
ໂດຍ: ເຄນໄຊ
ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາປະຕິວັດລາວ ( ພັກປປລາວ) ຄົບຮອບ 70 ປີ, ສະຫາຍ ພັນໂທ ທອງພັນ ພົມມະສິນ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຫຼາ ແຂວງອຸດົມໄຊ ຕາງໜ້າຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກ-ນັກຮົບກອງບັນຊາການທະຫານເມືອງ ໄດ້ສະແດງທັດສະນະຕໍ່ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງພັກປປລາວວ່າ: ພັກຍາມໃດ ກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ຂອງກົມກອງ, ພັກໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາ ຊົນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນໃນເງື່ອນໄຂໃໝ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ.
ສະຫາຍ ພັນໂທ ທອງພັນ ພົມມະສິນ ກ່າວໃຫ້ຮູ້ອີກວ່າ: ພັກເຮົາໄດ້ສືບຕໍ່ນໍາພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ມີຄວາມໝາຍປະຫວັດສາດໃນພາ ລະກິດປະຕິວັດຊາດ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມີຜົນງານສໍາເລັດເປັນກ້າວໆມາ ເຮັດໃຫ້ປະເທດຊາດ ກໍຄືເມືອງຫຼາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມທັງເພີ່ມທະວີວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ທົ່ວປວງຊົນຮອບດ້ານ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດ ແລະ ກອງທັບໃນເວທີພາກພື້ນ ແລະ ສາກົນນັບມື້ນັບສູງຂຶ້ນ, ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າຕໍ່ກັບການຊີ້ນໍາ-ນໍາພາຂອງພັກ ພັກເຮົາສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນໍາພາໃນທົ່ວລະບົບການ ເມືອງປະຊາທິປະໄຕ ປະຊາຊົນລາວບັນດາເຜົ່າ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ແມ່ນການຊີ້ນໍາ-ນໍາພາອັນໜັກແໜ້ນຂອງພັກ ກໍຄືມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງກອງທັບ, ຂອງກົມກອງທົ່ວປວງຊົນລາວທັງຊາດ. ໃນນັ້ນມີການປະກອບສ່ວນດ້ວຍການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງສະຕິປັນຍາອັນສໍາຄັນຂອງຖັນແຖວພະນັກງານ, ສະມາຊິກພັກ-ນັກຮົບ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວິລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.
ຕະຫຼອດໄລຍະ 70 ປີຜ່ານມາ, ກົມກອງໄດ້ມີການພັດທະນາຫຼາຍດ້ານ ເປັນຕົ້ນພັດທະນາທາງດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ພັດທະນາສະຖານທີ່ຄ້າຍຄູ ແລະ ອື່ນໆ. ໃນ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານເມືອງຫຼາ ໄດ້ຊີ້ນໍາ-ນໍາພາວຽກງານຮອບດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໄດ້ສຸມໃສ່ການນໍາພາຊີ້ນໍາວຽກງານກໍ່ສ້າງພັກຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບແນວທາງ ປກຊ-ປກສ ທົ່ວປວງຊົນຂອງພັກ, ແຕ່ງຕັ້ງພະນັກງານລົງປັບປຸງບັນດາກອງຮ້ອຍກອງຫຼອນສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 5 ບ້ານ, ປະກາດບ້ານປອດຢາເສບຕິດ, ບ້ານສາມັກຄີປອງດອງ, ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມນໍາທີມງານຂອງເມືອງໄດ້ 12 ບ້ານ, ຖືສໍາຄັນການ ນໍາພາ-ຊີ້ນໍາໃຫ້ຄະນະພັກແຕ່ລະຂັ້ນເອົາໃຈໃສ່ການສຶກສາອົບຮົມການເມືອງນໍາພາ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບດ້ວຍຫຼາຍຮູບການ, ແທດເຖິງທຸກເປົ້າໝາຍ ເຮັດໃຫ້ສະພາບພາຍໃນກົມກອງມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ກົມກອງປອດໃສ ປອດໄພ ປອດຄະດີ, ວຽກງານປັບປຸງກໍ່ສ້າງພັກ, ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ຄັ້ງທີ 4 ຂອງໜ່ວຍພັກໄດ້ 3 ໜ່ວຍພັກ ແລະ ຄະນະພັກຮາກຖານສະເໜີສ້າງຕັ້ງເພີ່ມ 1 ໜ່ວຍພັກ, ປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 4 ໜ່ວຍພັກ, ຕີລາຄາແບ່ງປະເພດສະມາຊິກພັກແຂງ 56 ສະຫາຍ, ກາງ 2 ສະຫາຍ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກສຳຮອງ 5 ສະຫາຍ, ເລື່ອນສໍາຮອງຂຶ້ນສົມບູນ 4 ສະຫາຍ, ວຽກງານກໍ່ສ້າງພະ ນັກງານໄດ້ປັບປຸງກົງຈັກການຈັດຕັ້ງຈຳນວນໜຶ່ງ, ພະນັກງານໄດ້ຮັບການເລື່ອນຊັ້ນ 13 ສະຫາຍ, ໄປຮຽນພາຍໃນ ແລະ ຕ່າງປະເທດ 6 ສະຫາຍ, ໄດ້ຮັບໃບຍ້ອງຍໍຕ່າງໆ 103 ໃບ, ຫຼຽນໄຊພິລະອາດຫານ 1 ໜ່ວຍ ພ້ອມນີ້ຍັງໄດ້ພົວພັນຮ່ວມມືກັບອຳນາດການປົກຄອງບ້ານ 23 ບ້ານ, ບ້ານແຮກສ່ຽວ 3 ບ້ານ, ວຽກງານປັບປຸງກໍ່ສ້າງຄ້າຍຄູສ້າງຫໍພັກອ້າຍນ້ອງໂສດໄດ້ 1 ຫຼັງ ຄຽງຄູ່ກັນນີ້ກົມກອງຍັງໄດ້ປູກຝັງ-ລ້ຽງສັດ ແລະ ອື່ນໆ ສາມາດສ້າງລາຍຮັບໄດ້ທັງໝົດ 195 ລ້ານກວ່າກີບ.
ສຳລັບແຜນການໃນຕໍ່ໜ້າ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບມີຄວາມໜັກແໜ້ນເຂັ້ມແຂງ ສາມາດເຄື່ອນໄຫວປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ຕັ້ງໜ້າປັບປຸງກໍ່ສ້າງກໍາລັງຂອງກົມກອງ, ກຳລັງກອງຫຼອນໃຫ້ແຫຼມຄົມຂອງພັກ ສາມາດຄໍ້າປະກັນໃຫ້ເມືອງຫຼາມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ຍູ້ແຮງຫັນເອົາພະນັກງານສະມາຊິກພັກ ລົງກໍ່ສ້າງຮາກຖານການເມືອງ ສ້າງທ່າສະ ໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ, ສຸມໃສ່ກໍ່ສ້າງພະນັກງານນໍາພາ-ບັນຊາ ແລະ ວິຊາການເຕັກນິກ ວິຊາສະເພາະເຫຼົ່າຮົບຕ່ງໆໃຫ້ມີຄວາມຮູ້-ຄວາມສາມາດອັນແນ່ນອນ, ສ້າງພະນັກງານສະມາຊິກພັກໃຫ້ມີຫຼັກໝັ້ນຊົນຊັ້ນ ມີຄຸນທາດການເມືອງໜັກແໜ້ນ, ມີສະຕິຈຳແນກມິດ-ສັດຕູຈະແຈ້ງ ມີຄວາມຈົ່ງຮັກພັກດີເຊື່ອໝັ້ນຕໍ່ພັກຕໍ່ປະເທດຊາດ, ຍູ້ແຮງ ແລະ ເສີມຂະຫຍາຍມູນເຊື້ອຂອງກອງທັບທີ່ວ່າ: ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສົ່ງເສີມການປູກຝັງ, ລ້ຽງສັດ ແນໃສ່ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ນັບມື້ດີຂຶ້ນເທື່ອລະກ້າວ, ປັບປຸງ ແລະ ກໍ່ສ້າງຄ້າຍຄູໃຫ້ເຂົ້າສູ່ລະບົບທີ່ຈົບງາມ.