
ສູນທອນພົດຂອງສະຫາຍທອງລຸນສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລ)ຄົບຮອບ70ປີ ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນໃນວັນທີ22ມີນານີ້ ໄດ້ເນັ້ນໜັກເຖິງຕົ້ນກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ແລະ ເຊີດຊູພາລະກຳປະຫວັດສາດ ຍ່ານທາງແຫ່ງການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ; ໝາກຜົນແຫ່ງການນໍາພາໃນ 70 ປີຜ່ານມາ ແມ່ນພາລະກຳປະຫວັດສາດ ແລະ ພາລະກິດປະຕິວັດຂອງພັກ ເພື່ອສືບຕໍ່ເສີມຂະຫຍາຍ ໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ. ສະຫາຍທອງລຸນສີສຸລິດ ກ່າວຢ່າງຄຶກຄຶມແໜ້ນໜັກວ່າ:
ໃນວັນທີ 22ມີນາປີ1955ຢູ່ປະເທດເຮົາ, ຢູ່ດິນແດນອັນແສນຮັກຂອງປະຊາຊົນລາວເຮົາໄດ້ມີເຫດການປະຫວັດສາດທີ່ສຳຄັນຍິ່ງເຫດການໜຶ່ງເກີດຂຶ້ນນັ້ນຄືການກຳເນີດຂອງພັກປະຊາຊົນປະຕິວັດລາວ; ການກໍາເນີດຂອງພັກການເມືອງຂອງຊາດເຮົາຂຶ້ນຄັ້ງນີ້ເຖິງຈະເປັນພັກການເມືອງທີ່ຍັງອ່ອນນ້ອຍທີ່ຫາກໍ່ສ້າງຕັ້ງຂຶ້ນ, ແຕ່ມັນໄດ້ກາຍເປັນການເລີ່ມຕົ້ນຂອງທວນໄຟທີ່ມີແສງສະຫວ່າງອັນສັກສິດຊຶ່ງໄດ້ແຜ່ກະຈາຍອອກໃຫ້ກາຍເປັນທວນໄຟແຫ່ງການສ້າງບາດລ້ຽວປະຫວັດສາດ, ເປັນຂີດໝາຍສໍາຄັນຍິ່ງຂອງວິວັດທະນາການກ້າວເຂົ້າສູ່ຂະບວນການຕໍ່ສູ້ປະຕິວັດຂອງຊາດແລະຂອງປະຊາຊົນລາວເຮົາຊຶ່ງເປັນຊາດໄດ້ເຄີຍຈົມຢູ່ໃນແອກຄອບຄອງຂອງຕ່າງຊາດແລະລະບອບການປົກຄອງທີ່ເຕັມໄປດ້ວຍຄວາມກົດຂີ່ຂົ່ມເຫັງມາເປັນເວລານັບພັນໆປີ. ການທີ່ຊາດເຮົາໄດ້ກຳເນີດພັກປະຊາຊົນລາວຂຶ້ນມາທີ່ເປັນພັກການເມືອງປະຕິວັດທີ່ຢຶດໝັ້ນລັດທິມາກ-ເລນິນ,ເປັນການຈັດຕັ້ງການເມືອງ,ເປັນຕົວແທນທີ່ຈົງຮັກພັກດີຢ່າງແທ້ຈິງຂອງປະຊາຊົນລາວ, ຜູ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ທີ່ສ້າງຕັ້ງຂຶ້ນໂດຍປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ນັບແຕ່ປີ1930ນັ້ນ,ພັກປະຊາຊົນລາວເປັນພັກທີ່ເຕັມໄປດ້ວຍອຸດົມການ, ແນວທາງການເມືອງທີ່ເດັດດ່ຽວນໍາພາຕໍ່ສູ້ປະຕິວັດອັນຖືກຕ້ອງເພື່ອນໍາພາຂະບວນການຮັກຊາດ,ຂະບວນການຕໍ່ສູ້ຂອງປະຊາຊົນລາວທີ່ໄດ້ເກີດມີມາແລ້ວແຕ່ເປັນຂະບວນການຮັກຊາດທີ່ຍັງກະແຈກກະຈາຍ, ເກີດຂຶ້ນດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນການກົດຂີ່ຂູດຮີດທີ່ນຳໂດຍເຈົ້າກົກເຈົ້າເຫຼົ່າຢູ່ໃນປະເທດເຮົາໃນເວລານັ້ນ.
ແຕ່ພໍມີການກໍາເນີດຂອງພັກປະຊາຊົນລາວຂຶ້ນພ້ອມກັບໂຄງການການເມືອງສະບັບທໍາອິດທີ່ກໍານົດນະໂຍບາຍໃໝ່,ທິດທາງແລະບາດກ້າວເດີນຂອງການຕໍ່ສູ້ປະຕິວັດລາວແບບໃໝ່, ພັກໄດ້ກາຍເປັນຄັນທຸງແລະທວນໄຟເຍືອງທາງອັນສະຫວ່າງສະໄຫວໃຫ້ແກ່ຂະບວນການປະຕິວັດແລະການຕໍ່ສູ້ກູ້ຊາດຂອງປະຊາຊົນລາວເຮົາ.ນັບແຕ່ນັ້ນມາ,ພາຍໃຕ້ການນຳພາຂອງພັກປະຊາຊົນລາວ,ຕໍ່ມາກາຍເປັນພັກປະຊາຊົນປະຕິວັດລາວນັ້ນໄດ້ນໍາພາການຕໍ່ສູ້ກູ້ຊາດຕັ້ງແຕ່ນ້ອຍໄປຫາໃຫຍ່, ຕັ້ງແຕ່ຕໍ່າໄປຫາສູງທີ່ສາມາດຍາດໄດ້ຈາກໄຊຊະນະນີ້ຕໍ່ໃສ່ໄຊຊະນະໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າຈົນສາມາດກ້າວຂຶ້ນຍາດເອົາຄວາມເປັນເອກະລາດແຫ່ງຊາດ,ອໍານາດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະເທດຊາດແລະປະຊາຊົນເຮົາຢ່າງມະຫັດສະຈັນ,ສ້າງໄດ້ບາດລ້ຽວປະຫວັດສາດຂອງຊາດລາວຂຶ້ນໃນແຜ່ນດິນລາວທີ່ເປັນປິຕຸພູມອັນແສນຮັກແລະຫວງແຫນຂອງປວງຊົນລາວທັງຊາດຈົນເທົ່າທຸກວັນນີ້.
