ການສອບເສັງນັກຮຽນເກັ່ງຊັ້ນປະຖົມ ປ5, ຊັ້ນມັດທະຍົມສຶກສາ ຕອນຕົ້ນ (ມ4) ແລະ ມັດທະຍົມສຶກສາ ຕອນປາຍ (ມ7) ປະຈໍາສົກຮຽນ 2024-2025 ຂັ້ນແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນອາທິດຜ່ານມານີ້, ມີທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ນັກສອບເສັງ ເຂົ້າຮ່ວມ.
ໃນສົກຮຽນ 2024-2025 ທົ່ວແຂວງຫຼວງພະບາງ ມີນັກຮຽນເຂົ້າສອບເສັງທັງໝົດ 195 ຄົນ, ຍິງ 100 ຄົນ. ໃນນີ້, ຊັ້ນປະຖົມສຶກສາ ປ5 ມີ 41 ຄົນ ຍິງ 18 ຄົນ ສອບເສັງໃນ 3 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ ແລະ ສິງແວດລ້ອມ, ຊັ້ນມັດທະຍົມສຶກສາ ມ4 ມີນັກສອບເສັງ 74 ຄົນ ຍິງ 44 ຄົນ, ຊັ້ນມັດທະຍົມຕອນປາຍ ມ7 ມີນັກສອບເສັງ 80 ຄົນ ຍິງ 38 ຄົນ, ສອບເສັງໃນ 4 ວິຊາຄື: ວິຊາ ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ວິຊາເຄມີສາດ.
ຜ່ານການສອບເສັງຜົນປະກົດວ່າ: ຊັ້ນປະຖົມ ປ5 ທິີ 1: ວິຊາພາສາລາວ-ວັນນະຄະດີ ທ້າວ ສຸລິຍາ ມະນີ ຈາກໂຮງຮຽນປະຖົມກຽດຕິສັກນານາຊາດ, ວິຊາຄະນິດສາດ ທ້າວ ສຸວິສິນ ຄວງຈະເລີນ ຈາກໂຮງຮຽນປະຖົມຮຸ່ງຟ້າ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ນາງ ນັດຕິຢາ ສີບຸນທັນ ຈາກໂຮງຮຽນປະຖົມ ຊ້າງແກ້ວ. ຊັ້ນມັດທະຍົມຕົ້ນ ມ4 ທີ 1: ວິຊາພາສາລາວວັນນະຄະດີ ນາງ ນັດທະວິພາ ວຽງໄຊ ຈາກໂຮງຮຽນມັດທະຍົມຕົ້ນເອື້ອຍໜູນ້ອຍ 1, ວິຊາຄະນິດສາດ ທ້າວ ແກ້ວມັງກອນ ຈັນຖາວອນ ຈາກໂຮງຮຽນມັດທະຍົມສົມບູນປ່ອງຄຳ, ວິຊາເຄມີສາດ ທ້າວ ຈັນທະຄອນ ພົມວິທຳ ຈາກໂຮງຮຽນມັດທະຍົມຕົ້ນເທບປັນຍາ ແລະ ວິຊາຟີຊິກສາດ ທ້າວ ບຸດທະຄອນ ຈັນທະຄຸນ ຈາກໂຮງຮຽນມັດທະຍົມສົມບູນປ່ອງຄຳ. ຊັ້ນມັດທະຍົມປາຍ ມ7 ທີ 1: ວິຊາພາສາລາວ-ວັນນະຄະດີ ນາງ ທຸມມາ ແພງລືຊາ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ, ວິຊາຄະນິດສາດ ທ້າວ ອຸດອນ ມະນີຍົມ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ, ວິຊາເຄມີສາດ ທ້າວ ກົງ ຢ່າງ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ ແລະ ວິຊາ ຟີຊິກສາດ ທ້າວ ຊະ ວ່າ ຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ.
(ພາບ: ສອນລາວັນ ຈັນມານິດ, ຂ່າວ: ສອນອາຄົມ ແກ້ວຄຳເພັດ)