ບົດຂຽນຂອງ ສະຫາຍ ຫງວຽນ ມິງເຕິມ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ສາຍ​ພົວ​ພັນ​ ລະ​ຫວ່າງ​ ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ ແລະ ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ ເປັນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນຍິ່ງ​ໃຫຍ່, ຄວາມສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ດ້ວຍ​ຖາ​ນະ​ພັກ​ດຽວ​ກຳ​ອຳ​ນາດ, ຖື​ບົດ​ບາດປະ​ຫວັດ​ສາດ​ ນຳ​ພາ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ​, ນຳ​ພາ​ປະ​ເທ​ດ​ຊາດ​ ເດີນ​ຕາ​ມ​ເສັ້ນ​ທາງ​ສັງຄົມ​ນິ​ຍົມ.
1. ສາຍພົວພັນຮ່ວມກັນພັກໜຶ່ງນັ້ນແມ່ນພັກກອມມູນິດອິນດູຈີນນຳພາປະຊາຊົນສອປະເທດ ຫວຽດນາມ ແລະ ລາວ​ ດຳເນີນການປະຕິວັດປົດປ່ອຍຊາດ (1930-1955).
ພັກ​ກອມມູນິດອິນດູຈີນ ໄດ້​ກຳ​ເນີດເກີດຂຶ້ນ ດ້ວຍ​ຄັນ​ທຸງ​ການ​ປະ​ຕິ​ວັດ​​ຊາດ, ປະ​ຊາ​ທິ​ປະ​ໄຕ​ຕິດ​ແທດ​ກັບ​ການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ລາວ ກາຍ​ເປັນພາກ​ສ່ວນ​ໜຶ່ງ​ ທີ່ສະ​ໜິດ​ຕິ​ດ​ແທດ​ຂອງ​ການ​ປະ​ຕິ​ວັດ​ອິນ​ດູ​ຈີນ ແລະ ການ​ປະ​ຕິ​ວັດ​ໂລກ. ຈາກ​​ນັ້ນ, ສາຍ​ພົວ​ພັນ​ເປັນເວລາດົນ​ນານ ແລະ ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ ແລະ ກັນ ​ໃນ​ປະ​ຫວັດ​ສາດ​ຂອງ​ສອງ​ປະເທດ ຫວຽດ​ນາມ ແລະ ລາວ ກ້າວ​ເຂົ້າ​ສູ່​ໄລ​ຍະ​ແຫ່ງ​ການ​ພັດ​ທະ​ນາໃໝ່ ດ້ວຍ​ການ​ປະ​ກົດ​ຕົວ​ການຮ່ວມ​ສຳ​ພັນ​ສູ້​ຮົບ ​ລະ​ຫວ່າງ​ ການ​ປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ.
2. ​ສາຍພົວພັນສາມັກຄີພິເສດ ແລະ ສຳພັນສູ້ຮົບ ຫວຽດນາມ-ລາວ ຕ້ານກັບຈັກພັດ
ຜູ້ຮຸກຮານ
ພາ​ຍຫຼັງ ​ພັກ​ປະ​ຊາ​ຊົນ​ລາວ ໄດ້​ສ້າງ​ຕັ້ງ​ຂຶ້ນ ແມ່ນ​ສາຍ​ພົວ​ພັນ​ ລະ​ຫວ່າງ​ ພັກ​ກອມ​ມູ​ນິດ ກັບ​ພັກ​ປະ​ຊາ​ຊົນ ລາວ ກ້າວ​ເຂົ້າ​ສູ່ໄລ​ຍະ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ໜຶ່ງ. ເຖິງ​ວ່າ​ມີ​ຊື່​ເອີ້ນ​ຕ່າງ​ກັນ, ແຕ່​ສອງ​ພັກ ມີ​ເປົ້າ​ໝາຍ​ຮ່ວມ​ກັນ, ເດີນ​ຕາມ​ຈຸດ​ປະ​ສົງ​ໜຶ່ງດຽວ ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ​ກັນ, ອາ​ໄສ​ກັນ​ເພື່ອປົກ​ປ້ອງ​ເອ​ກະ​ລາດ​ແຫ່ງຊາດ ​ທີ່​​ຍາດ​ມາ​ໄດ້. ສ້າງ​ສາ​ຊີ​ວິດ​ການ​ເປັນ​ຢູ່​ມີເສ​ລີ​ພາບ, ມີ​ຄວາມ​ຜາ​ສຸກ​ ໃຫ້​ແກ່​ປະ​ຊາ​ຊົນ.
ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ອັນ​ຊອບ​ທຳ​ນັ້ນ ພັດ​ຖືກ​ກີດ​ຂວາງ​ຍ້ອນ​ຈັກ​ກະ​ພັດ​ແບບໃໝ່ ​ຂຸ້ນ​ຂ້ຽວ​ດຳ​ເນີນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຮຸກ​ຮານ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່​ ຕໍ່​ປະ​ເທດ​ລາວ​ ເວົ້າ​ສະ​ເພາະ ແລະ ຕໍ່​ 3 ປະ​ເທດ​ອິນດູຈີນ​ ເວົ້າ​ລວມ.
ພາຍຫຼັງກຳ​ເນີດ​ຂຶ້ນ, ພັກ​ປະ​ຊາ​ຊົນ​ລາວ ໄດ້ມີສະ​ຕິ​ຄວາມ​ຮັບ​ຜິດ​ຊອບ​ສູງ​ ຕໍ່​ຊາ​ຕະ​ກຳ​ເປັນ​ຕາຍ ແລະ ພາ​ລະ​ກຳ​ພັດ​ທະ​ນາ​ຂອງ​​ຊາດ, ຂອງ​ການ​ປະ​ຕິ​ບັດ, ພັກ​ປະ​ຊາ​ຊົນ ​ລາວ ຍອມ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ຈັກ​ກະ​ພັດ​ຜູ້ຮຸກຮ້ານ. ພັກ​ ໄດ້​ນຳ​ພາ​ປະ​ຊາ​ຊົນ ລາວ ​ດຳ​ເນີນ​ການ​ຕໍ່​ສູ້ຢ່າງ​ມະ​ຫັດ​ສະ​ຈັນ​ ເພື່ອ​ຕ້ານ​ກັບ​ຈັກ​ກະ​ພັດ​​ຮຸກ​ຮານ ແລະ ສາ​ມາດ​ຍາດ​ໄດ້​ໄຊ​ຊະ​ນະ​ຢ່າງ​ລຽນ​ຕິດ.
3. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ ສັງຄົມນິຍົມ
ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ ລ້ວນ​ແຕ່​ເປັນ​ພັກ​ດຽວ​ກຳ​ອຳ​ນາດ ​ຖື​ບົດ​ບາດ​ປະ​ຫວັດ​ສາດ​ ນຳ​ພາ​ພາ​ລະ​ກິດ​ການ​ປະ​ຕິວັດ​ຂອງ​ແຕ່​ລະ​ປະ​ເທດ. ສະ​ນັ້ນ, ເມື່ອ​ກ່າວ​ເຖິງ​ສາຍ​ພົວ​ພັນ​ມິດ​ຕະ​ພາບທີ່​ເປັນ​ມູນ​ເຊື້ອ, ຄວາມສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ຫວຽດ​ນາມ-ລາວ ​ໝາຍ​ຄວາມ​ວ່າ​ແມ່ນ​ກ່າວ​ເຖິງ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພີ​ເສດ​ ລະ​ຫວ່າງ​ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ກັບ​ ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ ລາວ. ພ້ອມກັນນັ້ນ, ເມື່ອ​ກ່າວ​ເຖິງ​ສາຍ​ພົວ​ພັນ​ສອງ​ພັກ ກໍ​ໝາຍ​ຄວາມ​ວ່າ​ ແມ່ນ​ກ່າວ​ເຖິງ​​ສາຍ​ພົວ​ພັນ​ ຫວຽດ​ນາມ-ລາວ ທັງ​ໝົດ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສອງ​ພັກ.
4. ບາງທິດທາງການຮ່ວມມື ລະຫວ່ງ ພັກກອມມູນິດ ຫວຽດນາມ​ ແລະ ພັກປະຊາຊົນ ປະຕິວັດລາວ
ໃນ​ປັດ​ຈຸ​ບັນ, ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ຫຼວງຫຼາຍ​, ກະ​ທົບ​ຕໍ່​ສາຍ​ພົວ​ພັນ​ຂອງສອງ​ປະ​ເທດ ຫວຽດນາມ - ລາວ. ສະ​ນັ້ນ, ໃນ​ໄລ​ຍະ​ຕໍ່​ໜ້າ, ເພື່ອ​ສາ​ມາດ​ຮັບ​ປະ​ກັນ​ປະ​ຕິ​ບັດ​ພາ​ລ​ະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ ຂອງ​ແຕ່​ລະ​ປະ​ເທດ, ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຂອງ​ແຕ່​ລະ​ພັກ ຢ່າງ​ມີ​ໄຊ, ສອງ​ພັກ, ສອງ​ລັດ​ ສືບ​ຕໍ່​ຢືນ​ຢັນ​ລະ​ດັບ​ຄວາມ​ສຳ​ຄັນ ແລະ ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ຫວຽດ​ນາມ-ລາວ ໃນສະ​ພາບ​ການ​ໃໝ່ ບົນ​ພື້ນ​ຖານສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ບັນ​ດາຫຼັກ​ການ​ ຊຶ່ງສອງ​ພັກ, ສອງ​ລັດ​ ໄດ້​ເປັນ​ເອ​ກະ​ສັນ. ສອງ​ຝ່າຍ ​ເປັນ​ເອ​ກະ​ພາບ​ ຍູ້​ແຮງກວ່າເກົ່າ ​ສາຍ​ພົວ​ພັນ​ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ-ລາວ ບົນ​ພື້ນ​ຖານ​ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ ແລະ ມາ​ນະຈິດເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ກຸ້ມ​ຕົນ​ເອງ, ຮ່ວມ​ມື​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ປະ​ສານ​ສົມ​ທົບ​ລັກ​ສະ​ນະ​ພິ​ເສດ​ຂອງ​ສາຍ​ພົວ​ພັນ ​ຫວຽດ​ນາມ-ລາວ​ ກັບ​ຂໍ້​ກໍ​າ​ນົດສາ​ກົນ​ ຢ່າງ​ສົມ​ເຫດ​ສົມ​ຜົນ, ເພື່ອ​ການ​ພັດ​ທະ​ນາ, ວັດ​ທະ​ນະ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ​ຢູ່​ອາ​ຊີ​ອາ​ຄະ​ເນ ແລະ ໃນ​ໂລກ. ສາຍ​ພົວ​ພັນ ​ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ​ ຕ້ອງ​ສຸ​ມ​ໃສ່​ບາງ​ເນື້ອ​ດັ່ງ​ນີ້:
ໜຶ່ງ​, ສືບຕໍ່ນຳເອົາສາຍພົວພັນດ້ານການເມືອງເຂົ້າສູ່ລວງເລິກນັບມື້ໄວ້ເນື້ອເຊື່ອໃຈ, ເປັນແກນກາງ ກຳນົດທິດທາງໃຫ້ແກ່ການສັງລວມການພົວພັນສອງປະເທດສອງຝ່າຍ ປະສານສົມທົບຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸທະສາກ່ຽວຂ້ອງເຖິງຄວາມສະຫງົບ ແລະ ການພັດທະນາຂອງແຕ່ລະປະເທດ. ນີ້ແມ່ນໜຶ່ງໃນບັນດາເງື່ອນໄຂພື້ນຖານ ຕັດສິນໄຊຊະນະພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາເທຊາດສັງຄົມນິຍົມ ຢູ່ແຕ່ລະປະເທດເປັນພື້ນຖານໜັກແໜ້ນ ເພື່ອເພີ່ທະວີມິດຕະພາບອັນຍິ່ງໃຫຍ່ຄວາມມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ສອງ​, ປັບປຸງ ແລະ ເພີ່ມທະວີ ຢ່າງໜັກແໜ້ນຄວາມຮັບຮູ້ລວມຂອງສອງພັກ ກ່ຽວກັບລະດັບຄວາມສຳຄັນຍຸດທະສາດຂອງສາຍພົວພັນພິເສດ ຫວຽດນາມ-ລາວຖືວ່ານີ້ແມ່ນບັນຫາທີ່ມີຄວາມໝາຍເປັນຕາຍ ຕໍ່ພາລະກິດແຫ່ງການປ່ຽນແປງໃໝ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງແຕ່ລະປະເທດ.
