ໂຄງການຄວບຄຸມປະຊາກອນຍຸງໂລກ, ກະຊວງສາທາລະນະສຸກ ສປປ ລາວ ແລະ ອົງການ ຊ່ວຍເຫຼືອເດັກຈະເລີ່ມປ່ອຍຍຸງລາຍໂວບັກເຄຍໄລຍະທີສອງ ຊຶ່ງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການໄລຍະທີສອງເພື່ອຕ້ານພະຍາດຕິດຕໍ່ຈາກຍຸງລາຍຢູ່ລາວ, ໃນວັນທີ 13 ມີນາ ນີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ. ຮ່ວມລົງນາມລະຫວ່າງ ທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ, ທ່ານ ລຸກ ເອປສ ຫົວໜ້າອົງການຊ່ວຍເຫຼືອເດັກປະຈຳ ສປປ ລາວ ໂດຍຊ້ອງໜ້າທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານນາງ ເບັນນິຕາ ຊໍາເມີວິວ ຮອງເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນທີ່ເຂົ້າຮ່ວມ.
ທ່ານນາງ ເບັນນິຕາ ຊໍາເມີວິວ ໄດ້ກ່າວວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດທີ່ຄຸກຄາມໄປທົ່ວໂລກ ທີ່ເພີ່ມຂຶ້ນຍ້ອນການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ການຂະຫຍາຍຕົວຂອງຕົວເມືອງ. ນັກວິທະຍາດອົສຕຣາລີ ໄດ້ຄິດຄົ້ນວິທີການໂວບັກເຄຍ ຊຶ່ງວິທີການບຸກເບີກນີ້ແມ່ນນໍາໃຊ້ເຊື້ອຈຸລິນຊີທີ່ເກີດຕາມທໍາມະຊາດ ມາຊ່ວຍໃນການຍຸດຢັ້ງຍຸງບໍ່ໃຫ້ສາມາດສົ່ງຕໍ່ເຊື້ອພະຍາດໄຂ້ຍຸງລາຍ ແລະ ພະຍາດທີ່ເຮັດໃຫ້ເສຍຊີວິດອືີ່ນໆທີ່ມີຍຸງເປັນພາຫະ. ວິທີການໂວບັກເຄຍນີ້ໄດ້ຖືກພິສູດແລ້ວວ່າມີຄວາມປອດໄພ ແລະ ມີປະສິດທິພາບ ຢູ່ໃນ 14 ປະເທດ.
ທ່ານ ລຸກ ເອປສ ກ່າວວ່າ: ພະຍາດໄຂ້ຍຸງລາຍເປັນພະຍາດທີ່ຮ້າຍແຮງແຕ່ສາມາດປ້ອງກັນໄດ້ ແລະ ເດັກນ້ອຍແມ່ນຈັດຢູ່ໃນກຸ່ມທີ່ມີຄວາມບອບບາງຕໍ່ກັບພະຍາດດັ່ງກ່າວ. ການຮ່ວມມືທີ່ເຂັ້ມແຂງຖືວ່າເປັນໝາກຫົວໃຈຫຼັກໃນການຈັດການກັບບັນຫານີ້, ການສະໜັບສະໜູນຈາກລັດຖະບານ ອົສຕຣາລີ ແລະ ພາກເອກກະຊົນ, ອົງການຊ່ວຍເຫຼືອເດັກໄດ້ເຮັດວຽກຮ່ວມກັບໂຄງການຄວບຄຸມປະຊາກອນຍຸງໂລກ ແລະ ລັດຖະບານແຫ່ງ ສປປ ລາວ ໃນການຜັນຂະຫຍາຍໂຄງການຊ່ວຍຊີວິດໃຫ້ເຂົ້າເຖິງຫຼາຍຊຸມຊົນໃນທົ່ວປະເທດລາວ, ວິກິດການການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ວຽກງານນີ້ຕ້ອງໄດ້ຮັບການເລັ່ງປະຕິບັດ ຊຶ່ງໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງທີ່ເກີດຂຶ້ນເລື້ອຍໆແມ່ນເປັນອີກປັດໄຈໜຶຶ່ງທີ່ເຮັດໃຫ້ການແຜ່ລະບາດຂອງໄຂ້ຍຸງລາຍເພີ່ມຂຶ້ນ.
