ເມື່ອທ້າຍເດືອນກຸມພາຜ່ານມາ, ເວັບໄຊສູນສະຖິຕິແຫ່ງຊາດ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນກຸມພາ 2025 ໂດຍໃຫ້ຮູ້ວ່າ: ອັດຕາເງິນເຟີ້ເດືອນກຸມພາ 2025 ແມ່ນສືບຕໍ່ເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຈາກເດືອນຜ່ານມາ, ອັດຕາເງິນເຟີ້ ຢູ່ໃນລະດັບ 12.7% ຫຼຸດລົງຈາກເດືອນຜ່າມາ 2.8% (ເດືອນມັງກອນ 2025 ແມ່ນ 15.5%).
    ບົດລາຍງານດັ່ງກ່າວໃຫ້ຮູ້ອີກວ່າ: ທຸກໝວດສິນຄ້າເໜັງຕີງເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ; ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນໝວດຮັກສາສຸຂະພາບແລະຢາຊຶ່ງມີອັດຕາເງິນເຟີ້ຢູ່ໃນລະດັບ22.7%,ຖັດລົງມາແມ່ນໝວດທີ່ພັກອາໄສ,ນໍ້າປະປາ,ໄຟຟ້າແລະເຊື້ອເພີງຫຸງຕົ້ມ21.8%,ໝວດການສຶກສາ20.7,ໝວດເຄື່ອງໃຊ້ໃນເຮືອນ20.3%,ໝວດຮ້ານອາຫານແລະໂຮງແຮມ19%.ສໍາລັບໝວດສະບຽງອາຫານແລະເຄື່ອງດື່ມບໍ່ມີທາດເຫຼົ້າຊຶ່ງເປັນໝວດສິນຄ້າທີ່ມີນໍ້າໜັກການຊົມໃຊ້ກວມເອົາຫຼາຍກວ່າໝູ່ແມ່ນຢູ່ໃນລະດັບ10.8%,ໝວດຄົມມະນາຄົມແລະການຂົນສົ່ງ8,7%.
ເມື່ອສົມທຽບລະດັບການປ່ຽນແປງລາຄາເດືອນຕໍ່ເດືອນເຫັນວ່າຢູ່ໃນລະດັບຫຼຸດລົງ-0.3%;ໃນນັ້ນ,ໝວດສິນຄ້າທີ່ເໜັງຕີງຫຼຸດລົງມີໝວດສະບຽງອາຫານແລະເຄື່ອງດື່ມບໍ່ມີທາດເຫຼົ້າຫຼຸດລົງ-1%; ພົ້ນເດັ່ນແມ່ນໝາກເລັ່ນຫຼຸດລົງ-44.5%,ຜັກສະຫຼັດ-36.4%,ຫອມປ້ອມ-31.9%,ຜັກຊີ-22.1%,ເຂົ້າສານ-0.1%;ໝວດຄົມມະນາຄົມແລະການຂົນສົ່ງຫຼຸດລົງ-0.1%,ພົ້ນເດັ່ນແມ່ນລົດໃຫຍ່ຫຼຸດລົດ -0,4%,ປະເພດເຄື່ອງອາໄຫຼ່ແລະການສ້ອມແປງ-0,3%.
ສາເຫດທີ່ສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເດືອນກຸມພາ2025ເໜັງຕີງເພີ່ມຂຶ້ນໃນຈັ່ງຫວະທີ່ຊ້າລົງຕົ້ນຕໍແມ່ນຍ້ອນສະພາບອັດຕາແລກປ່ຽນສືບຕໍ່ມີສະຖຽງລະພາບດີຂຶ້ນບວກກັບສະພາບການຜະລິດກະສິກໍາໂດຍສະເພາະປະເພດພືດຜັກຍັງຢູ່ໃນໄລຍະທີ່ສາມາດຜະລິດແລະສະໜອງໄດ້ຫຼາຍຂຶ້ນ.
(ຂ່າວ: ສຸກສະຫວັນ)