
ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ໂດຍໄດ້ຮ່ວມມືກັບຜູ້ຊ່ຽວຊານດ້ານຄວາມພິການທາງດ້ານສາຍຕາ ຈັດຝຶກອົບຮົມປະຖົມນິເທດ ແລະ ສະໜັບສະໜູນທີມງານພັດທະນາຊັບພະຍາກອນໃນລະຫວ່າງເດືອນກຸມພາ ຫາເດືອນມີນາ ຢູ່ວິທະຍາໄລຄູສະຫວັນນະເຂດ.
ທ່ານນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກ່າວວ່າ:“ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງແມ່ນມີຄວາມສຳຄັນຕໍ່ການເສີມສ້າງທັກສະ ແລະ ຄວາມຮູ້ຂອງຄູຕະຫຼອດຊີວິດການສອນຂອງເຂົາເຈົ້າ. ໃນຕົ້ນປີ 2024, ກົມສ້າງຄູໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີໄດ້ສ້າງຕັ້ງທີມງານພັດທະນາຊັບພະຍາກອນໃນ 3 ວິທະຍາໄລຄູເປົ້າໝາຍຄື: ວິທະຍາ ໄລຄູຫຼວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ. ພາລະບົດບາດຂອງເຂົາເຈົ້າແມ່ນພັດທະນາຊັບພະ ຍາກອນສຳລັບການພັດທະນາວິຊາຊີບຄູທີ່ສາມາດນຳໃຊ້ໄດ້ ແລະ ນຳໃຊ້ໄດ້ງ່າຍສໍາລັບຄູສອນຊັ້ນປະຖົມ ແລະ ຜູ້ເຮັດວຽກສຶກສານິເທດ. ປີນີ້, ຄູສອນ 6 ທ່ານຈາກທີມງານພັດທະນາຊັບພະຍາກອນແຂວງສະຫວັນນະເຂດ ຈະສ້າງຊຸດອຸປະກອນຊ່ວຍເຫຼືອຄູໂມດູນ: “ການຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນ”.
ທ່ານນາງ ວົງເດືອນ ໂອໃສ ກ່າວຕື່ມວ່າ: ໂມດູນດັ່ງກ່າວກ່ຽວກັບການຊ່ວຍນັກຮຽນພິການໃນຫ້ອງ” ຈະເປັນໂມດູນ ທີ່ຍາວກວ່າປົກກະຕິເພື່ອຮັບປະກັນວ່າຈະຕອບສະໜອງວິທີການທີ່ລະອຽດ ແລະ ງ່າຍໃນການຊ່ວຍເຫຼືອນັກຮຽນທີ່ມີຄວາມຕ້ອງການ ການຮຽນຮູ້ທີ່ຫຼາກຫຼາຍ. ຫົວຂໍ້ນີ້ສົ່ງເສີມຄວາມຮັບຮູ້ທີ່ເພີ່ມຂຶ້ນຂອງຄວາມຕ້ອງການຂອງຄູສອນຊັ້ນປະຖົມ ເພື່ອສາມາດຊ່ວຍເຫຼືອນັກຮຽນພິການໃນຫ້ອງຮຽນຂອງເຂົາເຈົ້າ ແລະ ເພື່ອຮັບປະກັນໃຫ້ນັກຮຽນທຸກຄົນໄດ້ເຂົ້າເຖິງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ. ຫົວຂໍ້ນີ້ຈະຖຶກສ້າງ ແລະ ລວບລວມເຂົ້າເປັນຊັບພະຍາກອນ ແລະ ຄວາມຊໍານານໃນວຽກງານນີ້ຂອງກະຊວງ ສສກ ໂດຍການຮ່ວມມືກັບແຜນງານບີຄວາ, ພວກເຮົາຈະຮ່ວມມືກັບວິຊາການໃນຂັ້ນທ້ອງຖິ່ນເພື່ອຮັບປະກັນວ່າໂມດູນເພື່ອນຳໃຊ້ໃນການຊ່ວຍເຫຼືອແມ່ນສົມບູນແບບ ຄາດວ່າຈະສຳເລັດໃນທ້າຍປີ 2025”.
