
ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ແຂວງວຽງຈັນ ຄັ້ງທີ V ໄດ້ອັດລົງໃນວັນທີ 25 ມີນານີ້ ດ້ວຍຜົນສໍາເລັດຢ່າງຈົບງາມ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີສະຫາຍ ກົງຈັນ ພັນທະມິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫີນເຫີບ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມ 129 ສະຫາຍ ຍິງ 17 ສະຫາຍ, ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1,542 ສະຫາຍ ຍິງ 377 ສະຫາຍ.
ກອງປະຊຸມຄັ້ງນີ້, ບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມໄດ້ຍົກສູງຄວາມຮັບຜິດຊອບ, ມີລະບຽບວິໄນ ສຸມສະຕິປັນຍາຂອງຕົນເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ປະສົບຜົນສຳເລັດຢ່າງສະຫງ່າງາມຕາມຈຸດປະສົງ ແລະ ຄາດໝາຍທີ່ກອງປະຊຸມໃຫຍ່ກຳນົດໄວ້. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງກົງໄປ, ກົງມາເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ (2025-2029) ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ, ໄດ້ເປັນເອກະພາບກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນການນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຜ່ານມາ, ກອງປະຊຸມໃຫຍ່ຍັງໄຈ້ແຍກຢ່າງເລິກຊຶ່ງບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ. ຈາກນັ້ນ, ຈິ່ງຮັບຮອງເອົາຂໍ້ສະຫຼຸບທີ່ເປັນບົດຮຽນໃນໄລະຜ່ານມາ. ກອງປະຊຸມໃຫຍ່ໄດ້ເປັນເອກະພາບຮັບຮອງເອົາທິດທາງ, ໜ້າທີ່ຈຸດສຸມ 5 ປີຕໍ່ໜ້າ ຕາມວິໄສທັດຂອງເມືອງທີ່ວ່າ: “ຍົກສູງບົດບາດການນໍາພາຂອງອົງຄະນະພັກເມືອງ, ນໍາພາພັດທະນາເມືອງເປັນເມືອງອຸດສາຫະກຳທັນສະໄໝ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ”. ຈາກນັ້ນ, ບັນດາຜູ້ແທນສົມບູນທີ່ເຂົ້າຮ່ວມໄດ້ໃຊ້ສິດປະຊາທິປະໄຕຂອງຕົນເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຫີນເຫີບ ສະໄໝທີ V ມີຈຳນວນ 21 ສະຫາຍ, ຍິງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈຳພັກເມືອງ 7 ສະຫາຍ, ຍິງ 1 ສະຫາຍ. ພ້ອມທັງເລືອກເອົາ ສະຫາຍ ກົງຈັນ ພັນທະມິດ ເປັນເລຂາພັກເມືອງ, ເລືອກເອົາ ສະຫາຍ ທອງໄມ ຈັນທະດາລາ ແລະ ສະຫາຍ ນາງ ອຳມະລາ ທິບພະແກ້ວ ເປັນຮອງເລຂາພັກເມືອງ, ເລືອກເອົາ ສະຫາຍ ຄຳແສນ ວິໄລ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ພວງແກ້ວ ພັນດາວົງ ແລະ ສະຫາຍ ບຸນຊູ ສີວົງເພັດ ເປັນຮອງປະທານຄະນະກວດກາພັກເມືອງ.
ກອງປະຊຸມໃຫຍ່ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄໍາພັນ ສິດທິດໍາພາ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານພັກເມືອງ ຫີນເຫີບ ຊຸດທີ IV ທີ່ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມທັງ ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໃຫ້ທິດເຍື່ອງທາງ ແຕ່ລະດ້ານລະອຽດ ພ້ອມທັງໃຫ້ຄວາມເຊື່ອໝັ້ນແກ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V ໃຫ້ມີຜົນສຳເລັດ.
(ພາບ-ຂ່າວ: ແກ້ວອຸດົມ)