ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ມີນາ ຜ່ານມາວ່າ: ມະຫາວິທະຍາໄລໄຮຟາຂອງອິດສະຣາແອນລາຍງານວ່າ: ນັກວິທະຍາສາດຈາກອິດສະຣາແອນ, ເຢຍລະມັນແລະສະຫະລັດ ອາເມຣິກາ ໄດ້ຄົ້ນພົບແຕນຊະນິດໜຶ່ງທີ່ຖ່າຍທອດເຊື້ອແບັກທີເຣຍທີ່ເປັນປະໂຫຍດໄປສູ່ລູກ ຜ່ານ "ພິດ" ຊຶ່ງຖືເປັນວິທີການທີ່ຜິດປົກກະຕິຈາກແມງໄມ້ສ່ວນໃຫຍ່ທີ່ສົ່ງຜ່ານໄຂ່.
ການຄົ້ນຄວ້າ ທີ່ພິມເຜີຍແຜ່ໃນວາລະສານ Current Biology, ໄດ້ກວດສອບແຕນຊະນິດໜຶ່ງ (Spalangiacameroni) ທີ່ກິນແມງວັນເປັນອາຫານ ແລະຕ່ອມພິດຂອງມັນມີເຊື້ອແບັກທີເຣຍ Sodalis SC.
ເມື່ອແຕນສາຍພັນນີ້ຕ່ອຍດັດແດ້ແມງວັນທີ່ກຳລັງເຕີບໂຕ ເບັກທີເຣຍSodalis SCຈະຖືກສົ່ງຕໍ່ໄປກັບພິດດ້ວຍ. ຈາກນັ້ນ, ແຕນຊະນິດນີ້ຈະວາງໄຂ່ຢູ່ເທິງດັດແດ້ ແລະ ໂຕອ່ອນທີ່ຟັກອອກມາຈະກິນດັດແດ້ດັ່ງກ່າວທີ່ມີເຊື້ອແບັກທີເຣຍນີ້ເປັນອາຫານ.
ຖືເປັນຄັ້ງ​ທໍາ​ອິດ​ຂອງ​ການ​ບັນທຶກຂໍ້ມູນຕົວຢ່າງການສົ່ງຕໍ່​ແບັກ​ທີ​ເຣຍ​ໂດຍ​ຜ່ານພິດແທນໄຂ່​. ໂດຍການຄົ້ນພົບນີ້ສະແດງໃຫ້ເຫັນວິທີການທີ່ເຊື້ອແບັກທີເຣຍປັບຕົວເພື່ອຈະເລີນເຕີບໂຕໃນສະພາບແວດລ້ອມທີ່ບໍ່ຄາດຄິດເຊັ່ນ: ພິດແລະໃຫ້ຂໍ້ມູນຄວາມເຂົ້າໃຈກ່ຽວກັບວິວັດທະນາການຮ່ວມຂອງຈຸລິນຊີ ແລະສັດ.