ຖ້າຈະເລົ່າຄືນວິລະກຳອັນໃຫຍ່ຫຼວງ ທີ່ພັກເຮົາໄດ້ຊີ້ນຳ ນຳພາການຕໍ່ສູ້ປະຕິວັດຜ່ານມາ ເຖິງຄວາມທົດສອບຢ່າງລະອິດລະອ້ຽວຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມທ້າທາຍ ໃຫ້ຄົບຖ້ວນໝົດໄດ້ນັ້ນ ຕ້ອງໃຊ້ເວລາທີ່ຍືດຍາວ, ແຕ່ໃນໂອກາດນີ້, ຂ້າພະເຈົ້າ ພຽງແຕ່ຢາກຍົກເອົາບາງສະຖານະການ, ບາງເຫດການ ທີ່ພົ້ນເດັ່ນ ໃນຈໍານວນຫຼາຍຮ້ອຍ, ຫຼາຍພັນເຫດການ ຂອງການນຳພາ ຂອງພັກເຮົາ ມາເປັນຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດສ່ອງໃສ ທີ່ບໍ່ມີໃຜສາມາດປະຕິເສດ ຂອງການຊີ້ນຳນຳພາ ແລະ ການບັນຊາຈັດການ ຂອງພັກ ຕໍ່ກັບເສັ້ນທາງ ທີ່ລະອິດລະອ້ຽວ ຂອງການປະຕິວັດໃນປະເທດເຮົາ...
ນັບແຕ່ມື້ສ້າງຕັ້ງພັກຈົນມາເຖິງມື້ນີ້,ການນໍາພາຂອງພັກເຮົາອາດຈະແບ່ງອອກເປັນຫຼາຍໄລຍະປະຫວັດສາດເຊັ່ນ:
ໄລຍະການເຄື່ອນໄຫວຂົນຂວາຍຈັດຕັ້ງພັກກ່ອນການສ້າງຕັ້ງພັກປະຊາຊົນລາວນັ້ນໄດ້ມີການເຄື່ອນໄຫວຂອງສະມາຊິກພັກກອມມູນິດອິນດູຈີນທີ່ເປັນຄະນະພັກແຄ້ວນລາວໄດ້ເຄື່ອນໄຫວປິດລັບໃນລາວເພື່ອນຳພາເຕົ້າໂຮມກຳລັງຂອງຜູ້ຮັກຊາດຈັດຕັ້ງເປັນຈຸພັກ,ໜ່ວຍພັກ,ສ້າງໃຫ້ເປັນສາຍໃຍຕິດຕໍ່ກັນເພື່ອຂົນຂວາຍເອົາປະຊາຊົນຜູ້ຮັກຊາດສ້າງເປັນກໍາລັງໃຕ້ດິນເຄື່ອນໄຫວໃນທ້ອງຂອງສັດຕູຢ່າງປິດລັບ, ເບື້ອງຕົ້ນແມ່ນສ້າງໄດ້ສະມາຊິກຈຳນວນຈຳກັດທີ່ສຸດຕໍ່ມາສາມາດຂະຫຍາຍສະມາຊິກໄດ້ຫຼາຍຂຶ້ນຈົນເຖິງມື້ສ້າງຕັ້ງພັກກໍມີສະມາຊິກກວ່າ300 ສະຫາຍໃນທົ່ວປະເທດ;ຄະນະພັກແຄວ້ນລາວນໍາໂດຍສະຫາຍໄກສອນພົມວິຫານແລະບັນດາຄະນະນໍາທີ່ເປັນສະມາຊິກພັກກອມມູນິດອິນດູຈີນພ້ອມສະມາຊິກພັກຈຳນວນດັ່ງກ່າວນັ້ນໄດ້ສ້າງກອງຮ້ອຍລາດຊະວົງຂຶ້ນຢູ່ພາກເໜືອ, ສ່ວນຢູ່ພາກໃຕ້ປະທານຄໍາໄຕສີພັນດອນກໍໄດ້ນໍາພາສ້າງຕັ້ງກອງຮ້ອຍໄຊຈັກກະພັດຂຶ້ນໃນໄລຍະໃກ້ຄຽງກັນຊຶ່ງເປັນກອງທະຫານປະຕິວັດທຳອິດເພື່ອນຳພາປະຊາຊົນຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນຝຣັ່ງແລະຕີນມືຂອງພວກເຂົາ,ການຕໍ່ສູ້ເຖິງວ່າໄດ້ມີອຸປະສັກຫຼາຍປະການ,ການປາບປາມຂອງສັດຕູກໍແສນສາຫັດ,ແຕ່ກໍສາມາດໄດ້ຮັບໄຊຊະນະເປັນກ້າວໆມາຈົນເຖິງປີ1954.ພາຍຫຼັງກອງທັບຮຸກຮານຂອງຝຣັ່ງໄດ້ຖືກປະລາໄຊໃນບັ້ນຮົບດຽນບຽນຝູທີ່ລືຊື່ ຈົນເຮັດໃຫ້ຈັກກະພັດລ່າເມືອງຂຶ້ນແບບເກົ່າຖອຍອອກໄປຈາກອິນດູຈີນແລະຍອມລົງນາມສັນຍາເຊີແນວຮັບຮູ້ເອກະລາດຂອງສາມປະເທດອິນດູຈີນສິ້ນສຸດລັດທິລ່າເມືອງຂຶ້ນແບບເກົ່າຂອງຈັກກະພັດຝຣັ່ງຢູ່ສາມປະເທດອິນດູຈີນ,ເວລານີ້ເປັນໂອກາດໃຫ້ມີການຂະຫຍາຍຕົວຂອງກໍາລັງປະຕິວັດຂອງປະເທດເຮົາແລະໄດ້ສ້າງໂອກາດໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວຂຶ້ນເພື່ອສືບຕໍ່ນຳພາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານສືບຕໍ່ມາ.
ພາຍຫຼັງສ້າງຕັ້ງພັກປະຊາຊົນລາວຂຶ້ນ,ພັກເຫັນໄດ້ວ່າເສັ້ນທາງການຕໍ່ສູ້ປະຕິວັດປົດປ່ອຍຊາດຈາກສັດຕູຜູ້ຮຸກຮານທັງເກົ່າແລະໃໝ່ນັ້ນເຕັມໄປດ້ວຍສິ່ງທ້າທາຍທົດສອບລະອິດລະອ້ຽວຂ້ຽວຂາດຢ່າງຍິ່ງ. ການຊັ່ງຊາກຳລັງກໍແຕກໂຕນກັນ... ແຕ່ພາຍໃຕ້ການນຳພາຂອງພັກ,ກອງທັບເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ,ສາມາດຕີເອົາຊະນະສັດຕູຈາກບັ້ນຮົບນີ້ໄປສູ່ບັ້ນຮົບໃໝ່,ໄດ້ຮັບໄຊຊະນະເປັນກ້າວໆມາຈົນສາມາດສ້າງຕັ້ງໄດ້ເຂດປົດປ່ອຍຂອງກຳລັງປະຕິວັດ,ຂະຫຍາຍກວ້າງອອກເຖິງ2/3ຂອງດິນແດນທົ່ວປະເທດ,ປົດປ່ອຍໄດ້ເຄິ່ງໜຶ່ງຂອງພົນລະເມືອງລາວໃນເວລານັ້ນແລະພັກເຮົາຍັງໄດ້ຊີ້ນຳສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງຂຶ້ນ.
