
ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງວຽງຄຳ ແຂວງວຽງຈັນ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 27 ມີນານີ້ ທີເມືອງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າ 126 ສະຫາຍ ຍິງ 48 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ 1,159 ສະຫາຍ.
ສະຫາຍ ບຸນຈັນ ມາລາວົງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງຄຳ ໄດ້ກ່າວເປີດກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາເມືອງວຽງຄໍາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IV ຢ່າງເປັນຂະບວນຟົດຟື້ນ ແລະ ຍາດໄດ້ຜົນສໍາເລັດຫຼາຍດ້ານ ໂດຍມີການເຂົ້າຮ່ວມຂອງມະຫາຊົນຢ່າງກວ້າງຂວາງ, ເຮັດໃຫ້ທິດທາງ ໜ້າທີ່ ແລະ ມະຕິຕ່າງໆ ຂອງອົງຄະນະພັກເມືອງວຽງຄໍາ ວາງອອກໃນແຕ່ລະໄລຍະໄດ້ຮັບການຈັດຕັ້ງປະຕິບັດ ແລະ ບົດຮຽນອັນສໍາຄັນໃຫ້ແກ່ທ້ອງຖິ່ນ, ສິ່ງທີ່ພົ້ນເດັ່ນແມ່ນໄດ້ຫັນເອົາພະນັກງານການນໍາ, ພະນັກງານຫຼັກແຫຼ່ງລົງເຮັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຊຸກຍູ້ວຽກງານສາມສ້າງເຂົ້າສູ່ລວງເລິກ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈແຈ້ງ ຕໍ່ແນວທາງແຜນນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງຂັ້ນຮາກຖານບ້ານໃຫ້ເຂັ້ມແຂງເທື່ອລະກ້າວ.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ສຸມໃສ່ພິຈາລະນາຮັບຮອງເອົາ ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024), ການປະກອບຄໍາຄິດຄໍາເຫັນ ຈາກບັນດາກົມກອງອ້ອມຂ້າງເມືອງ, ຕົວແບບການຜະລິດເປັນສິນຄ້າ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງສະໄໝທີ IV, ໜ້າທີ່ອັນສໍາຄັນ ກອງປະຊຸມຈະໄດ້ດໍາເນີນການເລືອກຕັ້ງເອົາ ຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງວຽງຈັນ ຄັ້ງທີ VII ທີ່ຈະໄຂຂຶ້ນໃນຕໍ່ໜ້າ. ຈາກນນັ້ນ ຈະໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ເພື່ອເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລືອກຕັ້ງເອົາປະທານ, ຮອງປະທານກວດກາພັກ ແລະ ຮັບຮອງເອົາເລຂາຄະນະບໍລິຫານງານພັກເມືອງ. ກອງປະຊຸມ ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດລົງ.
(ແຫຼ່ງຂ່າວ: ແຂວງວຽງຈັນ)