
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ອັດລົງໃນຕອນບ່າຍວັນທີ່ 25 ມີນານີ້ ພາຍຫຼັງດໍາເນີນມາເປັນເວລາ 2 ວັນ ຊຶ່ງໄດ້ເປັນເອກະສັນກັນຢ່າງສົມບູນ ຮັບຮອງເອົາແຕ່ລະບັນຫາ ຢ່າງມີປະຊາທິປະໄຕ ແລະ ດຳເນີນໄປຢ່າງຖືກຕ້ອງຕາມບາດກ້າວ, ຂັ້ນຕອນ ສອດຄ່ອງຕາມມະຕິ, ຄຳສັ່ງ, ກົດລະບຽບຂອງພັກ. ໃນນັ້ນ, ໄດ້ເຫັນດີເອກະພາບ ຮັບຮອງເອົາເນື້ອໃນບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2020-2025 ແລະ ແຕ່ນີ້ຮອດປີ 2029, ຮັບຮອງເອົາບົດສຳຫຼວດ ການນຳພາລວມຄະນະບໍລິຫານພັກນະຄອນ ສະໄໝທີ VII ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ການນໍາພາ-ຊີ້ນຳ ໃນໄລຍະ 5 ປີຜ່ານມາ, ທັງໄດ້ເປັນເອກະສັນຮັບຮອງເອົາ ທິດທາງລວມ, ທິດທາງແຜນການຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ແຕ່ປີ 2025-2029 ໂດຍຈະສຸມໃສ່ ຍົກສູງຄວາມມາດ, ຄວາມເປັນແບບຢ່າງນຳໜ້າ ໃນການນຳພາ-ຊີ້ນຳ ຂອງຄະນະພັກໃນແຕ່ລະຂັ້ນ ເປັນແກນນຳໃນທຸກຂົງເຂດວຽກງານ ຕາມທິດສ້າງການຫັນປ່ຽນຢ່າງແຮງແຮງ, ເລິກເຊິ່ງ ແລະ ຮອບດ້ານເຊີດຊູນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເສີມຂະຫຍາຍຄວາມສາມັກຄີປອງດອງ ໃຫ້ເປັນປຶກແຜ່ນແໜ້ນໜາ, ຕັ້ງໜ້າຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການປົກປັກຮັກສາ ແລະ ພັດທະນານະຄອນ ຫຼວງພະບາງ ຕາມທີດສີຂຽວ-ຍືນຍົງ, ສຸມທຸກກຳລັງແຮງ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ-ໝັ້ນທ່ຽງ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເພື່ອສ້າງພື້ນຖານອັນໜັກແໜ້ນ ກາຍເປັນນະຄອນທັນສະໄໝ ຫຼື ອັດສະລິຍະ ໃຫ້ເປັນຮູບປະທຳ. ຮັບປະກັນໃຫ້ນະຄອນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍທີ່ໜັກແໜ້ນ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ ໃຫ້ບັນລຸ 8.5% ລວມຍອດລາຍຮັບ ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 52 ລ້ານກວ່າກີບ ຫຼື ເທົ່າກັບ 2,520 ໂດລາຕໍ່ຄົນຕໍ່ປີ, ຮັບປະກັນໃຫ້ສາມາດກຸ້ມຕົນເອງທາງດ້ານງົບປະມານ ແລະ ມີສ່ວນແຮໄວ້ເພື່ອລົງທຶນ, ຮັບປະກັນ ໃຫ້ການພັດທະນາລະບົບການສຶກສາ ຕາມ 3 ລັກສະນະ 5 ຫຼັກມູນ ຂອງການສຶກສາ, ປັບປຸງການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ, ຍົກສູງຄຸນນະພາບການບໍລິການດ້ານສາທາລະນະສຸກໃຫ້ທົ່ວເຖິງ, ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ອານຸລັກຮັກສາມໍລະດົກໂລກ ໃຫ້ຄົງຄຸນຄ່າ-ຍືນຍົງ, ພັດທະນາການທ່ອງທ່ຽວ ຍົກສູງຄຸນນະພາບໃຫ້ສູງຂຶ້ນ. ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢ່າງຕໍ່ເນື່ອງ-ແຂງແຮງ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການຊຸກຍູ້ວຽກງານ ສາມສ້າງຫັນເຂົ້າສູ່ລວງເລິກ ແລະ ມີຜົນສຳເລັດເປັນຮູບປະທຳ. ຍົກສູງບົດບາດອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ມີຄວາມໜັກ ແໜ້ນ-ເຂັ້ມແຂງ ຮັບປະກັນໃຫ້ທົ່ວສັງຄົມ ມີຄວາມສາມັກຄີປອງດອງເປັນປຶກແຜ່ນ-ແໜ້ນໜາ, ການພົວພັນ-ຮ່ວມມືກັບຕ່າງປະເທດ ເປັນຕົ້ນ ບັນດານະຄອນ, ປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ.
ໃນກອງປະຊຸມ ຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກນະຄອນ ຫຼວງພະບາງ ຊຸດທີ່ VIII ຈໍານວນ 27 ສະຫາຍ ຍີງ 5 ສະຫາຍ ແລະ ປ່ອນບັດເລືອກເອົາ ຜູ້ແທນສົມບູນ-ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຊຸດທີ່ IX, ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນກັນເລືອກເອົາຄະນະປະຈໍາພັກ ຈຳນວນ 9 ສະຫາຍ, ຍີງ 1 ສະຫາຍ. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ສໍານານ ສົນທະນີ ເປັນເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວິໄລທອງ ມະນີວອນ ແລະ ສະຫາຍ ສະເຫວີຍ ສີລາວັນ ເປັນຮອງເລຂາຄະນະບໍລິຫານງານພັກນະຄອນ, ສະຫາຍ ວີເຮີ ເຊ່ຍໄມ ເປັນປະທານຄະນະກວດກາພັກນະຄອນ.
(ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນອິດທິພົນ)