ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ການຈັດງານແຂ່ງຂັນກິລາໃນຄັ້ງນີ້, ປະກອບມີກິລາ 3 ປະເພດຄື: ກິລາເປຕັງ, ກິລາບານສົ່ງ ແລະ ກິລາບານເຕະ. ໃນນີ້, ມີທີມເປຕັງອາວຸໂສ, ເປຕັງຊາຍ, ເປຕັງຍິງ, ບານສົ່ງຊາຍ, ບານສົ່ງຍິງ, ບານເຕະຊາຍ ແລະ ບານເຕະຍິງ.
ຈຸດປະສົງ ກໍເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ, ເວົ້າລວມ-ເວົ້າສະເພາະກໍຄືເພື່ອເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ (5 ເມສາ 1961-5 ເມສາ 2025) ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກກອງບັນຊາການ ປກສ ແຂວງຜົ້ງສາລີ ຊຸດທີ VIII ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ-ຄວາມສຳຄັນ.
(ແຫຼ່ງຂ່າວ: ແຂວງຜົ້ງສາລີ)