ກອງປະຊຸມລາຍງານຜົນຂອງການປະເມີນຮ່ວມພາຍນອກກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ (JEE) ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດລັດຖະມົນຕີກະຊວງສາທາລະນະສຸກ, ທ່ານTim Armstrongຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ທ່ານ ນາງ Gina Samaan ອຳນວຍການແຜນງານ ໂຕ້ຕອບຕໍ່ເຫດການສຸກເສີນດ້ານສາທາລະນະສຸກ ອົງການອະນາໄມໂລກພາກພື້ນອາຊີປາຊີຟິກຕາເວັນຕົກ, ມີບັນດາຫົວໜ້າກົມ/ຄະນະກົມ, ຜູ້ຕາງໜ້າຈາກສະຖານທູດ ປະຈຳລາວ, ບັນດາຄູ່ຮ່ວມພັດທະນາຈາກອົງການຈັດຕັ້ງສາກົນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດກ່າວວ່າ: ກົດລະບຽບສາກົນດ້ານສາທາລະນະສຸກແມ່ນນິຕິກຳໜຶ່ງເພື່ອໃຫ້ບັນດາປະເທດສະມາຊິກພາຄີໄດ້ນຳໄປໃຊ້ເປັນເຄື່ອງມືໃນການວາງແຜນ, ສ້າງຄວາມກຽມພ້ອມ ຮັບມືຕໍ່ສະພາບການລະບາດ ແລະ ເຫດການສຸກເສີນທີ່ອາດຈະເກີດຂຶ້ນໃນລະດັບປະເທດ ແລະ ການລະບາດຂ້າມຊາຍແດນ ຊຶ່ງ ສປປ ລາວ ກໍແມ່ນໜຶ່ງໃນປະເທດພາຄີທີ່ໄດ້ຜັນຂະຫຍາຍກົດລະບຽບດັ່ງກ່າວມາເປັນອັນລະອຽດໂດຍສ້າງເປັນແຜນງານແຫ່ງຊາດ 5 ປີ ດ້ານຄວາມໝັ້ນຄົງທາງດ້ານສຸຂະພາບເປັນແຕ່ລະໄລຍະ ຊຶ່ງ ສປປ ລາວ ໄດ້ຈັດການປະເມີນຮ່ວມພາຍນອກການຈັດຕັ້ງປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກຄັ້ງທຳອິດໃນປີ 2017 ສະແດງໃຫ້ເຫັນບັນຫາ, ສິ່ງທ້າທາຍ ແລະ ຊ່ອງວ່າງທີ່ຈະຕ້ອງໄດ້ປັບປຸງເພື່ອມາວາງແຜນປັບປຸງໃນໄລຍະຕໍ່ມາ, ມາຮອດຄັ້ງນີ້ ເປັນການປະເມີນຄັ້ງທີ 2 ຊຶ່ງໄດ້ມີການກະກຽມມາແຕ່ປີ 2024ຈົນມາຮອດມື້ນີ້ ຖືເປັນຜົນສຳເລັດອັນຍິ່ງໃຫຍ່ຂອງ ສປປລາວໃນການປະເມີນຂີດຄວາມອາດສາມາດຂອງການຈັດຕັ້ງປະຕິບັດຕາມກົດລະບຽບສາກົນດ້ານສາທາລະນະສຸກໃນແຕ່ລະຂົງເຂດວຽກງານ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ສຸມໃສ່ການສ້າງຄວາມກຽມພ້ອມໃນການຮັບມືເຫດການສຸກເສີນດ້ານສາທາະລະນະສຸກເປັນຕົ້ນ ສ້າງນິຕິກຳ, ສ້າງແຜນເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ການຍົກລະດັບການເຝົ້າລະວັງພະຍາດ, ການສ້າງຂີດຄວາມອາດສາມາດໃຫ້ພະນັກງານແຕ່ລະຂົງເຂດວຽກງານ, ປັບປຸງການບໍລິການທາງດ້ານສາທາລະນະສຸກ, ຍົກລະດັບກົນໄກການປະສານງານທັງພາຍໃນ ແລະ ສາກົນ, ສ້າງຄວາມເຂັ້ມແຂງການເຝົ້າລະວັງຈຸດຜ່ານແດນ, ສ້າງຄວາມເຂັ້ມແຂງໃນການຄວບຄຸມໄພອັນຕະລາຍທີ່ເກີດຈາກສານເຄມີ, ລັງສີ ແລະ ຄວາມປອດໄພທາງຊີວະພາບ, ອາຫານປອດໄພ, ສຸຂະພາບໜຶ່ງດຽວ, ເຊື້ອຕ້ານຕໍ່ຢາ ແລະ ຂົງເຂດວຽກງານອື່ນໆ.
(ຂ່າວ: ວັນເພັງ, ຂໍ້ມູນ-ຮູບພາບ: ກະຊວງສາທາລະນະສຸກ)