ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປລ) (22 ມີນາ 1955 – 22 ມີນາ 2025) ໄດ້ຈັດຂຶ້ນໃນວັນທີ 22 ມີນານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ,ບັນດາສະຫາຍອະດີດການນໍາຂັ້ນສູງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ບັນດາທ່ານທູດ-ທູຕານຸທູດຈາກປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ, ບັນດາການນໍາຂັ້ນສູງຈາກພາກສ່ວນຕ່າງໆ ພ້ອມດ້ວຍຊາວໜຸ່ມ-ເຍົາວະຊົນ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກ່ອນກ້າວເຂົ້າສູ່ພິທີທາງການ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຊົມວິດີໂອສາລະຄະດີ ເລື່ອງ “70 ປີ ພາຍໃຕ້ການນໍພາຂອງພັກ” ໃຫ້ຮູ້ເຖິງປະຫວັດແຫ່ງການກໍາເນີດຂອງພັກ ແລະ ການນໍາພາຂອງພັກໃນຕະຫຼອດໄລຍະຜ່ານມາ; ພ້ອມນີ້, ກໍໄດ້ຮັບຊົມການສະແດງສິລະປະ ທີ່ເຊີດຊູໃຫ້ເຫັນຮູ້ເຖິງຜົນງານອັນໃຫຍ່ຫຼວງຂອງພັກ ແລະ ສື່ເຖິງຄວາມຊາບຊຶ້ງໃຈ ຕໍ່ບຸນຄຸນຂອງພັກ ທີ່ໄດ້ເສຍສະຫຼະທຸກສິ່ງທຸກຢ່າງ ເພື່ອປະເທດຊາດ ເພື່ອປະຊາຊົນລາວບັນດາເຜົ່າ.ພາຍຫຼັງສິ້ນສຸດ, ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ທັງເປັນຜູ້ປະຈໍາການຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນນາມຈັດຕັ້ງພິທີຄັ້ງນີ້ ໄດ້ຂຶ້ນເຊີນເຄົາລົບທຸງຊາດ ເພື່ອກ້າວສູ່ພິທີໂຮມຊຸມນຸມຢ່າງເປັນທາງການ ແລະ ໄດ້ກ່າວຈຸດປະສົງຂອງພິທີ.
ສະຫາຍ ທອງລຸນ ສີສຸດລິດ ໄດ້ຂຶ້ນກ່າວສູນທອນພົດ ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ມື້ນີ້, ຄະນະບໍລິຫານງານສູນກາງພັກ ປປລ, ຄະນະພັກ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ຕາງໜ້າໃຫ້ທົ່ວພັກແລະປວງຊົນລາວທັງຊາດໄດ້ຮ່ວມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດຂຶ້ນທີ່ນະຄອນຫຼວງວຽງຈັນ, ໝາກຫົວໃຈຂອງປວງຊົນລາວທັງຊາດພ້ອມໆກັບບັນດາແຂວງໃນທົ່ວປະເທດພ້ອມໆກັນໃນເວລາດຽວກັນນີ້ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ70ປີ ທີ່ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນແລະນໍ້າໃຈຟົດຟື້ນປະຕິວັດ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານແລະສູນກາງແນວລາວສ້າງຊາດຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມແລະຄໍາອວຍພອນໄຊອັນປະເສີດໄປຍັງບັນດາສະຫາຍອະດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນໃນທົ່ວປະເທດ, ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າແລະພີ່ນ້ອງເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານແລະການດໍາລົງຊີວິດຂອງທຸກຄົນມານະໂອກາດນີ້ດ້ວຍ.
