
ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ, ເຮັດວຽກຢູ່ແຂວງຊຽງຂວາງ ວາງພວງມາລາຢູ່ອານຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ, ຈູບທູບກາຍໄຫ້ວຢູ່ຫໍບູຊາ ນັກຮົບປະຕິວັດຫວຽດນາມ-ລາວໃນວັນທີ 26 ມີນາ 2025 ຊຶ່ງໄດ້ເຂົ້າພົບປະ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທີ່ຫ້ອງວ່າການແຂວງ ຊຶ່ງທ່ານ ຫງວຽນ ມິງເຕີມ ໄດ້ກ່າວຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງໃນຄັ້ງນີ້ ເພື່ອແນະນຳໂຕ, ສົ່ງເສີມການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ກ້ວາງຂວາງເຂົ້າສູ່ລວງເລິກຮອບດ້ານ, ເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແຕ່ບູຮານນະການເຖິງທຸກວັນນີ້, ຫວຽດນາມຈະຈັດຝຶກອົບຮົມໃຫ້ບັນດາເລຂາພັກເມືອງຂອງແຂວງ ເປັນຕົ້ນແມ່ນ: ວຽກງານໂຄສະນາຂ່າວສານ, ກວດກາ, ການພົວພັນການຮ່ວມມື ແລະ ອື່ນໆ, ຍົກສູງການຮ່ວມມືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ານອາດສະຍາກຳຂ້າມຊາດ, ຢາເສບຕິດ, ຊຸກຍູ້ນັກທຸລະກິດຊາວຫວຽດນາມເຂົ້າມາລົງທຶນຢູ່ລາວກໍຄືແຂວງຊຽງຂວາງ.
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມຊົມເຊີຍ ໃນການຮັບໜ້າທີ່ໃໝ່ອັນມີກຽດ ພ້ອມດຽວກັນນີ້ ທ່ານກໍໄດ້ລານງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວຂອງ ສສ ຫວຽດນາມ, ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຮ່ວມມືກັບນັກລົງທຶນຊາວຫວຽດນາມທີ່ມາລົງທຶນຢູ່ແຂວງຊຽງຂວາງ. ໃນວັນດຽວກັນນີ້, ທ່ານເອກອັກຄະລັດຖະທູດ ພ້ອມຄະນະຍັງໄດ້ເຮັດວຽກກັບການນຳແຂວງຊຽງຂວາງເພື່ອເກັບກຳຂໍ້ມູນໃນການພົວພັນຮ່ວມມືຊ່ວຍເຫຼືອໃນຕໍ່ໜ້າເປັນຕົ້ນແມ່ນ: ເສັ້ນທາງ, ພັດທະນາກຸ່ມບ້ານ, ພື້ນຖານໂຄງລ່າງ ແລະ ພັດທະນາຊັບພະຍາກອນມະນຸດ. ນອກນີ້, ກໍຍັງໄດ້ໄປຢ້ຽມຢາມໂຮງຮຽນພອນສະຫັວນ ຊຶ່ງແມ່ນທຶນການຊ່ວຍເຫຼືອລ້າ ຈາກລັດຖະບານ ແລະ ປະຊາຊົນຊາວຫວຽດນາມ.
(ຂ່າວ: ບຸນມີ ແສງທຸມມີ)