
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາລະວັນ ແຂວງສາລະວັນ ຄັ້ງທີ X ໄຂຂຶ້ນຢ່າງເປັນທາງການໃນວັນທີ 25 ມີນານີ້ ຢູ່ທີ່ສະໂມສອນຂອງແຂວງ, ພາຍໃຕ້ຄໍາຂວັນ ‘’ຍົກສູງການນຳພາຂອງພັກ ຍູ້ແຮງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ພັດທະນາຕົວເມືອງໃຫ້ເປັນຈຸດສູນກາງຮອບດ້ານຂອງແຂວງ ຕາມທິດສີຂຽວ ແລະ ຍືນຍົງ’’, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສາລະວັນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 159 ສະຫາຍ ຍິງ 22 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊີກພັກທົ່ວເມືອງເຂົ້າຮ່ວມ.
ສະຫາຍ ຈັນສີລອນ ສີສົມບູນ ກໍາມະການພັກແຂວງ ເລຂາຄະນະບໍລິຫານພັກເມືອງ ເຈົ້າເມືອງສາລະວັນ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ແມ່ນຈະໄດ້ພ້ອມກັນຄົ້ນຄວ້າຕີລາຄາສະພາບວຽກງານຮອບດ້ານໃນ 5 ປີຜ່ານມາ, ຊອກໃຫ້ເຫັນດ້ານດີທີ່ເປັນຜົນງານ, ດ້ານອອ່ນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນຈາກພຶດຕິກຳຕົວຈິງໃນການປະຕິບັດຈາກມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງ, ພ້ອມທັງກຳນົດທິດທາງແຜນການແຕ່ນີ້ເຖິງປີ 2029. ພ້ອມນັ້ນ, ສະຫາຍ ຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງສອງພາກ ພ້ອມທັງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ ອົງຄະນະພັກເມືອງຍາດໄດ້ ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ປົກປັກຮັກສາສະຖຽນລະພາບ-ຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໄດ້ໂດຍພື້ນຖານ. ດ້ານເສດຖະກິດ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນ GDP ບັນລຸໄດ້ 8,204 ຕື້ກີບ ເທົ່າກັບ 98.91% ລາຍຮັບສະເລ່ຍ 16 ລ້ານກວ່າກີບຕໍ່ຄົນຕໍ່ປີ. ພ້ອມນີ້ ຍັງໄດ້ຊຸກຍູ້ສົ່ງເສີມ ດ້ານການປູກ-ການລ້ຽງ ເປັນຕົ້ນ: ຕົວແບບການປູກເຂົ້າເປັນສິນຄ້າ ຂອງສະຫະກອນຮ່ວມໃຈໜອງໃສ ນາໂພເລີນ ຊຶ່ງເປັນສະຫະກອນແຫ່ງທໍາອິດຂອງແຂວງ ປະກອບມີ 3 ບ້ານຄື: ໜອງໃສ, ນາໂພເລີນ ແລະ ບ້ານ ບຶງໄຊ ສາມາດຜະລິດເຂົ້າເປັນສິນຄ້າໄດ້ 400 ກວ່າໂຕນ; ຕົວແບບການປູກແນວພັນເຂົ້າ, ປູກຜັກປະສົມປະສານ ແລະ ຕົວແບບການລ້ຽງສັດ, ການຊົມໃຊ້ໄຟຟ້າຂອງປະຊົນ ກວມ 100%, ພົ້ນເດັ່ນໄດ້ກໍ່ສ້າງ ແລະ ຕິດຕັ້ງໄຟເຍືອງທາງດ້ວຍແສງຕາເວັນ ໃນເທດສະບານເມືອງ ແລະ ວຽກງານດ້ານອື່ນໆ ກໍມີຜົນສໍາເລັດ.
ກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມຂອງເມືອງ ໃນໄລຍະ 5 ປີ 2020-2024 ແລະ ທິດທາງແຜນການ 5 ປີຕໍ່ໜ້າ 2025-2029 ພ້ອມທັງໄດ້ຄົ້ນຄວ້າລົງເລິກຕີລາຄາໃສ່ບັນດາຜົນງານ ແລະ ປະກອບຄຳເຫັນຂອງບັນດາຄອບຄົວຕົວແບບດ້ານຕ່າງໆ, ຜ່ານຮ່າງບົດສໍາຫຼວດການນຳພາລວມຂອງອົງຄະນະພັກເມືອງຊຸດເກົ່າ, ຜ່ານມາດຖານເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງຄະນະພັກຊຸດໃໝ່, ພ້ອມທັງໄດ້ໃຊ້ສິດປະຊາທິປະໄຕໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງສາລະວັນ ຊຸດໃໝ່ ແລະ ໄດ້ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສາລະວັນ ຄັ້ງທີ X ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້. ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງສໍາເລັດ
(ຂ່າວ: ທິດລານີ ໂຄດໂຍທາ)