ເຖິງວ່າໃນສະໜາມຮົບຈະເຕັມໄປດ້ວຍຄວາມທຸລະກັນດານປານໃດ,ກອງທັບແລະປະຊາຊົນເຮົາກໍອາດຫານຕໍ່ສູ້ແລະທັບມ້າງໄດ້ທຸກໆກົນອຸບາຍທຳລາຍມ້າງເພຂອງສັດຕູຈາກຫຼາຍບັ້ນຮົບທີ່ສຳຄັນດຸເດືອດໃນທົ່ວປະເທດ. ແຕ່ເວລາດຽວກັນນັ້ນ, ການຕໍ່ສູ້ໄດ້ດຳເນີນຢູ່ພາກພື້ນດິນໄປພ້ອມໆກັບການຮັບມືກັບການຖິ້ມລະເບີດອັນໜັກໜ່ວງຈາກກອງທັບອາກາດຂອງສັດຕູ, ເຖິງວ່າໄຊຊະນະຂອງກຳລັງປະຕິວັດໄດ້ສືບຕໍ່ຂະຫຍາຍຕົວກໍຕາມ, ພັກເຮົາໄດ້ຊີ້ນຳໃຫ້ເຂົ້າລວມລາວເຖິງ 3ຄັ້ງເພື່ອສະແດງເຈດຕະນາຂອງຝ່າຍແນວລາວຮັກຊາດນໍາໂດຍພັກເຮົາທີ່ສະແຫວງຫາສັນຕິພາບແລະຄວາມປອງດອງຊາດ. ທຸກຄັ້ງທີ່ເຂົ້າລວມລາວ,ມີລັດຖະບານປະສົມຂຶ້ນ,ສູນກາງພັກໄດ້ຕັດສິນໃຈເອົາກໍາລັງຂຶ້ນເຕົ້າໂຮມຢູ່2ແຂວງ,ຫົວພັນແລະຜົ້ງສາລີ,ແຕ່ຝ່າຍຂວາໄດ້ລະເມີດສັນຍາທຸກຄັ້ງ. ຜ່ານການລະເມີດສັນຍາຂອງຝ່າຍສັດຕູນັ້ນ, ສູນກາງພັກໄດ້ມີທິດຊີ້ນຳໃຫ້ຫັນທິດຕໍ່ສູ້ດ້ວຍກຳລັງອາວຸດຄືນໃໝ່,ການຕັດສິນໃຈຂອງພັກເອົາຜູ້ນໍາຂອງຝ່າຍແນວລາວຮັກຊາດເຂົ້າຮ່ວມໃນລັດຖະບານປະສົມ,ການເອົາກອງພັນທີ1ແລະກອງພັນທີ 2ເຂົ້າຮ່ວມກັບກອງທັບຝ່າຍຂວາຢູ່ຊຽງເງິນແລະທົ່ງໄຫຫີນລ້ວນແຕ່ແມ່ນການຕັດສິນໃຈທີ່ກ້າຫານຂອງພັກເຮົາ,ເຖິງຈະຮູ້ຢູ່ແກ່ໃຈວ່າຈະຖືກສັດຕູກົດດັນກ້າວໄປເຖິງດັບສູນ, ແຕ່ສິ່ງທີ່ເກີດຂຶ້ນຕາມມາແມ່ນຜູ້ນຳເຮົາໂຕນອອກຈາກຄຸກໂພນເຄັງແລະກອງພັນທີສອງຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນໄດ້ຢ່າງປອດໄພ.ພວກເຮົາຈະເຫັນໄດ້ວ່າທຸກໆຄັ້ງເມື່ອມີການຫັນທິດຕໍ່ສູ້ ໄດ້ເຮັດໃຫ້ຂະບວນການປະຕິວັດເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເຂດປົດປ່ອຍໄດ້ຂະຫຍາຍກວ້າງອອກໃນທີ່ສຸດກໍເຖິງບັ້ນຮົບຕໍ່ສູ້ໂຄ່ນລົ້ມລະບອບເກົ່າດ້ວຍກຳລັງມວນຊົນເຂົ້າຍຶດອຳນາດມາມືປະຊາຊົນ, ປະກາດສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ສປປ ລາວ)ຂຶ້ນຢ່າງສະຫງ່າອົງອາດໃນວັນທີ 2 ທັນວາ 1975.ເຫດການນີ້ປະທານໄກສອນພົມວິຫານໄດ້ຂະໜານນາມເອົາໄວ້ວ່າ:“ເປັນເຫດການພິກແຜ່ນດິນປີ້ນແຜ່ນຟ້າ””ນັ້ນເອງ.
