
ໃນລະຫ່ວາງວັນທີ17-19 ມີນານີ້, ອົງການກາແດງແຫ່ງຊາດລາວໄດ້ຈັດອົບຮົມການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ (Community Early Warning Training) ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານຄຸ້ມຄອງໄພພິບັດຂອງອົງການກາແດງແຂວງໃນທົ່ວປະເທດຂຶ້ນ, ໂດຍການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີຄູຝຶກທີ່ມາຈາກສະຫະພັນກາແດງແລະຊີກວົງເດືອນແດງສາກົນ (IFRC), ຈາກສະພາກາຊາດໄທແລະມີບັນດາທ່ານຮອງຫົວໜ້າຫ້ອງ ການພ້ອມດ້ວຍສຳມະນາກອນຈາກອົງການກາແດງແຫ່ງຊາດລາວ, ກາແດງແຂວງເຂົ້າຮ່ວມທັງໝົດ20 ທ່ານຍິງ8 ທ່ານ.
ຊຸດຝຶກອົບຮົມຄັ້ງນີ້ເປັນການເສີມສ້າງຂີດຄວາມສາມາດໃຫ້ແກ່ພະນັກງານອົງການກາແດງໃນຂອບເຂດທົ່ວປະເທດໃຫ້ມີຄວາມພ້ອມກ່ຽວກັບລະບົບການແຈ້ງເຕືອນໄພລ່ວງໜ້າໃນຊຸມຊົນ (CEWS) ເພື່ອໃຫ້ການຕອບໂຕ້ແລະຫຼຸດຜ່ອນຕໍ່ຜົນກະທົບຂອງໄພພິບັດຕ່າງໆລວມທັງໄພນໍ້າຖ້ວມ, ໄພແຫ້ງແລ້ງ, ພາຍຸແລະອື່ນໆທີ່ອາດຈະເກີດຂຶ້ນຫຼືກໍາລັງເກີດຂຶ້ນໃນປັດຈຸບັນແລະເພື່ອນໍາເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍຕໍ່ໃຫ້ແກ່ຄະນະຮັບຜິດຊອບວຽກງານຄຸ້ມຄອງໄພພິບັດຂັ້ນເມືອງແລະຊຸມຊົນໃນຕໍ່ໜ້າ. ຊຸດອົບຮົມໃນຄັ້ງນີ້ໄດ້ຮັບການສະໜັບສະໜູນງົບປະມານຈາກສະຫະພັນກາແດງແລະຊີກວົງເດືອນແດງສາກົນ (IFRC).
(ຂ່າວ: ອົງການກາແດງ)