
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງລະມາມ ແຂວງເຊກອງ ຄັ້ງທີ X ໄຂຂຶ້ນໃນວັນທີ 26 ມີນານີ້ ທີ່ສະໂມສອນເມືອງດັ່ງກ່າວ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດຂອງພັກ ເພື່ອນໍາພາແນວທາງປ່ຽນແປງໃໝ່ ຂອງພັກໃຫ້ແທດເຖິງຮາກຖານ ຕາມ 4 ເນື້ອໃນ ຕິດພັນກັບການຈັດຕັ້ງປະຕິບັດກົດໝາຍ ຂອງລັດໃຫ້ມີຄວາມສັກສິດ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີ ເພື່ອໃຫ້ການພັດທະນາມີຄວາມເຂັ້ມແຂງ ແລະ ຍືນຍົງ” ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 123 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນທົ່ວເມືອງ ເຂົ້າຮ່ວມ.
ສະຫາຍ ຕຸລາວັນ ວົງໄຊ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງລະມາມ ໄດ້ກ່າວໄຂກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງສອງພາກ ໂດຍໄດ້ຕີລາຄືນຜົນງານດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນຖອນຖອດໄດ້ ໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໃນ 5 ປີຜ່ານມາ, ເຖິງແມ່ນວ່າເມືອງຈະປະສົບກັບຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍປະການ ເປັນຕົ້ນ ແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພພິບັດທາງທໍາມະຊາດ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ພະຍາດຕາມລະດູການ ແລະ ອື່ນໆ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກເມືອງ ກໍຄື ຄະນະພັກ-ອົງການປົກຄອງແຂວງເຊກອງ ເຮັດໃຫ້ເມືອງລະມາມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວ ຕາມທິດມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ, ບັນດາພື້ນຖານໂຄງລ່າງດ້ານເສດຖະກິດ, ເສັ້ນທາງຄົມມະນາຄົມ, ລະບົບໄຟຟ້າ, ນໍ້າປະປາ (ນໍ້າສະອາດ), ບັນດາພື້ນຖານໂຄງລ່າງຂົງເຂດວັດທະນະທໍາ-ສັງຄົມ, ຕາໜ່າງດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆ ໄດ້ຮັບການລົງທຶນກໍ່ສ້າງ ແລະ ຂະຫຍາຍຕົວອອກສູ່ຊົນນະບົດຫ່າງໄກສອກຫລີກ; ການຜະລິດກະສິກໍາໄດ້ຮັບການພັດທະນາ ແລະ ຊຸກຍູ້ສົ່ງເສີມຢ່າງກວ້າງຂວາງ ກາຍເປັນເງື່ອນໄຂໃນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນພາຍໃນເມືອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້, ກອງປະຊຸມຍັງໄດ້ຟັງການຜ່ານບົດສະຫຼບຕີລາຄາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ແລະ ທິດທາງແຜນການ 5 ປີ (2025-2029) ພ້ອມທັງ ຮັບຟັງການປະກອບຄໍາເຫັນຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເພື່ອແນໃສ່ປະຕິບັດແນວທາງຂອງພັກ, ແຜນນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນການສ້າງສາພັດທະນາເມືອງລະມາມ ໃຫ້ຫັນໄປສູ່ຄຸນນະພາບໃໝ່. ພ້ອມກັນນັ້ນ, ຜູ້ແທນສົມບູນຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງລະມາມ ສະໄໝທີ X ຊຶ່ງເປັນການນໍາສູງສຸດ ຂອງພັກຂັ້ນເມືອງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ສືບຕໍ່ນໍາພາປະຊາຊົນບັນດາເຜົ່າພາຍໃນເມືອງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ເຂົ້າສູ່ຂະບວນການວຽກງານຕົວຈິງ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
(ຂ່າວ-ພາບ: ສັນຍາ)