ຕົກມາໄລຍະແຫ່ງການຟື້ນຟູປະເທດພາຍຫຼັງສົງຄາມ,ຫຼືພວກເຮົາເຄີຍເອີ້ນວ່າ:ເປັນໄລຍະ“ຮໍາບາດແຜສົງຄາມ”ເປັນໄລຍະປະຫວັດສາດໜຶ່ງທີ່ເຕັມໄປດ້ວຍຄວາມທ້າທາຍ,ຊຶ່ງພັກເຮົາຕ້ອງໄດ້ນຳພາຕ້ານກັບການສ້າງຄວາມປັ່ນປ່ວນໃນສັງຄົມຂອງພວກບໍ່ຫວັງດີຕໍ່ລະບອບໃໝ່ດ້ວຍການເຮັດໃຫ້ມີການແຕກຕື່ນໃນໝູ່ປະຊາຊົນ,ການຊີ້ນໍານໍາພາຕ້ານການໂຄສະນາໃສ່ຮ້າຍປ້າຍສີຂອງຝ່າຍກົງກັນຂ້າມໄປພ້ອມໆກັບຕ້ານການປິດລ້ອມທາງເສດຖະກິດຂອງຕ່າງປະເທດ, ປຸກປັ່ນໃຫ້ຄົນລາວໜີອອກປະເທດ,ສ້າງເຫດການຕ່າງໆຂຶ້ນເພື່ອບຽດຍຶດດິນແດນແລະມີຫຼາຍກົນອຸບາຍທຳລາຍຂອງຝ່າຍກົງກັນຂ້າມເພື່ອຫວັງບີບຄັ້ນເຮັດໃຫ້ ສປປ ລາວທີ່ໜຸ່ມນ້ອຍ ລົ້ມສະຫຼາຍແຕ່ຫົວທີ,ແຕ່ດ້ວຍຄວາມເດັດດ່ຽວໜຽວແໜ້ນຂອງການນຳພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນຳນັ້ນ,ພັກໄດ້ວາງນະໂຍບາຍທີ່ຖືກຕ້ອງສອດຄ່ອງ,ທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ແນວທາງແລະບາດກ້າວເດີນຂອງປະເທດໃນລະບອບໃໝ່ທັງຕັດສິນໃຈແກ້ໄຂບັນຫາພັດທະນາເສດຖະກິດ-ສັງຄົມ, ທັງແກ້ໄຂບັນຫາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັບມ້າງກົນອຸບາຍທຳລາຍມ້າງເພຂອງກຸ່ມຄົນບໍ່ດີທັງພາຍໃນແລະທັບມ້າງກົນອຸບາຍບຽດຍຶດຕາມຊາຍແດນໃຫ້ປະລາໄຊລົງໄດ້; ເຖິງວ່າໄລຍະນີ້ເປັນໄລຍະກະກຽມສ້າງລັດຖະທໍາມະນູນແລະກົດໝາຍ,ແຕ່ພັກໄດ້ຊີ້ນຳໃຫ້ບໍລິຫານປະເທດໄປຕາມກົດລະບຽບດ້ວຍມະຕິຄຳສັ່ງເປັນຕົ້ນຕໍໄປກ່ອນຈົນເຮັດໃຫ້ໄລຍະຂ້າມຜ່ານນີ້ໄດ້ຮັບຜົນສຳເລັດດ້ວຍການສ້າງສັງຄົມໃຫ້ນັບມື້ນັບເຂົ້າສູ່ລະບຽບວິໄນແລະມີການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນປະເທດພາຍຫຼັງສົງຄາມໃຫ້ມີບາດກ້າວເດີນທີ່ໜັກແໜ້ນຂຶ້ນ,ເຕົ້າໂຮມໄດ້ຄວາມສະມັກຄີເປັນເອກະພາບພາຍໃນ, ເຕົ້າໂຮມໄດ້ກຳລັງແຮງແລະຄວາມຖືກຕ້ອງປອງດອງຂອງກຳລັງທີ່ມາຈາກເຂດປົດປ່ອຍແລະຂ້າລາດຊະການຂອງເຂດປົກຄອງວຽງຈັນຢ່າງເປັນປຶກແຜ່ນ... ນີ້ຄືໄຊຊະນະເບື້ອງຕົ້ນທີ່ສຳຄັນຂອງການບໍລິຫານປະເທດພາຍຫຼັງສະຖາປະນາລະບອບໃໝ່ພາຍໃຕ້ການຊີ້ນຳຂອງພັກທີ່ໄດ້ສະແດງອອກເຖິງຄວາມສາມາດຂອງການເປັນພັກກຳອຳນາດທີ່ມີຄວາມສັກສິດ.
ຕໍ່ຈາກນັ້ນມາ, ເປັນໄລຍະແຫ່ງການກຳນົດອອກນະໂຍບາຍປ່ຽນແປງໃໝ່ຮອບດ້ານແລະມີຫຼັກການຂອງພັກ,ໄລຍະນີ້ອາດເວົ້າໄດ້ວ່າເປັນໄລຍະປະຫວັດສາດອີກຍຸກໜຶ່ງຂອງການປ່ຽນແປງຢ່າງປະດິດສ້າງດ້ວຍຄວາມກ້າຫານແລະແທດເໝາະກັບສະພາບຈຸດພິເສດຂອງຍຸກສະໄໝແລະຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດເຮົາເພື່ອກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງ.
ພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນຳໜ້າພາທາງໄດ້ສ້າງໃຫ້ມີແນວທາງປ່ຽນແປງໃໝ່ຫຼືເບື້ອງຕົ້ນກໍໃສ່ຊື່ວ່າ: “ຈິນຕະນາການໃໝ່” ນັ້ນແລະກົມການເມືອງ,ຄະນະບໍລິຫານງານສູນກາງພັກແຕ່ລະສະໄໝໄດ້ນຳພາຊີ້ນຳປະຕິບັດຢ່າງເປັນຮູບປະທຳນັບມື້້ນັບເຂົ້າສູ່ລວງເລິກຈົນເທົ່າປັດຈຸບັນ,ແນວທາງປ່ຽນແປງໃໝ່ໄດ້ຫັນຈາກກົນໄກເສດຖະກິດບໍລິຫານເກື້ອກູນໄປສູ່ເສດຖະກິດຕະຫຼາດ ດ້ວຍການຮັບຮູ້ເສດຖະກິດຫຼາຍພາກສ່ວນຂອງປະເທດເຮົາໃຫ້ພັດທະນາໄປດ້ວຍກັນ,ສ້າງເງື່ອນໄຂໃຫ້ປະເທດເຮົາໄດ້ເປີດປະຕູສູ່ໂລກພາຍນອກແລະສົ່ງເສີມໃຫ້ມີການຮ່ວມມືກັບຕ່າງປະເທດແລະຮັບເອົາການລົງທຶນຈາກຕ່າງປະເທດ. ປະທານໄກສອນພົມວິຫານໄດ້ເຕືອນໄວ້ວ່າ: “ໃນນະໂຍບາຍປ່ຽນແປງໃໝ່ນີ້, ພວກເຮົາຕ້ອງເລີ່ມປ່ຽນແປງໃໝ່ກົນໄກທາງດ້ານເສດຖະກິດໄປກ່ອນ,ສ່ວນການປັບປຸງກົນໄກການເມືອງແລະການບໍລິຫານລັດດ້ານອື່ນຕ້ອງໃຫ້ເປັນໄປຕາມຈັງຫວະທີ່ມີຄວາມຮັດກຸມເພື່ອບໍ່ໃຫ້ເສັ້ນທາງເດີນຂອງນະໂຍບາຍນີ້ໄຂວ່ເຂວ,ໄປຜິດທາງຫຼືສະດຸດ”.
ພວກເຮົາໄດ້ເດີນຕາມແນວທາງແລະກຳລັງເດີນຕາມ6ຫຼັກການຂອງນະໂຍບາຍປ່ຽນແປງໃໝ່ນີ້ພວກເຮົາຈຶ່ງສາມາດນຳພາປະເທດແກ້ໄຂບັນດາບັນຫາທີ່ເປັນອຸປະສັກໄດ້,ເພາະວິວັດທະນາການແຫ່ງການປະຕິບັດມີທັງຂໍ້ສະດວກແລະຂໍ້ຫຍຸ້ງຍາກ,ແຕ່ພັກເຮົາໄດ້ນຳພາແກ້ໄຂອຸປະສັກຕ່າງໆໃຫ້ຕົກໄປເປັນແຕ່ລະໄລຍະ. ປັດຈຸບັນ,ພວກເຮົາພວມເດີນຕາມແນວທາງນີ້ເພື່ອຕັ້ງໜ້າແກ້ໄຂບັນຫາທີ່ມີຢູ່ໃນປະເທດເຮົາໃຫ້ທະລຸລົ່ງໄປໃຫ້ໄດ້.
