
ທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສປປລາວໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບທ່ານອະພິສັນຕິບັນດິດຊໍ່ສົກຂາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍພ້ອມດ້ວຍຄະນະຜູ້ແທນຂັ້ນສູງໃນວັນທີ 25ມີນາຜ່ານມາທີ່ສຳນັກງານນາຍົກລັດຖະມົນຕີ, ໃນໂອກາດທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີສປປລາວຢ່າງເປັນທາງການໃນລະຫວ່າງວັນທີ23-26ມີນາ2025.
ໃນໂອກາດນີ້, ທ່ານສອນໄຊສີພັນດອນໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍແລະຕີລາຄາສູງຕໍ່ທ່ານອະພິສັນຕິບັນດິດຊໍ່ສົກຂາແລະຄະນະຜູ້ແທນຂັ້ນສູງທີ່ໄດ້ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ສປປລາວໃນຄັ້ງນີ້ໂດຍສະເພາະເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືສອງຝ່າຍປະຈຳປີ2025ລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງສປປລາວແລະກະຊວງພາຍໃນແຫ່ງຣາຊະອານາຈັກກໍາປູເຈຍ, ຖືເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນແລະເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານແລະການເປັນຄູ່ຮ່ວມຍຸດທະສາດຮອບດ້ານແລະໝັ້ນຄົງຍາວນານລະຫວ່າງສປປລາວແລະຣາຊະອານາຈັກກຳປູເຈຍໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ, ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາຊຶ່ງການນຳຂັ້ນຕ່າງໆໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນຢ່າງເປັນປົກກະຕິ.
ໃນໂອກາດດຽວກັນ, ທ່ານອະພິສັນຕິບັນດິດຊໍ່ສົກຂາກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານສອນໄຊສີພັນດອນແລະພາກສ່ວນກ່ຽວຂ້ອງຂອງສປປລາວໃນຄັ້ງນີ້, ພ້ອມທັງແຈ້ງໃຫ້ຊາບກ່ຽວກັບຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມແລະເຮັດວຽກຢູ່ສປປລາວໃນຄັ້ງນີ້ໃຫ້ທ່ານນາຍົກລັດຖະມົນຕີແຫ່ງສປປລາວຮັບຊາບ.
(ຂ່າວ: ສຸກສະຫວັນ, ພາບ: ຂັນໄຊ)