
ກອງປະຊຸມພົບປະມິດຕະພາບ ລະຫ່ວາງ ຄະນະຜູ້ແທນແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນເມືອງຈຽງເຊິນ ນະຄອນພູເອີ ແຂວງຢຸນນານ ແຫ່ງ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 26 ມີນາ ນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຜົ້ງສາລີ. ຝ່າຍແຂວງຜົ້ງສາລີ ນຳໂດຍທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ແລະ ຝ່າຍເມືອງຈຽງເຊິນ ນຳໂດຍທ່ານ ຫຼົງ ເຕີ ເຊິງ ເຈົ້າເມືອງຈຽງເຊີນ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ທ່ານ ວີສອນ ລາວເມົາ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນເມືອງຈຽງເຊິນໃນຄັ້ງນີ້ ຊຶ່ງໄດ້ນໍາເອົາຄວາມອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໄຍມາສູ່ການນໍາແຂວງຜົ້ງສາລີ, ທັງເປັນການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືອັນດີງາມຂອງສອງພັກ, ສອງລັດຖະບານ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແຂວງຜົ້ງສາລີ ແລະ ເມືອງຈຽງເຊີນ, ເປັນການຈັດຕັ້ງຜັນຂະຫຍາຍຍຸດທະສາດການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ; ໜຶ່ງແລວທາງ ໜຶ່ງເສັ້ນທາງ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ; ຈີນ-ລາວ ເຂົ້າສູ່ລວງເລິກ. ຈາກນັ້ນ, ທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືຮອບດ້ານ ໃນໄລຍະທີ່ຜ່ານມາຢ່າງກົງໄປກົງມາໃຫ້ກັນຊາບ, ຊຶ່ງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນ, ສືບຕໍ່ປົກປັກຮັກສາຄວາມສະເໝີພາບ, ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນສອງຝ່າຍ, ຊຸກຍູ້ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວເທື່ອລະກ້າວ ແລະ ສອງຝ່າຍໄດ້ເປັນເອກະພາບຕໍ່ທິດທາງແຜນການຮ່ວມມືເປັນຕົ້ນແມ່ນ: ສືບຕໍ່ເພີ່ມພູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ໃຫ້ເປັນປົກກະຕິ ແລະ ນັບມື້ເຂົ້າສູ່ລ່ວງເລິກ; ສືບຕໍ່ໃນການເປັນໃຈກາງ, ເປັນຂົວຕໍ່ໃນການປະສານ, ປຸກລະດົມຊຸກຍູ້ບັນດານັກທຸລະກິດ, ຫົວໜ່ວຍທຸລະກິດຂອງ ສປ ຈີນ ທີ່ມີຄວາມສາມາດ ແລະ ເງື່ອນໄຂເຂົ້າມາສຳຫຼວດລົງທຶນ ຢູ່ແຂວງຜົ້ງສາລີ ໃຫ້ຫຼາຍຂຶ້ນ; ສອງຝ່າຍສືບຕໍ່ຊຸກຍູ້ພາກສ່ວນປະຈໍາດ່ານອໍານວຍຄວາມສະດວກການຜ່ານ ເຂົ້າ-ອອກ ຢູ່ດ່ານສາກົນ ລ່ານຕຸ້ຍ-ເມືອງຄໍາ ແລະ ພ້ອມກັນສະເໜີຂັ້ນເທິງພິຈາລະນາໃຫ້ພົນລະເມືອງປະເທດທີສາມ ສາມາດຜ່ານເຂົ້າ-ອອກໄດ້ໂດຍໄວ ເພື່ອເປັນເງື່ອນໄຂສ້າງໜ່ວຍງານວີຊ່າກັບດ່ານຢູ່ເບື້ອງລາວ ພ້ອມທັງອອກໃບຂັບຂີ່ຂ້າມປະເທດຊົ່ວຄາວ; ສອງຝ່າຍສືບຕໍ່ຮ່ວມກັນຕ້ານການເຄື່ອນໄຫວຜິດກົດໝາຍ ແລະ ອາດຊະຍາກຳຂ້າມຊາຍແດນ, ຊຸກຍູ້ສົ່ງເສີມວຽກງານສິ່ງແວດລ້ອມ, ວຽກງານການທ່ອງທ່ຽວ, ວຽກງານກູ້ໄພສຸກເສີນ ແລະ ອື່ນໆ.
(ພາບ-ຂ່າວ: ແສງຄຳ ສາລີວັນ)