ບົນເສັ້ນທາງເດີນຂອງພັກເຮົານັບເປັນເວລາ70 ປີມານັ້ນ,ພັກເຮົາໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການແລະສາມາດສະສົມບົດຮຽນ, ປະສົບການແລະຖອດອອກມາເປັນແນວຄິດ-ທິດສະດີຈາກພຶດຕິກຳເປັນຂອງຕົນເອງທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາໄດ້ຫຼາຍປະການ,ຊຶ່ງພັກເຮົາໄດ້ມີຂໍ້ສະຫຼຸບເປັນໄລຍະໄລຍະມາແລ້ວແລະໃນໂອກາດທີ່ພັກເຮົາມີອາຍຸ70ປີນີ້,ຂ້າພະເຈົ້າກໍຂໍມີບາງຄໍາເຫັນເພີ່ມເຕີມເພື່ອທົບທວນຄືນສິ່ງທີ່ພັກເຮົາເຄີຍສະຫຼຸບເປັນບົດຮຽນນັ້ນ,ດັ່ງນີ້:
ພັກເຮົາຮູ້ສົມທົບແໜ້ນການໝູນໃຊ້ລັດທິມາກສ໌-ເລນິນກັບແນວຄິດໄກສອນພົມວິຫານຢ່າງປະດິດສ້າງເຂົ້າໃນເງື່ອນໄຂຕົວຈິງຂອງປະເທດຊາດ, ທັງຮູ້ສົມທົບທິດສະດີປະຕິວັດກັບຂະບວນການຮັກຊາດຂອງປະຊາຊົນບັນດາເຜົ່າໃນປະເທດ;ໄດ້ນຳພາການກໍ່ສ້າງ, ປັບປຸງແລະຂະຫຍາຍກຳລັງຈາກກອງຂົນຂວາຍປຸກລຸກກ້າວຂຶ້ນສ້າງເປັນກຳລັງປະກອບອາວຸດທີ່ມີລະບຽບແບບແຜນ; ຮູ້ສົມທົບກຳລັງແຮງຂອງກອງທັບປະຕິວັດກັບກຳລັງແຮງຂອງທົ່ວປວງຊົນ, ສົມທົບກຳລັງປະກອບອາວຸດກັບການຂົນຂວາຍແລະປຸກລະດົມປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນແລະກຳລັງການເມືອງຕ່າງໆໃຫ້ສາມັກຄີເປັນຈິດໜຶ່ງໃຈດຽວກັນຕໍ່ສູ້ພາຍໃຕ້ຄັນທຸງຂອງແນວລາວອິດສະຫຼະແລະແນວລາວຮັກຊາດໃນເມື່ອກ່ອນ; ຮູ້ສົມທົບແໜ້ນຮູບການຕໍ່ສູ້ດ້ວຍອາວຸດກັບການຕໍ່ສູ້ທາງການເມືອງ,ທາງກົດໝາຍແລະການທູດ-ການຕ່າງປະເທດຢ່າງຄ່ອງແຄ້ວ; ສົມທົບການຕໍ່ສູ້ປິດລັບກັບການຕໍ່ສູ້ເປີດເຜີຍຖືກກົດໝາຍຢ່າງສອດຄ່ອງກັບການຊັ່ງຊາກຳລັງຕົວຈິງ, ທັງຕີ, ທັງເຈລະຈາແລະປະນີປະນອມຢ່າງມີຫຼັກການແລະມີການຫັນທິດຕໍ່ສູ້ຢ່າງມີໄຫວພິບ;ຮູ້ສົມທົບກໍາລັງແຮງພາຍໃນກັບກຳລັງແຮງຈາກພາຍນອກ, ເອົາການປະຕິວັດເຮົາຕິດພັນຢ່າງສະໜິດແໜ້ນກັບການປະຕິວັດຫວຽດນາມແລະກຳປູເຈຍກໍຄືຍາດແຍ່ງເອົາການສະໜັບສະໜູນເປັນໃຈແລະການຮ່ວມມື, ຊ່ວຍເຫຼືອອັນໃຫຍ່ຫຼວງຈາກອະດີດສະຫະພາບໂຊຫວຽດ, ສາທາລະນະລັດປະຊາຊົນຈີນແລະຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກຳລັງທີ່ຮັກຫອມສັນຕິພາບແລະຄວາມກ້າວໜ້າຢູ່ໃນທົ່ວໂລກ.
ພັກເຮົາບໍ່ເຄີຍຢຸດຢັ້ງໃນການປັບປຸງ, ປ່ຽນແປງຕົນເອງເພື່ອປັບຕົວແລະຍົກສູງຄວາມສາມາດໃນການນໍາພາພາລະກິດປະຕິວັດ,ພັກໄດ້ຊອກຫາເສັ້ນທາງກ້າວເດີນ ທີ່ສອດຄ່ອງກັບລັກສະນະແລະຈຸດພິເສດຂອງປະເທດເຮົາ. ໂດຍກໍາແໜ້ນສະພາວະຄວາມເປັນຈິງຂອງຍຸກສະໄໝໃນຂະນະທີ່ບັນດາປະເທດສັງຄົມນິຍົມເອີຣົບຕາເວັນອອກ“ຖືກສັ່ນຄອນ”ແລະ“ຕົກເຂົ້າສູ່ວິກິດການ”ແລະບົນພື້ນຖານການສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ,ພັກເຮົາອັນມີປະທານໄກສອນພົມວິຫານເປັນຜູ້ນໍາໜ້າໄດ້ນໍາພາບຸກເບີກແລະປະຕິບັດພາລະກິດປ່ຽນແປງໃໝ່,ຊຶ່ງກ່ອນອື່ນໝົດແລະເປັນພື້ນຖານກວ່າໝູ່ແມ່ນໄດ້ກຳນົດເສັ້ນທາງກ້າວຂຶ້ນຂອງປະເທດຊາດຈາກການກ້າວຂຶ້ນສັງຄົມນິຍົມໂດຍກົງໂດຍບໍ່ຜ່ານທຶນນິຍົມມາເປັນການສືບຕໍ່ບູລະນະແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເປັນກ້າວໆດ້ວຍຄວາມສາມາດແລະກຳລັງແຮງຕົວຈິງຂອງປະເທດເຮົາ; ຫັນປ່ຽນກົນໄກເສດຖະກິດລວມສູນອາຍາສິດ, ບໍລິຫານ-ເກື້ອກູນໄປສູ່ກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງ-ດັດສົມຂອງລັດ ຊຶ່ງເນື້ອແທ້ແມ່ນການວາງຮາກຖານຂອງການນໍາໄປສູ່ການສ້າງພື້ນຖານ“ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”,ເສີມຂະຫຍາຍກໍາລັງແຮງຂອງທຸກພາກສ່ວນເສດຖະກິດທີ່ມີໃນປະເທດໃຫ້ມີຄວາມສະເໝີພາບຕໍ່ໜ້າກົດໝາຍ; ໃນນັ້ນ,ກໍຕັ້ງໜ້າເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ-ເຕັກນິກກັບໂລກພາຍນອກ.