ສາມ​, ຮັກສາວຽກງານສຶກສາການເມືອງແນວຄິດເປັນປະຈຳ ຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳການທູດປະຊາຊົນ ເພື່ອທົ່ວພັກທົ່ວປວງຊົນ ເປັນຕົ້ນ ແມ່ນໄວໜຸ່ມສອງປະເທດ ເຂົ້າໃຈແຈ້ງກ່ຽວກັບຄວາມໝາຍ ແລະ ຄວາມຈຳເປັນ ໃນການຕ້ອງເພີ່ທະວິສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີພິເສດ ລະຫວ່າງ ສອງພັກສອງລັດພ້ອມທັງປະສານສົມທົບຕໍ່ສູ້ຕອບໂຕ້ຄືນ ຕໍ່ບັນດາຖ້ອຍທຳນອງບິດເບືອນແບ່ງແຍກສາຍພົວພັນ ລະຫວ່າງສອງພັກ​, ສອງລັດ.
ສີ່​, ເພີ່ມ​ທະ​ວີບັນ​ດາ​ການ​ແລກ​ປ່ຽນ​ດ້ານ​ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​ຕົວ​ຈິງ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ, ກໍ່​ສ້າງ​ລະ​ບົບ​ການ​ເມືອງ, ຄຸ້ມ​ຄອງ​ລັດ, ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ເຊື່ອມ​ໂຍງ​ສາ​ກົນ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ ຊຶ່ງສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ເສີມ​ຂະ​ຫຍາຍ​ກົນ​ໄກ​ພົບ​ປະ​ສ້າງ​ສັນ, ການ​ຮ່ວມ​ມື​ໂດຍ​ກົງ​ ລະ​ຫວ່າງ ​ບັນ​ດາ​ອົງ​ການ​ສູນ​ກາງ​ຂອງ​ສອງ​ພັກ, ລ​ະ​ຫວ່າງ ​ອົງ​ຄະ​ນະ​ພັກ​ຂັ້ນ​ທ້ອງ​ຖິ່ນ ເປັນ​ຕົ້ນ​ ແມ່ນ​ບັນ​ດາ​ທ້ອງ​ຖິ່ນ ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດກັ​ນ. ຍູ້​ແຮງ​ການ ​ຮ່ວ​ມ​ມື​ ກ່ຽວ​ກັບ​ການ​ກໍ່​ສ້າງ​ພະ​ນັກ​ງານ, ລວມ​ທັງ​ພະ​ນັກ​ງານ​ສາຍ​ພັກ, ອຳ​ນາດ​ການ​ປົກ​ຄອງ, ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ນັບ​ແຕ່​ຂັ້ນ​ສູນ​ກາງ​ ຕະຫຼອດ​ຮອດ​ຂັ້ນ​ທ້ອງ​ຖິ່ນ ແລະ ຮ​າກ​ຖານ, ພະ​ນັກ​ງານ​ຂອງ​ລະ​ບົບ​ການ​ເມືອງ ແລະ ນັກ​ຊ່ຽວ​ຊານ​ ໃນ​ຂົງ​ເຂດ​ຕ່າງໆ.
