
ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຜາຄໍາ ອິນແສງ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງພາຍໃນຫຼັກ 6, ຄູຝຶກ, ນັກກິລາ, ຜູ້ຊົມ-ເຊຍ ເຂົ້າຮ່ວມ.
ການແຂ່ງຂັນກິລາໃນຄັ້ງນີ້, ປະກອບດ້ວຍ 2 ປະເພດທີມຄື: ທີມບານເຕະຊາຍ ແລະຍິງ ທີ່ມາຈາກ 6 ພາກສ່ວນຄື:ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ.
ຜົນການແຂ່ງຂັນກິລາຄັ້ງນີ້, ເຕະບານຊາຍ ທີ 1 ຄະນະກວດກາສູນກາງພັກ ໄດ້ຮັບລາງວັນເງິນສົດ 1,500,000 ກີບ,ພ້ອມຂັນລາງວັນ1 ໜ່ວຍ; ທີ 2 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຮັບລາງວັນເງິນສົດ 1,200,000 ກີບ,ພ້ອມຂັນລາງວັນ1 ໜ່ວຍ; ທີ 3 ຄະນະຈັດຕັ້ງສູນກາງພັກ ໄດ້ຮັບລາງວັນເງິນສົດ 800,000 ກີບ,ພ້ອມຂັນລາງວັນ1 ໜ່ວຍ. ສໍາລັບເຕະບານຍິງ ທີ 1 ຄະນະໂຄສະນາອົບຮົມສູນກາງພັກ; ທີ 2 ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ທີ 3 ຄະນະກວດກາສູນກາງພັກ ໄດ້ຮັບລາງວັນເງິນສົດ, ພ້ອມຂັນລາງວັນ ຄືກັບກິລາເຕະບານຊາຍ ທີ 1, ທີ 2 ແລະ ທີ 3.
ຈຸດປະສົງການຈັດແຂ່ງຂັນກິລາໃນຄັ້ງນີ້, ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ-ຂອງຊາດ, ສະເຫຼີມສະຫຼອງວັນສ້າງຕັ້ງຫ້ອງວ່າການສູນກາງພັກ ຄົບຮອບ 70 ປີ (24 ມີນາ 1955-24 ມີນາ 2025). ພ້ອມນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີກັບບັນດາອົງການ ກໍຄືອ້າຍນ້ອງພະນັກງານ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
|
|
|
|
(ຂ່າວ-ພາບ: ວັນເພັງ)