
ໃນຕອນບ່າຍຂອງວັນທີ 26 ມີນາ ນີ້, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງສະໜາມບິນສາກົນ ເໝີຍຫຼານ, ແຂວງໄຮນານ, ສປ ຈີນ ເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 (Boao Forum for Asia Annual Conference 2025) ໃນລະຫວ່າງວັນທີ 26-28 ມີນາ 2025, ຊຶ່ງໄດ້ຖືກຕ້ອນຮັບໂດຍ ສະຫາຍ ຫຼີວ ເຕີ່ງຊ່ານ (Liu Dengshan), ຄະນະພັກ, ຫົວໜ້າຫ້ອງການຄະນະປຶກສາແຂວງໄຮນານ ແລະ ທ່ານ ສົມພອນ ສີຈະເລີນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງທັງສອງຝ່າຍ ທີ່ ສະໜາມບິນສາກົນ ເໝີຍຫຼານ.
ການເດີນທາງໄປເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີເພື່ອຊຸກຍູ້ສົ່ງເສີມການພົວພັນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ.ໃນໄລຍະດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຄະນະ ຈະໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍຊຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຟິງເຟີ່ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຮນານ; ແລະ ຈະໄປເຄື່ອນໄຫວທັດສະນະສຶກສາ ແລະ ຢ້ຽມຢາມເຂດພັດທະນາຂອງແຂວງຈໍານວນໜຶ່ງ. (ຂ່າວ: ກຕທ)