ຫ້າ​, ເພີ່ມ​ທະ​ວີ​ການ​ຊີ້​ນຳ, ກຳ​ນົດ​ທິດ​ຍຸດ​ທະ​ສາດ​ ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ກາ​ນ​ກໍ່​ສ້າງ, ປ້ອງ​ກັນ​ຊາດ, ປ້ອງ​ກັ​ນ​ຄວາມ​ສະ​ຫງົບ ແລະ ວຽກ​ງານ​ການ​ຕ່າງ​ປະ​ເທດ ​ລະ​ຫວ່າງ ​ສອງ​ປະ​ເທດ, ໃນ​ນັ້ນ ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ​ຕ້ອງ​ມີ​ການ​ບຸກ​ທະ​ລຸ​ຕາມ​ທິດ​ເພີ່ມ​ທະ​ວີ​ການ​ເຊື່​ອມ​ຈອດ​ ລະ​ຫວ່າ​ງ ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ບອ​ບ​ລະ​ບຽບ​ການ, ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ການ​ເງິນ, ທະ​ນາ​ຄານ, ພະ​ລັງ​ງານ​ໄຟ​ຟ້າ, ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ທ່ອງ​ທ່ຽວ; ການ​ຮ່ວມມື ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ ​ເປັນ​ເສົາ​ຄ້ຳ; ການ​ຮ່ວມມ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ວິ​ທະ​ຍາ​ສາດ-ເຕັກ​ນິກ ເປັນ​ພື້ນ​ຖານທີ່ສະ​ໜິດ​ຕິດ​ແທດ​ສາຍ​ພົວ​ພັນແບບ​ຍືນ​ຍົງ​ລະ​ຫວ່າງ​ ສອງ​ປະ​ເທດ. ສອງ​ຝ່າຍ​ ຕັ້ງ​ໜ້າຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ ຂໍ້​ຕົກ​ລົງ​ຍຸດ​ທະ​ສາດ ກາ​ນຮ່ວມ​ມື​ ຫວຽດ​ນາມ-ລາວ ໄລ​ຍະ 2021-2030 ແລະ ແຜນ​ການ​ຮ່ວມ​ມື​ປະ​ຈຳ​ປີ​ ລະ​ຫວ່າງ​ ສອງ​ລັດ​ຖະ​ບານ.
ຫົກ​, ເພີ່ມທະວີການແລກປ່ຽນຄະນະ ລະຫວ່າງ ບັນດາຂະແໜງການຂັ້ນຕ່າງໆການຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນຂອງສອງປະເທດ ເປັນຕົ້ນ ແມ່ນລະຫວ່າງ ບັນດາທ້ອງຖິ່ນທີ່ມີຊາຍແດນຕິດຈອດກັນ ເພື່ອເພີ່ມທະວີຄວາມເຂົ້າໃຈຊຶ່ງກັນ ແລະ ກັນບິແບ່ງຂໍ້ມູນບົດຮຽນ ແລະ ກະຕຸກຊຸກຍູ້ການຮ່ວມມືການຊ່ວຍເຫຼືອກັນ ພ້ອມກັນພັດທະນາ.
ເຊື່ອມ​ຊຶມ​ແນວ​ຄິດ​ຂອງ​ປະ​ທານ ໂຮ່​ຈິມິນ ແລະ ຄວາມ​ມຸ່ງ​ຫ​ວັງ​ຂອງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ດ້ວຍ​ຄວາ​ມ​ພະ​ຍາ​ຍາມ​ຂອງ​ສອງ​ພັກ, ສອ​ງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ. ແນ່ນອນ​ວ່າ: ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພິ​ເສດ​ ຫວຽດ​ນາມ-ລາວ ຈະ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸ​ດ​ຢັ້ງ, ນັບ​ມື້​​ເຂົ້າ​ສູ່ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ, ນຳ​ເອົ​າ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ ແຕ່​ລະ​ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື, ການພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ສາ​ກົນ.