ພັກເຮົາ,ຍາມໃດກໍຍຶດໝັ້ນຫຼັກການແລະທັດສະນະກ່ຽວກັບການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ,ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ; ພັກເຮົາເນັ້ນໜັກມາໂດຍຕະຫຼອດວ່າໃນການນໍາພາຊີ້ນໍານັ້ນຕ້ອງຕັ້ງຢູ່ບົນການຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງເປັນມາດຕະຖານຢືນຢັນຄວາມຖືກຕ້ອງຂອງທັດສະນະກໍຄືທິດສະດີຂອງພັກ. ພັກເຮົາ,ເວລາໃດກໍຕໍ່ສູ້ເພື່ອປັບປຸງຕົນເອງ,ຕໍ່ສູ້ເພື່ອສະແຫວງຫາສັດຈະທໍາແລະຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ. ຍ້ອນແນວນັ້ນ,ປະຊາຊົນລາວບັນດາເຜົ່າຈຶ່ງໄດ້ແລະຍັງສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກແລະໃຫ້ການສະໜັບສະໜູນ, ຊ່ວຍເຫຼືອກໍ່ສ້າງພັກເຮົາດ້ວຍຄວາມຈິງໃຈ, ທັງໄດ້ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນແລະພາລະກິດປົກປັກຮັກສາແລະພັດທະນາປະເທດຊາດໃນປັດຈຸບັນຢ່າງສະເໝີຕົ້ນສະເໝີປາຍ.
ພັກເຮົາ,ຍາມໃດກໍສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ຮັບຮູ້ແລະຍອມຮັບຂໍ້ຂາດຕົກບົກພ່ອງຢ່າງກ້າຫານ, ມີຄວາມປະດິດສ້າງເພື່ອປ່ຽນແປງ, ປັບປຸງແລະບູລະນະແນວທາງ, ແຜນນະໂຍບາຍທີ່ວາງອອກໃນແຕ່ລະໄລຍະໃຫ້ສອດຄ່ອງກວ່າເກົ່າແລະບໍລິບູນຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະທີ່ການພັດທະນາເສດຖະກິດ-ສັງຄົມທີ່ຂະຫຍາຍຕົວນັ້ນ, ພັກໄດ້ຄໍານຶງເຖິງແລະຊີ້ໃຫ້ເຫັນບັນຫາ, ບໍ່ຖືເອົາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ(GDP)ແຕ່ດ້ານດຽວເປັນໄມ້ຫຼາວັດແທກທັງໝົດຂອງພື້ນຖານເສດຖະກິດຂອງປະເທດ, ພວກເຮົາພະຍາຍາມຮັກສາໃຫ້ເສດຖະກິດເຕີບໂຕໃນຈັງຫວະອັນເໝາະສົມ, ມີຄຸນນະພາບແລະຮັບໃຊ້ໄດ້ການຍົກສູງລະດັບການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ, ພັດທະນາເສດຖະກິດໄປຄຽງຄູ່ກັບການພັດທະນາດ້ານວັດທະນະທໍາ-ສັງຄົມ, ປົກປັກຮັກສາໄດ້ສິ່ງແວດລ້ອມ, ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ຊຶ່ງເນື້ອແທ້ແມ່ນການສ້າງຄວາມຈະເລີນດ້ານວັດຖຸແລະຄວາມສີວິໄລດ້ານຈິດໃຈໄປຄຽງຄູ່ກັນ, ເອົາການພັດທະນາແບບຍືນຍົງ,ບໍ່ຟຸມເຟືອຍ,ປະຢັດທຶນຮອນເຂົ້າສູ່ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນໄປພ້ອມກັບການພັດທະນາຊັບພະຍາກອນມະນຸດຂອງປະເທດຊາດ.
ພຶດຕິກຳຕົວຈິງໄດ້ພິສູດໃຫ້ເຫັນວ່າ:ແນວທາງປ່ຽນແປງໃໝ່ທີ່ພັກເຮົາວາງອອກນັ້ນແມ່ນຖືກຕ້ອງ,ສອດຄ່ອງແລະໄດ້ຮັບການສະໜັບສະໜູນຈາກປວງຊົນລາວທັງຊາດ, ເຖິງວ່າສະຖານະການຂອງໂລກໄດ້ຜັນແປໄປຢ່າງໄວວາແລະສັບສົນປານໃດກໍຕາມ, ແຕ່ການປະຕິບັດພາລະກິດປ່ຽນແປງໃໝ່ກໍໄດ້ຮັບໝາກຜົນອັນສຳຄັນແລະເປັນພື້ນຖານໃນຫຼາຍດ້ານຕະຫຼອດມາ. ເວົ້າສະເພາະການຜັນຂະຫຍາຍແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXI ຂອງພັກບົນຈິດໃຈ"ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ,ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາແລະກ້າວເດີນສູ່ຈຸດໝາຍສັງຄົມນິຍົມ"ແມ່ນການສືບຕໍ່ເພີ່ມເຕີມເສີມຂະຫຍາຍບົດຮຽນແລະໝາກຜົນຂອງການປະຕິວັດຢູ່ປະເທດເຮົາພາຍໃຕ້ການນໍາພາຂອງພັກຕະຫຼອດໄລຍະ70ປີກໍຄືການຍົກລະດັບໜໍ່ແໜງປັດໄຈແລະພື້ນຖານແຫ່ງຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາເກືອບ40ປີໃຫ້ເຂົ້າສູ່ລວງເລິກຕື່ມອີກ.
