ໂດຍ: ສ.ບຸດປະຊາ
ໃນທ່າມກາງບັນຍາກາດທີ່ທົ່ວພັກ, ລັດ ແລະ ທົ່ວປວງຊົນລາວທັງຊາດ ເບີກບານມ່ວນຊື່ນກະກຽມສະເຫຼີມສະຫຼອງ 3ວັນປະຫວັດສາດຂອງພັກ, ຂອງຊາດ; ໃນວັນທີ 21 ມີນາ ຜ່ານມາ ຄະນະຮັບຜິດຊອບຊີ້ນໍາລະດັບຊາດເພື່ອສະເຫຼີມສະຫຼອງ 3ວັນປະຫວັດສາດພ້ອມກັບຄະນະຮັບຜິດຊອບກະກຽມວາງສະແດງຮູບພາບສະເຫຼີມສະຫຼອງ 3ວັນປະຫວັດສາດໃນປີ2025ໄດ້ເປີດງານວາງສະແດງຮູບພາບພາຍໃຕ້ຫົວຂໍ້“70ປີແຫ່ງການກໍາເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ”.
ສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໃຫ້ກຽດເຂົ້າຮ່ວມ, ຂຶ້ນຕັດແຖບຜ້າເປີດງານ ແລະ ຢ້ຽມຊົມບັນດາຮູບພາບ, ເອກະສານແລະວັດຖຸພັນ ທີ່ວາງສະແດງ; ພ້ອມນີ້, ກໍໄດ້ລົງນາມປຶ້ມບັນທຶກການຢ້ຽມຢາມຫໍພິພິທະພັນໄກສອນພົມວິຫານຄັ້ງນີ້ ໂດຍໄດ້ສະແດງຄວາມຮູ້ສຶກ ວ່າ: ຮູ້ສຶກປະທັບໃຈ ຕໍ່ການຈັດສັນບັນດາຮູບພາບ ທີ່ເປັນປະຫວັດສາດ ຕັ້ງແຕ່ມື້ສ້າງຕັ້ງພັກ ຈົນເຖິງປັດຈຸບັນນີ້ ມາວາງສະແດງ ເພື່ອຕ້ອນຮັບ 70 ປີ ຂອງການກໍາເນີດຂອງພັກເຮົາ. ຮູບພາບເຫຼົ່ານີ້, ຈະເປັນສັນຍາລັກ ແຫ່ງການກໍາເນີດ, ວິວັດທະນາການ, ການເຕີບໃຫຍ່ຂະຫຍາຍຕົວຂອງການຊີ້ນໍາ - ນໍາພາ ອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກເຮົາ ຈະເປັນບ່ອນທີ່ໃຫ້ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ໄດ້ຮຽນຮູ້ປະຫວັດສາດຄວາມເປັນມາຂອງພັກເຮົາ ສ້າງຄວາມພາກພູມໃຈໃຫ້ປວງຊົນລາວ ທີ່ມີພັກນໍາພາ, ມີ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ທະນຸທະຖອມ ແລະ ກໍ່ສ້າງມາຢ່າງບໍ່ຢຸດຢັ້ງ.
ຂໍຂອບໃຈຕໍ່ການສ້າງໄດ້ ການວາງສະແດງຄັ້ງນີ້ ຢ່າງສຸດໃຈ.