ຊຸດອຸປະກອນຊ່ວຍເຫຼືອຄູ ແມ່ນຊັບພະຍາກອນສຳລັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງທໍາອິດທີ່ທີມງານພັດທະ ນາຊັບພະຍາກອນໄດ້ຖືກມອບໝາຍໃຫ້ສ້າງ. ຊຸດອຸປະກອນຊ່ວຍເຫຼືອຄູປະກອບດ້ວຍໂມດູນແບບດ່ຽວ, ແຕ່ລະໂມດູນເນັ້ນໃສ່ທັກສະການສອນແບບສະເພາະ. ບັນດາໂມດູນໄດ້ໃຫ້ຄໍາແນະນໍາທີ່ເປັນປະໂຫຍດ ແລະ ວິທີການປະຕິບັດ ເພື່ອຕອບສະໜອງສິ່ງທ້າທາຍໃນການສອນທົ່ວໄປ ແລະ ສົ່ງເສີມທັກສະການສິດສອນ. ຄູສອນ ແລະ ຜູ້ເຮັດວຽກສຶກສານິເທດສາມາດເລືອກໂມດູນຈາກຊຸດອຸປກອນຊ່ວຍເຫຼືອຄູທີ່ສອດຄ່ອງກັບຄວາມຕ້ອງການ-ການຮຽນຮູ້ຂອງເຂົາເຈົ້າຫຼາຍທີ່ສຸດ. ຫົວຂໍ້ຂອງໂມດູນໄດ້ຖືກກໍານົດໂດຍອີງໃສ່ຂໍ້ມູນ ແລະ ຄໍາຄິດເຫັນທີ່ເກັບກໍາໂດຍຜ່ານການຕິດຕາມ ດ້ວຍລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ປະສົມປະສານຄວາມເຂົ້າໃຈຈາກຄູ ແລະ ທີມງານຝຶກອົບຮົມຄູໃນຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ. ຫົວຂໍ້ດັ່ງກ່າວ, ຍັງສອດ ຄ່ອງກັບບຸລິມະສິດທີ່ຕ້ອງການພັດທະນາຂອງກະຊວງ ສສກ ໃນແຜນພັດທະນາຂະແໜງການສຶກສາ ແລະ ກິລາປີ 2026-2030. ຂໍ້ມູນການຕິດຕາມໃນລະບົບການພັດທະນາວິຊາຊີບຄູສະແດງໃຫ້ເຫັນວ່າຄູ. ຄູພົບຄວາມຫຍຸ້ງຍາກໃນການສອນນັກຮຽນທີ່ມີຄວາມຕ້ອງການໃຫ້ຊ່ວຍເຫຼືອທີ່ແຕກຕ່າງກັນ.
ທ່ານນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົສຕຣາລີປະຈຳ ລາວ ໄດ້ກ່າວວ່າ: “ເດັກນ້ອຍພິການປະເຊີນກັບອຸປະສັກໃນການເຂົ້າເຖິງການສຶກສາທີ່ມີຄຸນນະພາບໃນ ສປປ ລາວ ລວມທັງຄວາມເຊື່ອ ແລະ ທັດສະນະຄະຕິທີ່ໃນທາງລົບກ່ຽວກັບສາເຫດຂອງຄວາມພິການ ແລະ ຄວາມສາມາດຂອງເຂົາເຈົ້າ. ຄູສອນຫຼາຍທ່ານໄດ້ສະແດງຄວາມປາຖະໜາທີ່ຈະຮຽນຮູ້ວິທີການສິດສອນທີ່ມີປະສິດທິພາບ ເພື່ອເອົາຊະນະອຸປະສັກເຫຼົ່ານີ້, ການຮັບປະກັນວ່າເດັກນ້ອຍທຸກຄົນ ໂດຍສະເພາະແມ່ນຜູ້ທີດ້ອຍໂອກາດ, ໄດ້ມີສ່ວນຮ່ວມ ແລະ ເຕີບໃຫຍ່ໃນໂຮງຮຽນແມ່ນຄວາມມຸ້ງຫວັງຮ່ວມກັນຂອງ ສສກ ແລະ ລັດຖະບານ ອົສຕຣາລີ". (ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ບີຄວາ)