
ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກ ເມືອງໄຊສະຖານ ແຂວງໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 26 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີແຂກຮັບເຊີນ ແລະ ຜູ້ແທນສົມບູນ 76 ສະຫາຍ ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ 734 ສະຫາຍ.
ສະຫາຍ ພອນສະຫວັນ ວໍລະສັກ ວ່າການເລຂາພັກເມືອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການໂດຍກ່າວວ່າ: ກອງປະຊຸມຄັ້ງນີ້, ຜູ້ແທນເຂົ້າຮ່ວມຈະໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ II ໃນໄລຍະ 5 ປີຜ່ານມາ, ພ້ອມທັງກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງ ໄຊສະຖານ ແຕ່ນີ້ຮອດປີ 2029. ຈາກນັ້ນ, ສະຫາຍ ຄໍາຮັກ ສີດາພອນ ກໍາມະການປະຈໍາພັກເມືອງ ໄດ້ຜ່ານຮ່າງແຜນພັດທະນະເສດຖະກິດ-ສັງຄົມ, ຊຶ່ງເສດຖະກິດໂດຍລວມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບສະເລ່ຍບໍ່ຫຼຸດ 7.2% ຕໍ່ປີ ລວມຍອດຜົນຜະລິດທັງໝົດບັນລຸ 126.51 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 922 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 3.3 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໄດ້ທັງໝົດ 7.3 ຕື້ກີບ, ການສົ່ງອອກສິນຄ້າປະຕິບັດໄດ້ທັງໝົດ20.82 ຕື້ກີບ, ນຳເຂົ້າສິນຄ້າມີທັງໝົດ 21 ຕື້ກີບ, ສາມາດຜະລິດເຂົ້າໄດ້ 26,960 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 321 ກິໂລຕໍ່ຄົນຕໍ່ປີ, ການປູກພືດສະບຽງອາຫານໄດ້ 8,463 ໂຕນ ພືດທີ່ພົ້ນເດັ່ນແມ່ນ: ເຜືອກ, ຜັກກະລໍາປີ ແລະ ອື່ນໆ, ການປູກພືດເປັນສິນຄ້າໄດ້ທັງໝົດ 29,860 ໂຕນ ພົ້ນເດັ່ນແມ່ນ: ໝາກເດືອຍ, ຊາ, ກາເຟ ແລະ ແຂມ, ການລ້ຽງສັດແມ່ນໄດ້ຫັນການລ້ຽງຈາກການປ່ອຍມາສູ່ການລ້ຽງເປັນກຸ່ມຕິດພັນກັບການເອົາໃຈໃສ່ດູແລສຸຂະພາບສັດເຮັດໃຫ້ຝູງສັດມີການຂະຫຍາຍຕົວ. ກອງປະຊຸມດັ່ງກ່າວ, ຈະໄດ້ຮັບຟັງການປະກອບຄຳຄິດຄຳເຫັນຈາກພາກສ່ວນຕ່າງໆ, ຄອບຄົວຕົວແບບ ແລະ ບັນດາເມືອງອ້ອມຂ້າງ ແລະ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກເອົາຜູ້ແທນເພຶ່ອເປັນຕົວແທນຂອງອົງຄະນະພັກເມືອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ອົງຄະນະພັກແຂວງຄັ້ງທີ VIII, ເລືອກເອົາຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງຄະນະປະທານກວດກາພັກ, ພິເສດກອງປະຊຸມໃຫຍ່ຄັ້ງນີ້ ຍັງຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ.
(ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ)