ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ພ້ອມກັບຄະນະຮັບຜິດຊອບ ກະກຽມວາງສະແດງຮູບພາບສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໄດ້ຈັດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້ “70ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” (ພັກ ປປລ) ຂຶ້ນໃນວັນທີ 21 ມີນານີ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ; ຂຶ້ນຕັດແຖບຜ້າເປີດງານດັ່ງກ່າວໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກຳມະການສູນກາງ ພ້ອມດ້ວຍບັນດາສະຫາຍການນໍາຂັ້ນຕ່າງໆເຂົ້າຮ່ວມ.
ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ໄດ້ກ່າວເປີດງານວ່າ: ງານວາງສະແດງຮູບພາບ“70ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງພັກປປລ”ປະກອບມີບັນດາຮູບພາບ,ເອກະສານແລະວັດຖຸພັນຈໍານວນເກືອບ300 ຊິ້ນທີ່ເປັນບັນດາເຫດການອັນສໍາຄັນ,ໂດດເດັ່ນ,ເລິກເຊິ່ງແລະປະທັບໃຈທີ່ສຸດສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກໍາເນີດເກີດຂຶ້ນ,ການເຕີບໃຫຍ່ເຂັ້ມແຂງແລະການນໍາພາຢ່າງມີໄຊສະຫງ່າງາມຂອງພັກ ປປລ ທີ່ມີກຽດສະຫງ່າ; ສ່ອງແສງໃຫ້ເຫັນວິລະກໍາອັນລໍ້າເລີດຂອງພັກເຮົາໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດເຮັດສໍາເລັດການປະຕິວັດຕໍ່ສູ້ກູ້ຊາດກໍຄືໃນພາລະກິດປົກປັກຮັກສາ, ພັດທະນາປະເທດຊາດແລະພາລະກິດປ່ຽນແປງໃໝ່ໃນຜ່ານມາ.
ການວາງສະແດງຮູບພາບ“70ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປລ”ໃນຄັ້ງນີ້,ຍັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາກໍຄືສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທໍາປະຕິວັດຂອງປະທານໄກສອນພົມວິຫານແລະຜູ້ນໍາຄົນອື່ນໆທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ,ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ. ຮູບພາບດັ່ງກ່າວ, ທັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫຼັງໂດຍສະເພາະຮຸ່ນໜຸ່ມໃຫ້ຢຶດໝັ້ນອຸດົມການຂອງພັກ,ສືບທອດມູນເຊື້ອຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ລົງນາມປຶ້ມບັນທຶກການຢ້ຽມຢາມ ຫໍພິພິທະພັນ ໄກສອນ ພົມວິຫານ ຄັ້ງນີ້. ສຳລັບງານວາງສະແດງຮູບພາບດັ່ງກ່າວ, ແມ່ນເປີດໃຫ້ເຂົ້າຊົມນັບແຕ່ນີ້ໄປຮອດທ້າຍປີ 2025 ຕາມວັນ ແລະ ເວລາທາງລັດຖະການ.
(ຂ່າວ-ພາບ: ສຸກສະຫວັນ)