ກ່ອນອື່ນໝົດ,ພັກເຮົາອັນມີຄະນະບໍລິຫານງານສູນກາງພັກສະໄໝທີXIເປັນໃຈກາງຫຼັກແຫຼ່ງນັ້ນໄດ້ເດັດດ່ຽວແກ້ໄຂລັດທິຮູບການໃນການຜັນຂະຫຍາຍແນວທາງ,ແຜນນະໂຍບາຍໂດຍຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງທີ່ເລັ່ງທວງໃນສະເພາະໜ້າຊຶ່ງໄດ້ຍົກລະດັບການແກ້ໄຂບັນຫາຈໍານວນໜຶ່ງເປັນວາລະແຫ່ງຊາດ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະຍາວ.ຄະນະພັກແຕ່ລະຂັ້ນ ຖືເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນທິດທາງພື້ນຖານຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມ5 ປີ(2021-2025)ແລະວຽກງານຈຸດສຸມແຕ່ລະຂົງເຂດຕິດພັນກັບການກໍານົດໜ້າທີ່ວຽກງານທີ່ຂະແໜງການ, ທ້ອງຖິ່ນຕ້ອງສຸມໃສ່ແກ້ໄຂໃຫ້ຈະແຈ້ງແນໃສ່ແກ້ໄຂບັນຫາຕົວຈິງດ້ວຍການປຸກລະດົມໃຫ້ເກີດຂະບວນການຕົວຈິງຂອງມະຫາຊົນພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງ, ນໍາພາຊີ້ນໍາໂດຍກົງເອກະພາບແລະແຂງແຮງຈາກບັນດາອົງການນໍາຂັ້ນຍຸດທະສາດຂອງພັກຈົນເຖິງຄະນະພັກແຕ່ລະຂັ້ນຕໍ່ທຸກພາກສ່ວນຂອງລະບົບການເມືອງແລະໃນທົ່ວສັງຄົມ;ສົມທົບຢ່າງແໜ້ນແຟ້ນລະຫວ່າງການເຊີດຊູຄວາມຮັບຜິດຊອບການເມືອງແລະຄວາມເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນແລະຜູ້ນໍາພາຢູ່ທຸກບ່ອນກັບການຈັດຕັ້ງປະຕິບັດບັນດາມາດຕະການຕົວຈິງເພື່ອຮັບປະກັນຍົກສູງຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສຍໃນການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ, ສົ່ງເສີມຢ່າງແຂງແຮງຖັນແຖວພະນັກງານທີ່ມີຄວາມຮູ້, ມີຄວາມສາມາດໃນການຄົ້ນຄິດ, ປະດິດສ້າງແລະກ້າເຮັດ, ກ້າຮັບຜິດຊອບຕາມຂອບເຂດສິດແລະໜ້າທີ່ທີ່ໄດ້ຮັບມອບໝາຍ;ເພີ່ມທະວີຄວາມເຂັ້ມແຂງແລະເຂັ້ມງວດໃນການຄຸ້ມຄອງລະບຽບວິໄນຢູ່ພາຍໃນພັກ, ຮັບປະກັນການແກ້ບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຈຸດແລະເປັນລະບົບ;ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງໃຫ້ມີການຫັນປ່ຽນໃໝ່ແລະຂາດຕົວເປັນກ້າວໆ.
ພວກເຮົາໄດ້ຜ່ານຜ່າຄວາມຫຍຸ້ງຍາກແລະສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຈໍານວນໜຶ່ງ,ປະເທດຊາດສືບຕໍ່ຮັບປະກັນສະຖຽນລະພາບແລະມີຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ບັນຫາເຄັ່ງຮ້ອນຕ່າງໆດ້ານເສດຖະກິດ-ການເງິນໄດ້ຮັບການແກ້ໄຂເພື່ອບໍ່ໃຫ້ຕົກເຂົ້າສູ່ວິກິດການ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໄດ້ຮັບການປະຕິບັດເປັນຢ່າງດີ, ກໍາລັງປະກອບອາວຸດໄດ້ຮັບການປັບປຸງ,ພັດທະນາແລະຮັບປະກັນທາດແທ້ປະຕິວັດໄວ້ໄດ້ຢ່າງໜັກແໜ້ນ; ການເຄື່ອນໄຫວວຽກງານການຕ່າງປະເທດໃນຂອບສອງຝ່າຍແລະຫຼາຍຝ່າຍສືບຕໍ່ໄດ້ຮັບການຍົກລະດັບຂຶ້ນຢ່າງແຂງແຮງ, ຕໍ່ເນື່ອງແລະບັນລຸໝາກຜົນສໍາຄັນທີ່ເປັນພື້ນຖານ,ອັນພົ້ນເດັ່ນແມ່ນການສໍາເລັດໜ້າທີ່ເປັນປະທານອາຊຽນ,ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ,ກອງປະຊຸມໄອປາແລະກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆໃນປີ2024ຜ່ານມາ.
ໝາກຜົນທີ່ຍາດມາໄດ້ໃນ70 ປີແຫ່ງການນໍາພາຂອງພັກເຮົາແມ່ນໝາກຜົນປະຕິວັດອັນໃຫຍ່ຫຼວງທີ່ນໍາຄວາມເອກອ້າງທະນົງໃຈແລະພາກພູມໃຈເປັນຢ່າງຍິ່ງມາສູ່ພັກແລະທົ່ວປວງຊົນລາວ, ແຕ່ຂະນະດຽວກັນພວກເຮົາກໍຮັບຮູ້ແຈ້ງແລ້ວວ່າພາລະກິດປະຕິວັດແລະການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍທີ່ກຳນົດເອົາໄວ້ນັ້ນກໍມີທັງກາລະໂອກາດແຕ່ກໍມີສິ່ງທ້າທາຍນາໆປະການ.
ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາມີພາລະໜ້າທີ່ແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງແລະຮອບດ້ານທີ່ກອງປະຊຸມໃຫຍ່ຄັ້ງທີXIຂອງພັກວາງອອກແລະບັນດາທິດທາງ,ແຜນນະໂຍບາຍໃໝ່ທີ່ຈະຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີXIIຂອງພັກກໍຄືການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຂົ້າສູ່ລວງເລິກ, ແທດເໝາະກັບສະພາວະຄວາມເປັນຈິງຂອງປະເທດຊາດແລະສະພາບແວດລ້ອມສາກົນໃນເງື່ອນໄຂໃໝ່.
ບົນພື້ນຖານນັ້ນ, ພັກເຮົາຕ້ອງຍຶດໝັ້ນແລະຮູ້ເສີມຂະຫຍາຍທາດແທ້,ມູນເຊື້ອປະຕິວັດ,ຜົນງານທີ່ພັກເຮົາໄດ້ສ້າງມາໃຫ້ໜັກແໜ້ນແລະປະດິດສ້າງ,ເພີ່ມທະວີການສືບຕໍ່ນໍາພາຊີ້ນໍາສ້າງການຫັນປ່ຽນທີ່ແຂງແຮງ,ບຸກບືນສູ້ຊົນເພື່ອປັບປຸງ,ກໍ່ສ້າງພັກແນໃສ່ຍົກສູງຄວາມສາມາດນໍາພາແລະລັກສະນະນຳໜ້າຂອງພັກ,ຂອງສະມາຊິກພັກຢ່າງບໍ່ຢຸດຢັ້ງ.
ຍົກສູງຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວທັງຊາດ,ສືບທອດແລະເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ,ແນວລາວຮັກຊາດໃນເມື່ອກ່ອນກໍຄືແນວລາວສ້າງຊາດໃນປັດຈຸບັນເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມປະຕິບັດແນວທາງ,ແຜນນະໂຍບາຍຂອງພັກແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍຄືເຂົ້າຮ່ວມໃນພາລະກິດປົກປັກຮັກສາແລະພັດທະນາປະເທດຊາດ,ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ,ສ້າງຄົນລາວໃຫ້ມີຄວາມຮູ້ຄວາມສາມາດໄປຄຽງຄູ່ກັບການສ້າງຄ່ານິຍົມທີ່ຖືກຕ້ອງຕໍ່ກັບຄວາມເປັນຄົນລາວຍຸກໃໝ່ໄປພ້ອມໆກັບການປົກປັກຮັກສາຄຸນຄ່າຂອງຄວາມເປັນລາວ;ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອເປັນຫຼັກປະກັນ.
ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ,ການພົວພັນຮ່ວມມືອັນສະໜິດແໜ້ນກັບພັກການເມືອງຂອງບັນດາປະເທດເພື່ອນມິດຍຸດທະສາດກໍຄືບັນດາກໍາລັງການເມືອງຂອງຂະບວນການກ້າວໜ້າໃນໂລກ,ສືບຕໍ່ເປັນເຈົ້າການປະຕິບັດການຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາຢ່າງຕັ້ງໜ້າເພື່ອພາລະກິດການພັດທະນາປະເທດຊາດຂອງພວກເຮົາ, ປະກອບ ສ່ວນສໍາຄັນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ,ສົ່ງເສີມມິດຕະພາບ,ການຮ່ວມມືເພື່ອການພັດທະນາ,ການສ້າງສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນແລະໃນໂລກ.
ສະຫາຍ ທອງລຸນ ສີສຸລິດ ໄດ້ຂໍຖືໂອກາດນີ້ຂໍຕາງໜ້າໃຫ້ພັກ, ລັດແລະປະຊາຊົນລາວສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອແລະຄວາມຂອບໃຈອັນບໍລິສຸດຜຸດຜ່ອງແລະຈິງໃຈມາຍັງບັນດາພັກອ້າຍນ້ອງ,ໂດຍສະເພາະພັກກອມມູນິດຫວຽດນາມ,ພັກກອມມູນິດຈີນ,ພັກປະຊາຊົນກໍາປູເຈຍແລະບັນດາພັກປະເທດຄູ່ຮ່ວມຍຸດທະສາດແລະພັກການເມືອງປະເທດເພື່ອນມິດອື່ນໆລວມທັງປະຊາຊົນບັນດາປະເທດຄູ່ຮ່ວມພັດທະນາທັງຢູ່ໃກ້ແລະຢູ່ໄກແລະອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອອັນໃຫຍ່ຫຼວງແລະລໍ້າຄ່າແກ່ພາລະກິດຕໍ່ສູ້ປະຕິວັດຂອງພັກແລະການສ້າງສາພັດທະນາປະເທດຊາດຂອງປະຊາຊົນລາວໃນຕະຫຼອດໄລຍະຜ່ານມາ,ປັດຈຸບັນແລະໃນອະນາຄົດຢ່າງສຸດອົກສຸດໃຈ!
ເພື່ອສືບຕໍ່ເສີມຂະຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ແລະການສືບຕໍ່ພາລະກິດປະຕິວັດຂອງພັກເຮົາໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ, ສະຫາຍ ທອງລຸນ ສີສຸລິດໄດ້ຕາງໜ້າສູນກາງພັກ, ການນຳພັກ-ລັດຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ,ນັກຮົບປະຕິວັດຈົງອອກແຮງທະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ,ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງທຸກການຈັດຕັ້ງແລະສະມາຊິກພັກໃຫ້ສູງຂຶ້ນ,ທັງບຸກບືນສູ້ຊົນເຮັດສຳເລັດໜ້າທີ່ວຽກງານທີ່ພັກແລະລັດມອບໝາຍໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າຈົງອອກແຮງແຂ່ງຂັນກັນເສີມຂະຫຍາຍຈິດໃຈຮັກຊາດ,ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງແລະເປັນເຈົ້າການເຂົ້າຮ່ວມຕິດຕາມ,ກວດກາ,ຊ່ວຍເຫຼືອໃຫ້ຄວາມຕິຊົມຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການຈັດຕັ້ງພັກ-ລັດກໍຄືສະມາຊິກພັກ,ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ; ຊ່ວຍພັກ-ລັດເສີມຂະຫຍາຍຈຸດດີ, ດັດແປງ,ແກ້ໄຂຈຸດບົກພ່ອງໃຫ້ມີການຫັນປ່ຽນໃໝ່ທີ່ນັບມື້້ນັບເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ພັກເຮົາຈະຖືເອົາບົດຮຽນອັນລໍ້າຄ່າຂອງການຜ່ານຜ່າກັບສິ່ງທ້າທາຍທົດສອບນາໆປະການທີ່ຜ່ານມານັ້ນໃຫ້ເປັນອາວຸດ,ເປັນກໍາລັງໃຈໃນການປະຕິບັດພາລະກິດທີ່ປະຊາຊົນມອບໝາຍໃຫ້ເພື່ອເຮັດໃຫ້ປະເທດຊາດອັນແສນຮັກແລະຫວງແຫນຂອງພວກເຮົາທີ່ໄດ້ປົກປັກຮັກສາແລະສ້າງຂຶ້ນດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ, ເຕັມໄປດ້ວຍວິລະກໍາອັນລ້ຳເລີດຂອງບັນພະບູລຸດລາວເຮົາແລະການນໍາຂອງພັກ,ລັດແລະປະຊາຊົນເຮົານັ້ນໃຫ້ໄດ້ຮັບການປົກປັກຮັກສາແລະຖະນຸຖະໜອມໄວ້ແລະພວກເຮົາຈະພ້ອມກັນພັດທະນາເຮັດໃຫ້ປິຕຸພູມອັນແສນຮັກແລະຫວງແຫນຂອງພວກເຮົານີ້ສືບຕໍ່ພັດທະນາໄປໜ້າຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໃຫ້ບັນດາສະຫາຍ,ເພື່ອນມິດ,ທ່ານຍິງທ່ານຊາຍແລະປວງຊົນລາວທັງຊາດຈົງມີສຸຂະພາບແຂງແຮງ,ມີຄວາມຜາສຸກແລະປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.
ພັກປະຊາຊົນປະຕິວັດລາວທີ່ມີກຽດສະຫງ່າໝັ້ນຍືນ!
(ໂດຍ: ສ.ບຸດປະຊາ)