ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ຮົງກາລີ.ໃນ ລະຫວ່າງ ວັນທີ 17-23 ມີນາ 2025, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ພ້ອມຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບປະເທດ ຮົງກາລີໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ລາສໂລ ວີນດີດຊປະທານອົງການກວດສອບແຫ່ງລັດ ຮົງກາລີ.
ການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນໄດ້ເຂົ້າຮ່ວມພົບປະສອງຝ່າຍ ແລະ ຮ່ວມພິທີລົງນາມ ຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍຂົງເຂດວຽກງານກວດສອບແຫ່ງລັດແລະ ກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການບົນພື້ຖານຜັນຂະຫຍາຍຂໍ້ຕົກລົງ ວ່າດ້ວຍການຮ່ວມມື ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງລັດ ຮົງກະລີ.
ການພົບປະສອງຝ່າຍໃນຄັ້ງນີ້, ບໍ່ພຽງແຕ່ເປັນຂີດໝາຍໃນການສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ພາຍໃຕ້ຂອບການຮ່ວມມືສອງຝ່າຍ, ຫາກຍັງເປັນການຊຸກຍູ້ຊ່ວຍເຫຼືອ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ສິ່ງສຳຄັນການພົວພັນຮ່ວມມືພາຍໃຕ້ຂອບການຮ່ວມມືສອງຝ່າຍ ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ກໍຄືການເສີມຂະຫຍາຍສາຍພົວພັນທາງການທູດຄົບຮອບ 63 ປີ (12/09/1962-12/09/2025). ກອງປະຊຸມພົບປະສອງຝ່າຍຄັ້ງນີ້, ນອກຈາກຄະນະຜູ້ແທນທັງສອງຝ່າຍ ໄດ້ແຈ້ງກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ເຄື່ອນໄຫວທີ່ພົ້ນເດັ່ນ ຂອງວຽກງານການກວດສອບ ແລ້ວ, ຄະນະຜູ້ແທນສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້: ການກວດສອບການຈັດຕັ້ງປະຕິບັດຜົນການກວດສອບ”.
ນອກຈາກການແລກປ່ຽນບົດຮຽນ ທາງດ້ານວິຊາການແລ້ວ, ກອງປະຊຸມສອງຝ່າຍໄດ້ທົບທວນຄືນຜົນສໍາເລັດ ແລະ ທິດທາງການຮ່ວມມື ເພື່ອພັດທະນາຂະແໜງການກວດສອບແຫ່ງລັດ ຂອງສອງປະເທດ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
1). ສອງ​ຝ່າຍ​ເຫັນ​ດີສືບຕໍ່ພັດປ່ຽນ ພົບປະ-ຢ້ຽມຢາມ ຂອງການນຳຂັ້ນສູງສອງຝ່າຍ ຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ;
2). ສະເໜີມອບໃຫ້ ກົມຮ່ວມມືສາກົນ ຂອງສອງອົງການ ສືບຕໍ່ປະສານສົມທົບປຶກສາຫາລືບັນດາຫົວຂໍ້ ແລກປ່ຽນ ດ້ານວຽກງານວິຊາສະເພາະທີ່ມີຄວາມສົນໃຈຮ່ວມກັນ ເພື່ອສ້າງຄວາມເຂັ້ມແຂງເຂົ້າໃນວຽກງານກວດສອບ ໂດຍການສ້າງເປັນແຜນກິດຈະກຳ ໃນແຕ່ລະປີຢ່າງເປັນປົກກະຕິ ເປັນຕົ້ນ: ການກວດສອບການຄຸ້ມຄອງເກັບລາຍຮັບດ້ານພາສີ-ອາກອນ; ການກວດສອບຜົນການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ແລະ ການກວດສອບເງິນຊ່ວຍເຫຼືອລ້າຂອງໂຄງການຕ່າງໆ;
3). ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ.
ທ່ານ ວຽງທະວີສອນ ເທບພະຈັນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ສ​ປ​ປລາວໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ອົງການກວດສອບແຫ່ງລັດ ຮົງກາລີ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ແບ່ງປັນຄວາມຮູ້ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຕະຫຼອດມາ; ພ້ອມດຽວກັນນັ້ນ ທ່ານ ລາສໂລ ວີນດີດຊ ປະທານອົງການກວດສອບແຫ່ງລັດ ຮົງກາລີກໍໄດ້ສະແດງຄວາມຍິນດີ ແລະ ເຊື່ອໝັ້ນວ່າອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງລັດ ຮົງກາລີ ຈະສືບຕໍ່ສະໜັບສະໜູນເຊິ່ງ​ກັນແລະກັນ ແລະ ຈະເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການກວດສອບແຫ່ງລັດ ໃຫ້ມີຄການເຕີບໃຫຍ່ຂະຫຍາຍຕົວ ດ້ວຍບາດກ້າວທີໜັກແໜ້ນ ແລະ ເຂັ້ມແຂງຂື້ນເລື້ອຍໆ. ຈາກນັ້ນ, ຄະນະຜູ້ແທນຈາກອົງການກວດສອບແຫ່ງລັດ ສປປ ລາວ ໄດ້ເດີນທາງໄປພົບປະສະພາແຫ່ງຊາດ ຮົງກາລີ ໂດຍໃຫ້ການຕອນຮັບ ຂອງ ທ່ານ ເນແມັດ ໂຊນ ປະທານຄະນະກໍາມະທິການວຽກງານການຕ່າງປະເທດ ປະຈຳສະພາແຫ່ງຊາດ ຮົງກາລີ.
(ຂ່າວ: ອົງ​ການກວດ​ສອບ​ແຫ່ງ​ລັດ)