ໂຄງການຄວບຄຸມປະຊາກອນຍຸງໂລກຊຶ່ງເປັນວິທີປ້ອງກັນການແຜ່ລະບາດຂອງພະຍາດທີ່ເກີດຈາກຍຸງລາຍ ຊຶ່ງເປັນວິທີທີ່ມີຄວາມປອດໄພ, ເປັນທຳມະຊາດ ແລະ ມີປະສິດທິພາບ ຢູ່ໃນພື້ນທີ່ມີການລະບາດຂອງໄຂ້ຍຸງລາຍໃນປະເທດ, ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ມູນນິທິ ກິລິດສປິ ເປັນຈໍານວນເງິນ 8.2 ລ້ານໂດລາອົສຕຣາລີ ຊຶ່ງຈະຊ່ວຍກະຊວງສາທາລະນະສຸກ ໃນການຕ້ານໄຂ້ຍຸງລາຍ ແລະ ພະຍາດຕິດຕໍ່ອື່ນໆ ທີ່ມີຍຸງລາຍເປັນພາຫະລວມທັງໄຂ້ຊິກ້າ ແລະ ໄຂ້ເຈັບຂໍ່ ໃນ ສປປ ລາວ, ພະຍາດໄຂ້ຍຸງລາຍເປັນໄພຄຸກຄາມຕະຫຼອດປີໃນທົ່ວປະເທດ, ກໍລະນີຂອງພະຍາດໄຂ້ຍຸງລາຍໄດ້ເພີ່ມຂຶ້ນຫຼາຍກວ່າ 20,000 ຄົນ ໃນປີຜ່ານມາ ແລະ ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ຈໍານວນ 11 ຄົນ. ໃນປີ 2025, ໂຄງການຈະຂະຫຍາຍເຂດພື້ນທີ່ໂຄງການໃຫ້ກວມເອົາປະມານ 60 ກິໂລຕາແມັດ ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ແລະ 24 ກິໂລຕາແມັດ ທີ່ກວມເອົາ 4 ແຂວງ ເຊັ່ນ: ແຂວງຫຼວງພະບາງ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ເຂດໂຄງການປ່ອຍຍຸງຄັ້ງໃໝ່ນີ້ ແມ່ນຈະເຂົ້າເຖິງປະຊາຊົນຫຼາຍກວ່າ 1.2 ລ້ານຄົນ ທີ່ຈະຖືກປົກປ້ອງໂດຍວິທີການໂວບັກເຄຍ, ການຂະຫຍາຍໂຄງການໃນຄັ້ງນີ້ເກີດຂຶ້ນຫຼັງຈາກການປະຕິບັດ ແລະ ໄດ້ບັນລຸຕາມຜົນສຳເລັດຂອງການນຳໃຊ້ຍຸງ ໂວບັກເຄຍ ຢູ່ໃນເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງໄດ້ຊ່ວຍປົກປ້ອງປະຊາກອນໃນ 32 ບ້ານ ມີທັງໝົດປະມານ 86,000 ຄົນ.
ພາຍຫຼັງການກໍາຈັດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍຈາກອົສຕຣາລີຢ່າງມີປະສິດທິຜົນ, ປັດຈຸບັນ WMP ເຮັດວຽກຢູ່ໃນ 15 ປະເທດໃນທົ່ວອາຊີ, ໂອເຊຍເນຍ ແລະ ອາເມຣິກາ, ປົກປ້ອງປະຊາຊົນຫຼາຍກວ່າ 13.3 ລ້ານຄົນດ້ວຍວິທີ ໂວບັກເຄຍ ຊຶ່ງເຫັນຜົນໄດ້ຮັບຈາກປະເທດຫວຽດນາມ, ອິນໂດເນເຊຍ, ເບຣຊິນ ແລະ ໂຄລົມເບຍ ສະແດງໃຫ້ເຫັນການຫຼຸດຜ່ອນການເກີດພະຍາດໄຂ້ຍຸງລາຍຢ່າງຫຼວງຫຼາຍໃນຂົງເຂດບໍລິເວນທີ່ປ່ອຍຍຸງໂວບັກເຄຍອອກມາ.
(ຂ່າວ: ບຸນອູ້ມ)