
ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ງານປະກວດສິລະປະ-ວັນນະຄະດີຄັ້ງນີ້, ເປັນການສ້າງຂະບວນການຂໍ່ານັບຮັບຕ້ອນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ ແລະ ສ້າງຂະບວນການ ສົ່ງທ້າຍປີເກົ່າ ພສ 2567 ແລະຕ້ອນຮັບປີໃໝ່ລາວ ພສ 2568 ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ, ທັງເປັນການປະຕິບັດການຮຽນ-ການສອນ ໃຫ້ຄົບຕາມ 5 ຫຼັກມູນ ຂອງການສຶກສາ ທີ່ກະຊວງສືກສາທິການ ແລະ ກິລາ ວາງອອກໂດຍສະເພາະສິລະປະສືກສາ ຊຶ່ງແມ່ນໜຶ່ງໃນຫ້າຫຼັກມູນຂອງການສຶກສາດັ່ງກ່າວ ທີ່ເປັນການສ້າງ ແລະ ສົ່ງເສີມໃນດ້ານຄວາມສາມາດ, ພອນສະຫັວນຂອງນ້ອງນັກຮຽນໃນການສະແດງອອກຜ່ານບົດບາດຂອງການສະແດງ, ເປັນການອານຸລັກປົກປັກຮັກສາຮີດຄອງອັນດີງາມຂອງຊາດເປັນຕົ້ນແມ່ນບົດຟ້ອນທີ່ເປັນເອກະລັກຂອງຊາດລາວເຮົາ ແລະ ເພື່ອເປັນການສ້າງໃຫ້ນັກຮຽນຮູ້ນໍາໃຊ້ເວລາຫວ້າງໃຫ້ເກີດປະໂຫຍດ, ຫ່າງໄກຈາກສິ່ງເສບຕິດ ທຸກປະເພດ.
ການປະກວດສິລະປະ-ວັນນະຄະດີມີ 24 ລາຍການ. ໃນນີ້, ບົດຟ້ອນຮັບເຊີນ ຈາກໂຮງຮຽນອະນຸບານເມືອງໝໍ, ປະຖົມເມືອງໝໍ, ປະຖົມໂພນສະຫວ່າງ, ປະຖົມນະພັດສອນ ແລະ ມ ຕົ້ນ ນາຫີນ 5 ບົດ, ບົດຟ້ອນ ມຕົ້ນ 5 ບົດ ແລະ ຮ້ອງເພງ 6 ນ້ອງ, ບົດຟ້ອນ ມປາຍ 4 ບົດ ແລະ ຮ້ອງເພງ 4 ນ້ອງ. ຜ່ານການປະກວດບົດຟ້ອນ ມຕົ້ນ ທີ1 ໄດ້ແກ່ບົດຟ້ອນ Welcome to laos ຊັ້ນ ມ3, ທີ 2 ບົດຟ້ອນ ສົມລົດສົມຮັກ ຊັ້ນ ມ4 ແລະ ທີ 3 ບົດຟ້ອນຊາວລາວມ່ວນຊື່ນ ຫ້ອງ ມ1ຂ, ບົດຟ້ອນ ມປາຍ ທີ 1 ໄດ້ແກ່ບົດຟ້ອນສືບສານມູນມໍລະດົກແຄນລາວ ຊັ້ນ ມ5, ທີ 2 ບົດຟ້ອນຕໍານານນາງສັງຂານ ຫ້ອງ ມ7ກ ແລະ ທີ 3 ບົດຟ້ອນພູມໃຈທີ່ເກີດເປັນລາວ ຫ້ອງ ມ7ຂ. ສໍາລັບການປະກວດຮ້ອງເພັງ ມຕົ້ນທີ 1 ໄດ້ແກ່ ນາງ ເອັມໝີ່ ວົງໄຊ ຕົວແທນຈາກຊັ້ນ ມ3, ທີ 2 ທ້າວ ຈິດຕະໄນ ພົມມະລີ ຕົວແທນຊັ້ນ ມ2 ແລະ ທີ 3 ນາງ ວິໄລພອນ ວົງໄຊ ຕົວແທນຊັ້ນ ມ4 ແລະ ມປາຍ ທີ 1 ນາງ ເຈນໜີ້ ເພັດທອງ ຕົວແທນຈາກຫ້ອງ ມ7ກ, ທີ 2 ນາງ ເຈນ ຂັນຕິ ຕົວແທນຊັ້ນ ມ6 ແລະ ທີ 3 ທ້າວ ພາດາ ກອງມະຈັນ ຕົວແທນຊັ້ນ ມ5.
(ຂ່າວ: ແກ່ນທ້າວ, ພາບ: ຄໍາຜາຍ ສຸລິຍະວົງ).