ວັນທີ 24-26 ມີນານີ້ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ມີກອງປະຊຸມສໍາມະນາກ່ຽວກັບນະ ໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ມີທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍເບີຄະນ໋ອບຜູ້ປະສານງານອົງການສະຫະປະຊາຊາດ ປະຈຳ ສປປລາວ,ບັນດາທ່ານປະທານກຳມາທິການ ແລະເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ​​ກະຊວງ-ອົງການທີ່​ກ່ຽວຂ້ອງ, ຮອງປະທານກຳມາທິການ, ​ປະທານສະພາປະຊາຊົນຂັ້ນແຂວງ, ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ ສພຊພ້ອມດ້ວຍບັນດາທ່ານຊ່ຽວຊານ, ຕາງໜ້າອົງການຈັດຕັ້ງສາກົນທີ່​ກ່ຽວຂ້ອງ ​ແລະ ແຂກຖືກເຊີນ ເຂົ້າຮ່ວມຫຼາຍກວ່າ 90 ທ່ານ.
ຈຸດປະສົງແມ່ນເພື່ອຍົກສູງຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບແນວຄວາມຄິດ ແລະ ຄວາມສຳຄັນຂອງລະບົບປົກປ້ອງສັງຄົມ; ການກໍານົດນະໂຍບາຍ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ; ບົດຮຽນຂອງສາກົນກ່ຽວກັບລະບົບການປະກັນສັງຄົມ, ການປະກັນສຸຂະພາບ, ສິ່ງທ້າທາຍ ແລະ ອຸປະສັກໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ;ບົດບາດຂອງລັດຖະສະພາສາກົນ ຕໍ່ວຽກງານປົກປ້ອງສັງຄົມ, ບົດບາດຂອງສະມາຊິກລັດຖະສະພາ ແລະ ລັດຖະສະພາ ໃນການຕິດຕາມກວດກາ ວຽກງານປົກປ້ອງສັງຄົມ ແລະ ບົດບາດຂອງສະພາແຫ່ງຊາດ ຕໍ່ວຽກງານການປົກປ້ອງສັງຄົມ.
ທ່ານ ຄຳໃບ ດຳລັດ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້ ເພື່ອເຜີຍແຜ່, ສ້າງຄວາມເຂົ້າໃຈຕໍ່ກັບນະໂຍບາຍ ແລະ ການລົງທຶນເຂົ້າໃນລະບົບປົກປ້ອງສັງຄົມ ພາຍໃຕ້ຍຸດທະສາດການປົກປ້ອງສັງຄົມແຫ່ງຊາດຮອດປີ 2025 ແລະ ຈະໄດ້ພ້ອມກັນປຶກສາຫາລື, ກໍານົດບຸລິມະສິດເບື້ອງຕົ້ນຕໍ່ການສ້າງຍຸດທະສາດປົກປ້ອງສັງຄົມແຫ່ງຊາດໃນໄລຍະຕໍ່ໜ້າ (2026-2030);ພ້ອມກັນນີ້, ຈະໄດ້ຮັບຟັງການໃຫ້ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງ ຈາກຊ່ຽວຊານ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຕໍ່ກັບວຽກງານການປົກປ້ອງສັງຄົມ ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອນໍາໄປກໍານົດທິດທາງແຜນການ, ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ, ພ້ອມທັງມີການຕິດຕາມກວດກາ ແລະ ຊຸກຍູ້ວຽກງານດັ່ງກ່າວທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຜົນສຳເລັດດີຂຶ້ນ ເພື່ອປະກອບສ່ວນຕໍ່ການບັນລຸແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ຮັບປະກັນໃຫ້ກອງທຶນປົກປ້ອງສັງຄົມ ມີຄວາມຍືນຍົງດ້ານງົບປະມານ, ປະຊາຊົນບັນດາເຜົ່າໄດ້ຮັບການປົກປ້ອງແບບທົ່ວເຖິງ ແລະ ເຂົ້າເຖິງຊຸດອຸດໜູນປົກປ້ອງສັງຄົມອັນຈຳເປັນພື້ນຖານ ຢ່າງມີປະສິດຕິພາບ.
