
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ ຄໍາຂວັນ “ກໍ່ສ້າງພັກ ໃຫ້ປອດໃສ ເຂັມແຂງ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ປັບປຸງການບໍລິຫານລັດໃຫ້ໂປ່ງໃສ, ວ່ອງໄວ ຮັບປະກັນສະຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ເຮັດໃຫ້ເມືອງຫ້ວຍຊາຍ ໃຫ້ກາຍເປັນໃຈກາງທາງດ້ານການຜະລິດ, ການຄ້າ, ການບໍລິການຕິດພັນການທ່ອງທ່ຽວ ຕາມທິດສີຂຽວ ແລະ ຍືນຍົງ”, ໃນຕອນເຊົ້າຂອງວັນທີ 25 ມີນານີ້ ທີ່ສູນຝຶກອົບຮົມຂອງເມືອງ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີແຂກຖຶກເຊີນ ແລະ ຜູ້ແທນສົມບູນ 190 ສະຫາຍ, ຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວເມືອງຫ້ວຍຊາຍຈໍານວນ 2,600 ກວ່າສະຫາຍ.
ໃນກອງປະຊຸມ ສະຫາຍ ຄຳເກີ່ງ ຜິວວັນນາ ກຳມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ເຈົ້າເມືອງຫ້ວຍຊາຍ ປະທານກອງປະຊຸມກ່າວວ່າ: ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງຫ້ວຍຊາຍໃນຄັ້ງນີ້, ໄດ້ໄຂຂຶ້ນໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນຊາວເມືອງຫ້ວຍຊາຍ ພວມອອກແຮງງານຈັດຕັ້ງປະຕິບັດບັນດາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິ VI ຂອງອົງຄະນະພັກແຂວງບໍ່ແກ້ວ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງຫ້ວຍຊາຍ ຕິດພັນ ຂະບວນແຂ່ງຂັນສ້າງຜົນງານເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ, ຂອງພັກ ເວົ້າລວມ, ເວົ້າສະເພາະ ກໍແມ່ນການຂຸ້ນຂ້ຽວຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງເມືອງ ໂດຍສະເພາະແມ່ນ ສຸມໃສ່ນໍາພາຈັດຕັ້ງຜັນຂະຫຍາຍ ສອງວ່າລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຂະບວນການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ປະກົດຜົນເປັນຈິງ.
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໃນ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດນໍາພາລວມ ຂອງຄະນະບໍລິຫານພັກເມືອງຫ້ວຍຊາຍ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ແລະ ຄົ້ນຄວ້າຮັບຮອງເອົາເນື້ອໃນເອກະສານທັງ 3 ບົດ ຕິດພັັນການໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາ ຄະນະບໍລິຫານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາເມືອງຫ້ວຍຊາຍ ໃຫ້ມີການພັດທະນາທີ່ຕັ້ງໜ້າ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້. ກອງປະຊຸມດັ່ງກ່າວຈະດຳເນີນໄປເປັນເວລາ 2 ວັນຈຶ່ງສໍາເລັດ.
(ຂ່າວ: ທອງເພັດ ນັກຂ່າວ ເມືອງຫ້ວຍຊາຍ)