
ກອງປະຊຸມແຫ່ງຊາດດ້ານໂພຊະນາການຄັ້ງທີ 10 ແລະ ກອງປະຊຸມຄະນະກຳມະການແຫ່ງຊາດດ້ານໂພຊະນາການປະຈຳປີ 2024 ໄດ້ຈັດຂຶ້ນໃນວັນທີ 18 ມີນານີ້ ທີ່ນະຄອນຫຼວງວຽງຈັນໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານບິລາລ ໂອແຣັງ ເຊັບ ດຸຣານີ (Bilal Aurang Zeb Durrani) ຜູ້ຕາງໜ້າອົງການສະຫະປະຊາດສໍາລັບເດັກ (ອົງການອຸຍນີເຊັບ) ປະຈຳສປປ ລາວ,ທ່ານອາເລັກຊານເດີ ເຄຣເມີ (Alexander Kremer) ຫົວໜ້າຫ້ອງການທະນະຄານໂລກປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອ “ການສະໜອງທຶນໃສ່ວຽກງານໂພຊະນາການເພື່ອຮີບຮ້ອນໃຫ້ມີການຈັດຕັ້ງປະຕິບັດແບບເລັ່ງລັດ” ໃນໂຄ້ງສຸດທ້າຍຂອງການປະຕິບັດແຜນ 5 ປີ ຄັ້ງທີ 9 ກໍຄືແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການປີ2020-2025 ແນໃສ່ໃຫ້ບັນລຸຄາດໝາຍດ້ານໂພຊະນາການ ໂດຍສະເພາະໃຫ້ອັດຕາເດັກຂາດອາຫານປະເພດລວງສູງບໍ່ໄດ້ມາດຕະຖານຫຼຸດລົງເປັນ 1 ໃນ 4 ໃນປີ 2030.ດັ່ງນັ້ນ, ຂໍຮຽກຮ້ອງມາຍັງບັນດາຂະແໜງການ, ອົງການຈັດຕັ້ງທຸກພາກສ່ວນ ແລະ ຄະນະກຳມະການໂພຊະນາການທຸກຂັ້ນ ຈົ່ງໄດ້ສືບຕໍ່ເຊີດຊູຄວາມຮັບຜິດຊອບສູງ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ໃນການຈັດຕັ້ງປະຕິບັດຢ່າງໃກ້ຊິດບາງວຽກງານທີ່ສຳຄັນດັ່ງນີ້: 1)ສືບຕໍ່ເອົາວຽກໂພຊະນາການເຊື່ອມເຂົ້າໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 10 ແລະ ລະບົບລາຍງານຕິດຕາມປະເມີນຜົນຂອງຊາດ;2)ໃຫ້ແຕ່ລະຂະແໜງການນຳເອົາບັນດາກຸ່ມກິດຈະກຳທີ່ນອນຢູ່ໃນແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ ເຊື່ອມເຂົ້າໃນແຜນພັດທະນາ 5 ປີ ແລະ ຈັດເຂົ້າເປັນແຜນບຸລິມະສິດປະຈໍາປີ 2025 ແລະ ເຊື່ອມເຂົ້າໃນກອບລະບົບລາຍງານຂອງແຕ່ລະຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນ;3)ສູ້ຊົນເພີ່ມທະວີການສະໜອງດ້ານງົບປະມານເພື່ອໃຫ້ໄດ້ຈັດຕັ້ງປະຕິບັດ ແລະ ການສັງລວມລາຍງານດ້ານການເງິນທີ່ສະໜອງໃນວຽກໂພຊະນາການໃນແຕ່ລະຂະແໜງການ; 4)ເພີ່ມທະວີ ການຮ່ວມມືປະສານງານກັບຄູ່ຮ່ວມພັດທະນາ, ຜູ້ໃຫ້ທຶນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສັງຄົມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນເພື່ອລະດົມທຶນ ໃນການສະໜັບສະໜູນວຽກງານໂພຊະນາການ; 5)ສືບຕໍ່ ປັບປຸງຄະນະກຳມະການໂພຊະນາການຂັ້ນແຂວງ, ເມືອງຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີສະບັບປັບປຸງເລກທີ 155 ແລະ ປັບປຸງຈຸດປະສານງານແຕ່ລະຂະແໜງການ ເພື່ອໃຫ້ມີຄວາມຄ່ອງໂຕ ແລະ ຟົດຟຶ້ນຢ່າງຕໍ່ເນື່ອງ ພ້ອມທັງໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ;6)ສ້າງຄວາມເຂັ້ມແຂງໃຫ້ລະບົບການຜະລິດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານເພື່ອສຸຂະພາບແບບຍືນຍົງ ພ້ອມທັງສ້າງຄວາມເຂັ້ມແຂງລະບົບບໍລິການດ້ານໂພຊະນາການ;7)ເຮັດການເຝົ້າລະວັງທາງດ້ານໂພຊະນາການຢ່າງເປັນປົກກະຕິ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ນຳໃຊ້ບັນດາຂໍ້ມູນຫຼັກຖານໃໝ່ເຂົ້າໃນການວາງແຜນແກ້ໄຂບັນຫາໃຫ້ຖືກຈຸດ ແນໃສ່ເຮັດໃຫ້ການລົງທຶນໄດ້ຮັບປະສິດທິຜົນສູງສຸດ;8)ທຸກພາກສ່ວນໃຫ້ການສະໜັບສະໜູນ ການສະໜອງ ແລະ ຈັດສັນທຶນໃສ່ເພື່ອຈັດຕັ້ງປະຕິບັດ ວຽກງານໂພຊະນາການ, ຕິດຕາມຊຸກຍູ້ປະເມີນຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ສະຫຼຸບລາຍງານເປັນແຕ່ລະໄລຍະ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