ໂດຍ: ວັນເພັງ
ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງຂອງຊົນຊັ້ນກຳມະກອນ ຊຶ່ງການຈັດຕັ້ງຂອງພັກເປັນການຈັດຕັ້ງສູງສຸດໃນລະບົບການເມືອງລະບອບປະຊາທິປະໄຕປະຊາຊົນລາວ. ພັກປະຊາຊົນປະຕິວັດລາວ(ພັກປປ ລາວ) ໄດ້ສ້າງຕັ້ງຂຶ້ນໂດຍການສືບຕໍ່ພາລະກິດຂອງພັກກອມມູນິດອິນດູຈີນ ໂດຍແມ່ນປະທານໄກສອນ ພົມວິຫານເປັນແກນນຳ-ນຳພາກໍ່ຕັ້ງ ແລະ ນຳພາຈັດຕັ້ງປະຕິບັດປັບປຸງຖະນຸທະໜອມ, ກໍ່ສ້າງບຳລຸງ ເຮັດໃຫ້ພັກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເປັນແກນນຳຂອງລະບອບການເມືອງຂອງພວກເຮົາຢ່າງໜັກແໜ້ນ.
ໃນໂອກາດວັນສ້ງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ສະຫາຍ ອານຸພາບ ຕຸນາລົມ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກເລຂາຄະນະພັກ ປະທານສະພານະຄອນຫຼວງວງວຽງຈັນ (ນວ) ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ພັກປປ ລາວ ໄດ້ກຳເນີດເກີດຂຶ້ນໃນສະພາບ ແລະ ເງື່ອນໄຂທີ່ຫຍຸ້ງຍາກທີ່ສຸດໂດຍປະເຊີນກັບພວກຈັກກະພັດແບບໃໝ່ທີ່ເປັນຕົວຮ້າຍກາດ ແລະ ມີອາວຸດຍຸດໂທປະກອນທັນສະໄໝທີ່ສຸດໃນໄລຍະນັ້ນ, ພັກໄດ້ນຳພາປະຊາຊົນຕໍ່ສູ້ອັນລະອິດລະອ້ຽວທໍລະຫົດອົດທົນ, ​ຈົນສາ​ມາດປົດປ່ອຍ​​ປະ​ເທດ​ຊາດ, ສະ​ຖາ​ປະ​ນາສ​ປ​ປລາວ ​ຂຶ້ນ​ໃນ​ວັນ​ທີ 2 ທັນ​ວາ 1975.
ໃນ​ໄລ​ຍະ​ແຕ່​ປີ 1975-1985 ພັກໄດ້ນຳພາໃນການປົກປ້ອງ, ປົກປັກຮັກສາ, ປົວແປງບາດແຜສົງຄາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ. ຫຼັງຈາກນັ້ນ, ໃນປີ 1986 ພັກໄດ້ນຳພາດຳເນີນການປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ.
ສະຫາຍ ອານຸພາບ ຕຸນາລົມ ໃຫ້ຮູ້ຕື່ມວ່າ: ສຳລັບ ນວ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ I ຫາຄັ້ງທີ VIIຂອງອົງນະຄະພັກ ນວ ໄດ້ນຳພາປະຊາຊົນຊາວ ນວ ຈັດຕັ້ງປະຕິບັດແນວທາງຂອງພັກໃນການພັດທະນາ ນວ. ສະນັ້ນ, ສາມາດເວົ້າໄດ້ວ່າພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ໄດ້ເຮັດໃຫ້ການເມືອງມີຄວາມສະຫງົບ, ໜັກແໜ້ນ,ສັງ​ຄົມ​ມີ​ຄວາມ​ສະ​ຫງົບເປັນລະບຽບຮຽບຮ້ອຍຮັບປະກັນໄດ້ໂດຍພື້ນຖານ. ສະເພາະເສດຖະກິດຢູ່ ນວ ມາຮອດປັດຈຸບັນສາມາດເວົ້າໄດ້ວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ທີ່ສ້າງຂຶ້ນໃນ ນວ ແມ່ນກວມເອົາ 30% ຂອງ GDP ທົ່ວປະເທດ. ສໍາລັບລາຍຮັບງົບປະມານຂອງລັດສາ​ມາດເກັບໄດ້ໃນ ນວ ກວມເອົາ 40% ຂອງງົບປະມານແຫ່ງລັດທົ່ວປະເທດ. ປັດຈຸບັນເສດຖະກິດ ນວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໃນລະດັບສູງ ເຮັດໃຫ້ລາຍໄດ້ຂອງປະຊາກອນໃນ ນວ ຈໍານວນ 1 ລ້ານກວ່າຄົນມີລາຍໄດ້ສູງສອງເທົ່າ, ເມື່ອທຽບໃສ່ລາຍໄດ້ສະເລ່ຍຂອງປະຊາກອນທົ່ວປະເທດ ຖືວ່າມາຮອດປັດຈຸບັນ ນວ ໄດ້ເປັນອົງ​ການປົກຄອງທ້ອງຖິ່ນທີ່ມີການພັດທະນານຳໜ້າກວ່າໝູ່ໃນທົ່ວປະເທດ.