ໃນກອງປະຊຸມ ໄດ້ຮັບຟັງສະພາບລວມຂອງລະບົບປົກປ້ອງສັງຄົມ ແລະ ຍຸດທະສາດປົກປ້ອງສັງຄົມແຫ່ງຊາດ, ຜົນໄດ້ຮັບ ແລະ ສິ່ງທ້າທ້າຍ; ສະພາບການດ້ານເສດຖະກິດ, ສັງຄົມ ແລະ ການເມືອງ ຕໍ່ວຽກງານປົກປ້ອງສັງຄົມ; ລະບົບປະກັນສັງຄົມ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ; ລະບົບປະກັນສັງຄົມໃນສະພາບການດ້ານເສດຖະກິດ-ສັງຄົມປັດຈຸບັນ; ຜົນໄດ້ຮັບ ແລະ ຂໍ້ແນະນຳຈາກການຄຳນວນຄະນິດສາດປະກັນສັງຄົມ ແລະ ການປັບປຸງນິຕິກຳ, ມາດຕະຖານ ແລະ ການປະຕິບັດທີ່ດີຈາກສາກົນ;ບົດບາດຂອງລັດຖະສະພາກໍາປູເຈຍ ຕໍ່ການຕັດສິນໃຈດ້ານນະໂຍບາຍປົກປ້ອງສັງຄົມ, ການທົບທວນງົບປະມານ ແລະ ຄວາມຮັບຜິດຊອບ;ລະບົບປະກັນສຸຂະພາບ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ;ສິ່ງທ້າທາຍ ແລະ ອຸປະສັກ ໃນການເຂົ້າເຖິງລະບົບປະກັນສຸຂະພາບ ແລະ ປະກັນສັງຄົມຂອງແຮງງານນອກລະບົບໃນຂັ້ນຮາກຖານ;ການສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບ: ຜົນໄດ້ຮັບ ແລະ ຂໍ້ສະເໜີແນະນຳຈາກການຄຳນວນຄະນິດສາດກອງທຶນປະກັນສຸຂະພາບ, ການທົບທວນການຄຸ້ມຄອງບໍລິຫານ ແລະ ບົດຮຽນຈາກພາກພື້ນ;ໂຄງການອາຫານທ່ຽງ: ຜົນໄດ້ຮັບ, ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ;ໂຄງການອຸດໜູນຜູ້ພິການ: ສຽງຈາກຜູ້ໄດ້ຮັບຜົນປະໂຫຍດ, ຜົນໄດ້ຮັບ ແລະ ທິດທາງໃນຕໍ່ໜ້າ;ລະບົບປົກປ້ອງສັງຄົມຂອງປະເທດຫວຽດນາມ: ສະພາບປັດຈຸບັນ, ສິ່ງທ້າທາຍ ແລະ ການປະຕິຮູບນະໂຍບາຍ;ສະພາບລວມຂອງນະໂຍບາຍປົກປ້ອງສັງຄົມ ແລະ ການລົງທຶນເຂົ້າໃນວຽກງານປົກປ້ອງສັງຄົມ: ບົດຮຽນຈາກລັດຖະສະພາສາກົນ; ບົດບາດຂອງສະພາແຫ່ງຊາດລາວ ຕໍ່ວຽກງານການປົກປ້ອງສັງຄົມ.
ບັນດາ​ຜູ້ເຂົ້າຮ່ວມ ​ໄດ້​ພ້ອມ​ກັນ​ເອົາ​ໃຈ​ໃສ່​ຄົ້ນຄວ້າ,ສົນທະນາແລະແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະຊັກ​ຖາມ​ຕໍ່​ບັນຫາ​ຕ່າງໆ​ທີ່​​ວິທະຍາກອນ​ ແລະ ຊ່ຽວຊານໄດ້ນຳ​ສະ​ເໜີ​ ​ເພື່ອໃຫ້​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ກວ້າງຂວາງ, ເລິກ​ເຊິ່ງ.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ແລະ ວິຊາການ ຈາກອົງການແຮງງານສາກົນ (International Labour Organization-ILO) ສົມທົບກັບງົບປະມານຂອງຄະນະເລຂາທິການສະພາແຫ່ງຊາດ.
(ຂ່າວ: ນາງ ອາລິນ ສຸພິມມະປະດິດ)