ໃນພິທີອັນສຳຄັນຍິ່ງນີ້, ພວກເຮົາສຸດທີ່ອາໄລອາວອນແລະຈົດຈໍາລໍ້າລຶກບຸນຄຸນອັນປະເສີດຂອງປະທານໄກສອນພົມວິຫານຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງຝຶກຝົນຫຼໍ່ຫຼອມ, ຖະນຸບໍາລຸງສ້າງພັກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ, ຜູ້ນໍາພາພາລະກິດປະຕິວັດແລະນຳພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ, ຜູ້ອອກແບບ, ບຸກເບີກແລະນໍາພາພາລະກິດປ່ຽນແປງໃໝ່ຢູ່ປະເທດເຮົາ. ພ້ອມກັນນີ້,ພວກເຮົາກໍມີຄວາມຄິດຄະນຶງຫາແລະຈົດຈໍາລໍ້າລຶກເຖິງວິລະກໍາອັນລໍ້າເລີດ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນດາຜູ້ນໍາຮຸ່ນກໍ່ຕັ້ງແລະຮຸ່ນສືບທອດຂອງພັກ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດແລະປະຊາຊົນລາວຜູ້ຮັກຊາດທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງເຂົ້າໃນພາລະກິດປະຕິວັດ, ເພື່ອຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບແລະຄວາມສົມບູນພູນສຸກຂອງປະເທດແລະປະຊາຊົນລາວໃນໄລຍະທີ່ຜ່ານມາ.
ໃນພິທີ, ສະຫາຍ ທອງລຸນ ສີສຸລິດ ໄດ້ຂໍຮຽນເຊີນບັນດາສະຫາຍທີ່ເຂົ້າຮ່ວມພິທີທັງຢູ່ທີ່ນີ້ແລະກຳລັງຮ່ວມພິທີດັ່ງກ່າວນີ້ຢູ່ທຸກໆແຫ່ງໃນທົ່ວປະເທດລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍຜູ້ທີ່ລ່ວງລັບໄປ. ຈາກນັ້ນ, ສະຫາຍ ກໍໄດ້ຫວນຄືນມູນເຊື້ອແຫ່ງການນໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປລ, ການນໍາພາຂອງພັກໃນຕະຫຼອດ 70 ປີ ຜ່ານມາ; ເພື່ອສືບຕໍ່ເສີມຂະຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ແລະການສືບຕໍ່ພາລະກິດປະຕິວັດຂອງພັກເຮົາໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນແລະມີໄຊ, ສະຫາຍ ໄດ້ຕາງໜ້າສູນກາງພັກ, ການນຳພັກ-ລັດຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດຈົ່ງອອກແຮງຖະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງທຸກການຈັດຕັ້ງແລະສະມາຊິກພັກໃຫ້ສູງຂຶ້ນ.
ພິທີໂຮມຊຸມນຸມໃຫຍ່ຄັ້ງນີ້, ຍັງໄດ້ຈັດໃຫ້ມີການຂຶ້ນກ່າວສະແດງຄວາມຮູ້ສຶກຂອງຜູ້ຕາງໜ້າກຳລັງປະກອບອາວຸດ, ຜູ້ຕາງໜ້າຊາວຜູ້ອອກແຮງງານ ແລະ ຊາວໜຸ່ມລາວ ຕໍ່ພັກ ກໍຄື 70 ປີ ພາຍໃຕ້ການນໍາພາຂອງພັກ ປປລ.
ໃນປີຄົບຮອບໃຫຍ່ອີກກາລະໂອກາດ ທີ່ໄດ້ໝູນວຽນມານີ້, ບຸນໃຫຍ່ແຫ່ງການສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງພັກ ປປລ ກໍໄດ້ມີບັນດາແຂວງ, ເມືອງ ແລະ ບ້ານຕ່າງໆ ໃນຂອບເຂດທົ່ວປະເທດກໍໄດ້ເຕົ້າໂຮມປະຊາຊົນພາຍໃນບ້ານຂອງຕົນ ເຂົ້າໂຮມຊຸມນຸມ ເພື່ອຮັບຊົມພິທີໂຮມຊຸມນຸມໃຫຍ່ ໄປພ້ອມໆກັນ.
(ຂ່າວ: ສຸກສະຫວັນ, ພາບ: ພູວຽງຄໍາ+ຕຸໄລເພັດ+ສຳນານ)