທົ່າກັບ99.42%ຂອງແຜນການ (ແຜນການ 8,115 ເຮັກຕາ)ແລະລະດູແລ້ງຫົດໄດ້4,396ເຮັກຕາ ເທົ່າກັບ82.17%ຂອງແຜນການ (ແຜນການ 5,350 ເຮັກຕາ);ມີ 362 ບ້ານທີ່ໄດ້ຊົມໃຊ້ຕາຂ່າຍໄຟຟ້າລັດ ກວມ71.97%ຂອງຈໍານວນບ້ານໃນທົ່ວແຂວງ;ມີ 25,335 ຄົວເຮືອນໄດ້ຊົມໃຊ້ໄຟຟ້າກວມເອົາ 68.02% ຂອງຈໍານວນຄົວເຮືອນໃນທົ່ວແຂວງ.