
ເມື່ອບໍ່ດົນມານີ້ ທີ່ໂຮງແຮມດອກຈຳປາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາຄວາມເຂົ້າໃຈ (MOU) ວ່າດ້ວຍການເກັບກໍາຂໍ້ມູນ ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼງທ່ອງທ່ຽວຖໍ້າເກົາເຫຼົາ ຢູ່ບ້ານນ້ຳແອງ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍບໍລິສັດ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອ່ອນຈັນ ຄໍາພາວົງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ຄຳຟອງ ອີນມານີ ປະທານສະພາປະຊາຊົນແຂວງ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົົມ ທ່ານ ວົງມະນີ ເພື່ອປະຊາ ກໍາມະການັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ,ທ່ານ ບຸນຊົງ ວາໄຊຍີ ເຈົ້າເມືອງວຽງພູຄາ, ທ່ານຈຽງຈິນ ປະທານບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ ມີຫົວໜ້າ - ຮອງຫົວໜ້າພະແນກການ ແລະ ພາກສ່ວນທີ່ກຽວຂ້ອງເຂົ້າຮ່ວມ.
ການເຊັນສັນຍາຄັ້ງນີ້, ເພື່ອດຳເນີນການສຳຫຼວດ, ເກັບກຳຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ແຫຼ່ງທ່ອງທ່ຽວ ຖໍ້າເກົາເຫຼົາ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ກໍລະນີເຫັນວ່າໂຄງການມີຄວາມເປັນໄປໄດ້ ຫຼື ເປັນເສດຖະກິດ ຜູ້ລົງທຶນມີສິດໃນການເຈລະຈາກັບອົງການປົກຄອງແຂວງຫຼວງນ້ຳທາ ເພື່ອກ້າວເຂົ້າສູ່ສັນຍາສຳປະທານໂຄງການດັ່ງກ່າວ ຕາມການພິຈາລະນາຂອງອົງການປົກຄອງແຂວງ ໂດຍຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ໄລຍະເວລາການສຳຫຼວດສືກສາຄວາມເປັນໄປໄດ້ຂອງໂຄງການແມ່ນໃຊ້ເວລາ 18 ເດືອນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ເຊິ່ງໄລຍະເວລາດັ່ງກ່າວ ແມ່ນລວມທັງເວລາຂຽນບົດວິພາກເສດຖະກິດ-ເຕັກນິກ, ບົດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບົດປະເມີນຜົນກະທົບຕໍ່ສັງຄົມ.
ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ມີທ່ານ ວົງມະນີ ເພື່ອປະຊາ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ທ່ານ ບຸນຊົງ ວາໄຊຍີ ເຈົ້າເມືອງວຽງພູຄາໃນນາມຕາງໜ້າອົງການປົກຄອງແຂວງ ແລະ ທ່ານຈຽງຈິນ ປະທານບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ, ທ່ານ ຫຼົວຮົງເວີຍ ຮອງປະທານບໍລິສັດກຸ່ມ ຊົງຊິງ ຈົງຈືທຽນເຊິງ ຈໍາກັດ ໂດຍຊ່ອງໜ້າພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
(ຂ່າວ: ມຸນຕີ)